Skip to main content

ມອບ-ຮັບ ເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

05/01/2026
ໃນວັນທີ 5 ມັງກອນ 2026 ນີ້, ພາກລັດ ແລະ ເອກະຊົນ ໄດ້ນຳເອົາເງິນ, ເຄື່ອງບໍລິໂພກ, ເຄື່ອງລະນຶກ ມາມອບໃຫ້ແກ່ລັດຖະບານລາວ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 6-8 ມັງກອນ 2026 ຢູ່ນະຄອນຫຼວງວຽງຈັນ, ຕາງໜ້າຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ພາກສ່ວນທີ່ນຳເອົາເງິນມາມອບໃຫ້ໃນຄັ້ງນີ້ ປະກອບມີ ທະນາຄານການຕ່າງປະເທດລາວມະຫາຊົນ ມອບເງິນ ແລະ ເຄື່ອງທີ່ລະນຶກຕ່າງໆ ລວມມູນຄ່າ 300 ລ້ານກວ່າກີບ, ຕາງໜ້າມອບໂດຍ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການທະນາຄານດັ່ງກ່າວ, ແຂວງໄຊສົມບູນ ມອບເງິນ 200 ລ້ານກີບ, ພ້ອມດ້ວຍໝາກກ້ຽງ 2.000 ກິໂລກຣາມ, ຕາງໜ້າມອບໂດຍ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງໄຊສົມບູນ.
ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ຕໍ່ພາກສ່ວນທີ່ເຫັນໄດ້ຄວາມສຳຄັນ ນຳເອົາເງິນມາມອບໃຫ້ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນເຮັດໃຫ້ບັ້ນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດຳເນີນໄປຢ່າງໂລ່ງລ່ຽນ ແລະ ປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້. ພ້ອມທັງ, ຢືນຢັນວ່າ ຈະນໍາເອົາເງິນທີ່ໄດ້ຮັບໃນຄັ້ງນີ້, ໄປໝູນໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ກໍຄື ເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດຳເນີນໄປດ້ວຍຜົນສຳເລັດ, ປະສະຈາກຂໍ້ຂາດຕົກບົກພ່ອງ ແລະ ອື່ນໆ.
ຂ່າວ: ທະນູທອງ
ພາບ: ເກດສະໜາ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ