ຖະແຫຼງການ ຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ
08/09/2026

(08 ກັນຍາ 1966 – 08 ກັນຍາ 2026)
ຮຽນ:
• ບັນດາທ່ານ ການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ
• ຄູ-ອາຈານ, ນັກຮຽນຮູ້-ປັນຍາຊົນ, ນັກຮຽນ-ນັກສຶກສາ
• ພໍ່ຄ້າຊາວຂາຍ, ຜູ້ປະກອບການ, ຊາວຜູ້ອອກແຮງງານ
• ຕະຫຼອດຮອດ ພໍ່ແມ່ພີ່ນ້ອງ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ທີ່ເຄົາລົບ ແລະ ຮັກແພງຢ່າງຍິ່ງ.
ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ແຫ່ງ ສະຫະປະຊາຊາດ (UNESCO) ໄດ້ປະກາດເອົາວັນທີ 8 ກັນຍາ ຂອງທຸກໆປີ ເປັນ “ວັນສາກົນແຫ່ງການຮູ້ໜັງສື” (International Literacy Day) ນັບແຕ່ປີ 1966 ເປັນຕົ້ນມາ. ມາຮອດປີ 2026 ນີ້, ວັນສຳຄັນດັ່ງກ່າວ ໄດ້ໝູນວຽນມາບັນຈົບຄົບຮອບ 60 ປີພໍດີ ເຊິ່ງເປັນຂີດໝາຍປະຫວັດສາດ ແຫ່ງຄວາມພະຍາຍາມຮ່ວມກັນຂອງມວນມະນຸດຊາດ ໃນການສົ່ງເສີມສິດທິພື້ນຖານດ້ານການສຶກສາ ແລະ ການສ້າງຄວາມສະເໝີພາບໃນສັງຄົມ.
ການສະເຫຼີມສະຫຼອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ ໃນປີນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ ວ່າ: “ການຮູ້ໜັງສື ເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” (Literacy for people, the planet and prosperity). ນີ້ແມ່ນຫົວຂໍ້ທີ່ມີຄວາມໝາຍເລິກເຊິ່ງ, ເຕືອນສະຕິໃຫ້ພວກເຮົາເຫັນວ່າ ການຮູ້ໜັງສື ບໍ່ພຽງແຕ່ເປັນຂັ້ນໄດສູ່ການພັດທະນາຕົນເອງເທົ່ານັ້ນ, ແຕ່ຍັງເປັນເສົາຄ້ຳສຳຄັນໃນການປົກປັກຮັກສາສິ່ງແວດລ້ອມ, ການສ້າງສັນຕິພາບ ແລະ ການສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນຢ່າງຍືນຍົງ.
ບັນດາທ່ານທີ່ນັບຖື ແລະ ຮັກແພງ
ໃນໄລຍະ 6 ທົດສະວັດຜ່ານມາ, ຂະບວນການຮຽນຮູ້ໜັງສືທົ່ວໂລກ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ແຕ່ເຖິງຢ່າງໃດກໍຕາມ, ໃນປັດຈຸບັນ ທົ່ວໂລກຍັງມີຜູ້ໃຫຍ່ ແລະ ຊາວໜຸ່ມຫຼາຍກວ່າ 739 ລ້ານຄົນ ຍັງຂາດທັກສະການຮູ້ໜັງສືພື້ນຖານ (ໃນນັ້ນ 63% ເປັນແມ່ຍິງ). ພ້ອມດຽວກັນນັ້ນ, ໃນໂລກຍຸກປັດຈຸບັນ ພວມກ້າວເຂົ້າສູ່ຍຸກແຫ່ງການຫັນປ່ຽນສູ່ດິຈິຕອນ ແລະ ປັນຍາປະດິດ (AI) ຢ່າງວ່ອງໄວ.
ດັ່ງນັ້ນ, ໃນສະພາບການໃໝ່ນີ້, ຄຳວ່າ “ການຮູ້ໜັງສື” ບໍ່ໄດ້ມີຄວາມໝາຍພຽງແຕ່ການອ່ານອອກ, ຂຽນໄດ້ ແລະ ຄິດໄລ່ເລກເປັນເທົ່ານັ້ນ, ແຕ່ຍັງລວມເຖິງ ການຮູ້ທັນດິຈິຕອນ ແລະ ປັນຍາປະດິດ (Digital & AI Literacy) ເພື່ອນຳໃຊ້ເຕັກໂນໂລຊີຢ່າງປອດໄພ ແລະ ສ້າງສັນ; ລວມເຖິງ ການຮູ້ທັນຂໍ້ມູນຂ່າວສານ, ຄວາມຮູ້ດ້ານການເງິນ, ທັກສະອາຊີບ ແລະ ພູມປັນຍາສີຂຽວ; ຄຽງຄູ່ກັບການປູກຝັງຈິດສຳນຶກ “ການຮຽນຮູ້ຕະຫຼອດຊີວິດ” (Lifelong Learning) ເພື່ອໃຫ້ພົນລະເມືອງທຸກຄົນມີຄວາມສາມາດໃນການປັບຕົວ, ສ້າງມູນຄ່າເພີ່ມ ແລະ ພັດທະນາຕົນເອງໃຫ້ທັນກັບການປ່ຽນແປງຂອງໂລກ.
ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ຖືເອົາການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ເປັນໃຈກາງ ແລະ ເປັນບູລິມະສິດອັນດັບຕົ້ນໆ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ເຖິງແມ່ນວ່າພວກເຮົາຈະຍາດໄດ້ຜົນສຳເລັດຫຼາຍດ້ານ, ແຕ່ພວກເຮົາ ກຳລັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ເປັນຕົ້ນ:
1. ອັດຕາການປະລະການຮຽນຂອງນັກຮຽນ ຍັງມີທ່າອ່ຽງສູງ: ໂດຍສະເພາະໃນເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ ແລະ ໃນກຸ່ມຄອບຄົວທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ.
2. ຄຸນນະພາບຂອງການຮຽນ-ການສອນ, ການຂາດແຄນຄູສອນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການສອນຍັງບໍ່ທັນຕອບສະໜອງໄດ້ຢ່າງທົ່ວເຖິງ; ຫຼັກສູດ ແລະ ວິທີການສອນຍັງຕ້ອງໄດ້ຮັບການຍົກລະດັບເພື່ອໃຫ້ສອດຄ່ອງກັບມາດຕະຖານຂອງພາກພື້ນ ແລະ ສາກົນ.
3. ການສ້າງກຳລັງແຮງງານຍັງບໍ່ທັນສອດຄ່ອງ ແລະ ພຽງພໍ ເພື່ອຮັບໃຊ້ໃຫ້ແກ່ໂຄງສ້າງເສດຖະກິດ-ສັງຄົມຂອງຊາດ ທີ່ພວມຫັນປ່ຽນສູ່ອຸດສາຫະກຳ, ການບໍລິການທັນສະໄໝ ແລະ ກະສິກຳສະອາດ ໂດຍສະເພາະກຳລັງແຮງງານທີ່ມີທັກສະວິຊາຊີບສະເພາະດ້ານ ແລະ ທັກສະລະດັບສູງ.
ບັນດາທ່ານທີ່ນັບຖື
ເພື່ອກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ, ການສຶກສາບໍ່ພຽງແຕ່ສອນຄວາມຮູ້ດ້ານວິຊາການເທົ່ານັ້ນ, ແຕ່ຕ້ອງສຸມໃສ່ການປູກຝັງຄຸນສົມບັດສິນທຳປະຕິວັດ, ແນວຄິດຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ເຄົາລົບກົດໝາຍ, ມີລະບຽບວິໄນ ແລະ ມີຄວາມຮັບຜິດຊອບສູງຕໍ່ສັງຄົມ.
ກະຊວງສຶກສາທິການ ແລະກິລາ ຈະສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນ ເພື່ອຮ່ວມມື, ປະສານງານກັບທຸກພາກສ່ວນ ທັງພາກລັດ, ເອກະຊົນ, ພໍ່ແມ່ຜູ້ປົກຄອງ, ອົງການຈັດຕັ້ງສາກົນ ແລະ ບັນດາປະເທດເພື່ອນມິດ ເພີ່ມທະວີການລົງທຶນໃສ່ການສຶກສາຂັ້ນພື້ນຖານ, ເອົາໃຈໃສ່ຊີວິດການເປັນຢູ່ຂອງຄູ-ອາຈານ ແລະ ສ້າງທຸກເງື່ອນໄຂໃຫ້ລູກຫຼານປະຊາຊົນຜູ້ທຸກຍາກ, ແມ່ຍິງ, ຊົນເຜົ່າ ແລະ ຜູ້ພິການ ໄດ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ເທົ່າທຽມ; ແກ້ໄຂບັນຫາການປະລະການຮຽນ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຮຽນ-ການສອນ, ພ້ອມກັນສ້າງຄອບຄົວ, ບ້ານ, ຊຸມຊົນ ແລະທົ່ວສັງຄົມ ໃຫ້ກາຍເປັນສະຖານທີ່ແຫ່ງການຮຽນຮູ້.
ພວກເຮົາຕ້ອງຖືເອົາການສຶກສາ ໃຫ້ກາຍເປັນພັນທະ ແລະ ຄວາມຮັບຜິດຊອບຂອງທົ່ວປວງຊົນ:
1. ສັງຄົມແຫ່ງການຮຽນຮູ້ ແລະ ສັງຄົມແຫ່ງພູມປັນຍາ.
2. ສັງຄົມທີ່ໃສ່ໃຈຕໍ່ສິ່ງແວດລ້ອມ.
3. ສັງຄົມທີ່ມີຄວາມເອື້ອເຟື້ອເພື່ອແຜ່ ແລະ ມີມະນຸດສະທຳ.
ບັນດາທ່ານທີ່ເຄົາລົບ ແລະ ຮັກແພງ
ຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ ແລະ ຄະນະນຳ ກະຊວງສຶກສາທິການ ແລະ ກິລາ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງສຸດຊຶ້ງ ມາຍັງຄະນະພັກ-ຄະນະນຳທຸກຂັ້ນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ, ອົງການຈັດຕັ້ງສັງຄົມ, ພາກສ່ວນທຸລະກິດ ແລະ ປະຊາຊົນລາວບັນດາເຜົ່າ. ພ້ອມດຽວກັນນີ້, ຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງ ອົງການ UNESCO, ບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອວຽກງານການສຶກສາ ແລະ ການຮູ້ໜັງສື ຂອງ ສປປ ລາວ ຕະຫຼອດມາ.
ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງການສະເຫຼີມສະຫຼອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ ນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ບັນດາທ່ານການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ; ພ້ອມກັນສືບຕໍ່ສ້າງບາດກ້າວບຸກທະລຸໃໝ່ ເພື່ອພັດທະນາການສຶກສາລາວ ໃຫ້ມີຄຸນນະພາບສູງ, ເຂັ້ມແຂງ ແລະ ເທົ່າທຽມກັບພາກພື້ນ ແລະ ສາກົນ.
ການສຶກສາຄືອະນາຄົດຂອງຊາດ!
ການຮຽນຮູ້ຕະຫຼອດຊີວິດ ເພື່ອການພັດທະນາທີ່ຍືນຍົງ!
ຂໍຂອບໃຈ.
ຂ່າວທີ່ກ່ຽວຂ້ອງ












