Skip to main content

Author: Mitlandone Thepninhom

ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 19 ພຶດສະພາ 2026 ຢູ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການລາຍງານ,ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ຕໍ່ບັນຫາເນື້ອໃນ ສໍາຄັນ ຄື: ຜົນການນໍາພາ-ຊີ້ນໍາຂອງກົມການເມືອງ ແລະ ຄະນະເລຂາ ທິການສູນກາງພັກ ປະຈໍາ 6 ເດືອນຕົ້ນປີ 2026 ແລະ...

Continue reading

ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ຝຶກອົບຮົມສົ່ງເສີມແມ່ຍິງໃຫ້ເປັນຜູ້ນຳໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມຝຶກອົບຮົມໂຄງການສົ່ງເສີມແມ່ຍິງໃນການເປັນຜູ້ນຳຢູ່ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຂຶ້ນລະຫວ່າງວັນທີ 18-20 ພຶດສະພາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ; ມີທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບຄໍາ ສະເຫຼີມສຸກ ຜູ້ຮັບຜິດຊອບວຽກງານບົດບາດຍິງ-ຊາຍ ແລະ...

Continue reading

ສອງພາກສ່ວນຝຶກອົບຮົມການສ້າງຄູຝຶກ ແລະ ປະກາດຜົນລາງວັນການແຕ້ມຮູບຂອງນ້ອງນັກຮຽນພາຍໃນແຂວງໄຊຍະບູລີ

ໃນວັນທີ 14 ພຶດສະພາ 2026 ຢູ່ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີຝຶກອົບຮົມການສ້າງຄູຝຶກ ແລະ ການປະກາດຜົນລາງວັນການແຕ້ມຮູບຂອງນ້ອງນັກຮຽນແຂວງໄຊຍະບູລີ ພາຍໃຕ້ຫົວຂໍ້ ກະສິກຳ ແລະ ປ່າໄມ້ ໂດຍເປັນປະທານຮ່ວມຂອງທ່ານ ຈັນທະວີ ວັນນະພາຜົນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພົງແກ້ວ ບຸນຍາວົງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ສຈ.ປອ ຊູ ຈຽນຊູ ຜູ້ອຳນວຍການສະຖາບັນພຶກສາສາດຄຸນໝິງ, ພ້ອມດ້ວຍບັນດາແຂກຖືກເຊີນຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ຂະແໜງການຂັ້ນແຂວງ, ຂັ້ນເມືອງ, ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ 40 ທ່ານ ຍິງ 21...

Continue reading

ວລ ດົງຄຳຊ້າງ ທົບທວນ ແລະ ປັບປຸງຫຼັກສູດສາຍສ້າງຄູໃຫ້ມີຄຸນນະພາບທີ່ດີ

ວິທະຍາໄລຄູດົງຄໍາຊ້າງ ຈັດກອງປະຊຸມທົບທວນ ແລະ ປັບປຸງຫຼັກສູດສາຍສ້າງຄູ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຫຼັກສູດຕໍ່ເນື່ອງ ສາຍຄູມັດທະຍົມ ລະດັບອະນຸປະລິນຍາ ແລະ ປະລິນຍາຕີ ຄົ້ນຄວ້າຂໍ້ສະດວກ, ຂໍ້ຫຍຸ້ງຍາກ ເພື່ອຫາວິທີແກ້ໄຂ ແລະ ວາງແຜນການຈັດຕັ້ງການຮຽນ-ການສອນໃນຕໍ່ໜ້າ ກໍຄືສົກຮຽນ 2026- 2027 ນີ້ ໃຫ້ໄດ້ຮັບຜົນດີ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ກອງປະຊຸມທົບທວນ ແລະ ປັບປຸງຫຼັກສູດສ້າງຄູພາຍໃນວິທະຍາໄລ ທັງນີ້ກໍເພື່ອປັບປຸງ ແລະ ທົບທວນເນື້ອໃນຫຼັກສູດສາຍສ້າງຄູກ່ອນໄວຮຽນ, ສາຍຄູປະຖົມສຶກສາ ແລະ ສາຍຄູມັດທະຍົມ ລະຫວ່າງວັນທີ 18-22 ພຶດສະພາ 2026 ທີ່ເມືອງແກ້ວອຸດົມ...

Continue reading

ຝຶກຝົນຫຼໍ່ຫຼອມ, ມີວິໄນ ແລະ ມີຄວາມອົດທົນຢ່າງສະເໝີຕົ້ນສະເໝີປາຍ ນຳໄປສູ່ລາງວັນນັກຮຽນເກັ່ງລະດັບຊາດຂອງ “ນ້ອງມິລິນ ເກດສຸຍາ”

ດັ່ງຄຳສຸພາສິດບູຮານທີ່ວ່າ “ຄວາມພະຍາຍາມຢູ່ບ່ອນໃດ, ຄວາມສຳເລັດຢູ່ບ່ອນນັ້ນ” ຍັງຄົງເປັນສັດຈະທຳທີ່ຖືກ ພິສູດໃຫ້ເຫັນຢູ່ສະເໝີໃນທຸກຍຸກທຸກສະໄໝ. ໃນໂລກແຫ່ງການສຶກສາ, ຄວາມເກັ່ງກ້າສາມາດບໍ່ໄດ້ເກີດຂຶ້ນມາພຽງຂ້າມຄືນ ແລະ ບໍ່ໄດ້ມາດ້ວຍຄວາມບັງເອີນ ແຕ່ມັນແມ່ນໝາກຜົນຂອງການຝຶກຝົນຫຼໍ່ຫຼອມ, ຄວາມມີວິໄນ ແລະ ຄວາມອົດທົນທີ່ສະເໝີຕົ້ນສະເໝີປາຍ. ຫວ່າງບໍ່ດົນມານີ້, ຂົງເຂດວຽກງານຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຂອງ ສປປ ລາວ ເຮົາ ເວົ້າລວມ, ເວົ້າສະເພາະແມ່ນແຂວງຄຳມ່ວນ ໄດ້ຮ່ວມສະແດງຄວາມຍິນດີຢ່າງສຸດຊຶ້ງກັບຜົນສຳເລັດອັນສະຫງ່າງາມຂອງ ນາງ ມິລິນ ເກດສຸຍາ...

Continue reading

ມຈ ແລະ ບໍລິສັດ ປາກເຊ ໂຊລາ ຈຳກັດ ລົງນາມຮ່ວມມື ພັດທະນາໂຄງການໄຟຟ້າພະລັງງານແສງຕາເວັນ

ມະຫາວິທະຍາໄລຈຳປາສັກ (ມຈ) ແລະ ບໍລິສັດ ປາກເຊ ໂຊລາ ຈຳກັດ ໄດ້ຮ່ວມກັນລົງນາມໃນບົດບັນທຶກການຮ່ວມມື (MOU) ເພື່ອພັດທະນາໂຄງການໄຟຟ້າພະລັງງານແສງຕາເວັນ ໃນວັນທີ 19 ພຶດສະພາ 2026 ຢູ່ທີ່ຫ້ອງປະຊຸມສຳນັກງານຜູ້ອຳນວຍການ ມຈ ໃຫ້ກຽດເຂົ້າຮ່ວມລົງນາມໃນຄັ້ງນີ້ ຝ່າຍ ມຈ ນຳໂດຍ ທ່ານ ປອ ນາງ ພອນສະຫວັນ ເທບພະສຸລິທອນ ຜູ້ອຳນວຍການໃຫຍ່ ມຈ ແລະ ຝ່າຍບໍລິສັດ ນຳໂດຍ ທ່ານ ນາງ ແສງຈັນ ວິໄລສຸກ ຜູ້ອຳນວຍການ ບໍລິສັດ ປາກເຊ ໂຊລາ ຈຳກັດ. ໂດຍມີບັນດາທ່ານຮອງຜູ້ອຳນວຍການໃຫຍ່ ມຈ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພ້ອມດ້ວຍຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງຈາກທັງສອງຝ່າຍ...

Continue reading

ທີມຊາດຫວຽດນາມ ຢູ-17 ເດີນທາງກັບເຖິງບ້ານເກີດແລ້ວ ຫຼັງສ້າງປະຫວັດສາດຄວ້າໂຄຕ້າເຂົ້າຮ່ວມ FIFA U17 World Cup 2026

​ໃນຕອນບ່າຍຂອງວັນທີ 18 ພຶດສະພາ 2026, ທັບນັກກິລາບານເຕະທີມຊາດຫວຽດນາມ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ໄດ້ເດີນທາງມາຮອດສະໜາມບິນສາກົນ ໂນ້ຍບ່າຍ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເປັນທີ່ຮຽບຮ້ອຍແລ້ວ ພາຍຫຼັງຈອດປ້າຍພຽງຮອບ 8 ທີມສຸດທ້າຍ ໃນການແຂ່ງຂັນບານເຕະຊີງແຊ໋ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ (AFC U17 Asian Cup 2026) ພ້ອມທັງຄວ້າໂຄຕ້າເຂົ້າຮ່ວມການແຂ່ງຂັນລະດັບໂລກ FIFA U17 World Cup ໄດ້ຢ່າງຍິ່ງໃຫຍ່. ​ບັນຍາກາດທີ່ສະໜາມບິນແມ່ນເຕັມໄປດ້ວຍຄວາມຄຶກຄື້ນ ແລະ ອົບອຸ່ນ ໂດຍມີແຟນບານຈຳນວນຫຼວງຫຼາຍມາຄອຍຖ້າຕ້ອນຮັບ ແລະ ສະແດງຄວາມຍິນດີກັບທັບນັກກິລາ ແລະ ຄະນະຄູຝຶກ...

Continue reading

ພິຈາລະນາ-ຮັບຮອງຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) 2026

ໃນຕອນບ່າຍຂອງວັນທີ 18 ພຶດສະພາ 2026 ທີ່ ສະພາທິດສະດີສູນກາງພັກ, ໄດ້ຈັດກອງປະຊຸມພິຈາລະນາ-ຮັບຮອງຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) 2026 ທີ່ຫ້ອງປະຊຸມໃຫຍ່ສໍານັກງານສະພາທິດສະດີສູນກາງພັກຊັ້ນ II (ຫຼັກ 6) ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ ແລະ ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂດຍປະຕິບັດຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ, ວ່າດ້ວຍການກະກຽມປັບປຸງຫຼັກສູດ ທິດສະດີການເມືອງ 3 ຂັ້ນ, ສະບັບເລກທີ 456/ຄຈສພ, ລົງວັນທີ 13 ມີນາ 2026, ສະພາທິດສະດີສູນກາງພັກ ໄດ້ເປີດກອງປະຊຸມ ເພື່ອຄົ້ນຄວ້າພິຈາລະນາ-ຮັບຮອງຫຼັກສູດທິດສະດີການເມືອງ...

Continue reading