Skip to main content

Author: Mitlandone Thepninhom

ບອດເຊຍຄົນພິການລາວ ຕັ້ງເປົ້າຈະສ້າງຜົນງານຍາດໃຫ້ໄດ້ຫຼຽນໃດໜຶ່ງ ໃນອາຊຽນ ພາຣາເກມ ຄັ້ງທີ 13

ສະຫະພັນກິລາບອດເຊຍຄົນພິການແຫ່ງຊາດລາວ ຈະສົ່ງທັບນັກກິລາບອດເຊຍຄົນພິການທີມຊາດລາວ ທັງໝົດ 4 ຄົນ, ຍິງ 1 ຄົນ ພ້ອມຕັ້ງເປົ້າໝາຍຈະສູ້ຊົນໃຫ້ໄດ້ຫຼຽນໃດຫຼຽນໜຶ່ງ ຊຶ່ງເປັນຫຼຽນປະຫວັດສາດ ເພາະຜ່ານມາບໍ່ເຄີຍຍາດໄດ້ຈັກຫຼຽນ ໃນການເຂົ້າຮ່ວມງານມະຫະກຳກິລາຄົນພິການອາຊຽນ ຫຼື ອາຊຽນ ພາຣາເກມ ຄັ້ງທີ 13 ທີ່ນະຄອນຣາຊະສີມາ ປະເທດໄທ ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນ ລະຫວ່າງວັນທີ 15-27 ມັງກອນ 2026. ທ່ານ ຈາຕຸລົມ ສີລິສັກ ຄູຝຶກທັບນັກກິລາບອດເຊຍຄົນພິການທີມຊາດລາວ ໃຫ້ສຳພາດວ່າ: ໃນການກະກຽມຄວາມພ້ອມທັບນັກກິລາບອດເຊຍຄົນພິການທີມຊາດລາວ ເຂົ້າຮ່ວມງານກິລາອາຊຽນ ພາຣາເກມ ຄັ້ງທີ 13 ຄັ້ງນີ້...

Continue reading

ຫົວໜ້າ ສກຂ ບໍລິຄຳໄຊ ຮຽກຮ້ອງໃຫ້ລັດຖະກອນຄູໃໝ່ 89 ທ່ານ ສືບຕໍ່ປະຕິບັດໜ້າທີ່ການສອນດ້ວຍຄວາມຮັບຜິດຊອບສູງ

ພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ຫຼື ສກຂ ບໍລິຄຳໄຊ ໄດ້ຈັດພິທີບັນຈຸລັດຖະກອນໃໝ່ໃຫ້ແກ່ຄູອາສາສະໝັກ ຈຳນວນ 89 ທ່ານ ຍິງ 65 ທ່ານ ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ລົມ ແພງສຸກ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຕາງໜ້າກະຊວງສຶກສາທິການ ແລະ ກິລາ, ຂະແໜງຈັດຕັ້ງພະນັກງານ, ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍຄູອາສາສະໝັກທັງໝົດຢ່າງພ້ອມພຽງ. ໂອກາດນີ້, ທ່ານ ລົມ ແພງສຸກ ໄດ້ກ່າວໃຫ້ຮູ້ວ່າ: ຕົ້ນປີ 2025 ມີຄູອາສາສະໝັກທັງໝົດທົ່ວແຂວງ 92 ຄົນ, ຍິງ 65 ຄົນ ມາຮອດເດືອນສິງຫາ 2025...

Continue reading

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ (ພັກ ປປລ) ໄດ້ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 6 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປລ, ມີບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ກໍາມະການຄະນະເລຂາທິການສູນກາງພັກ, ອະດີດເລຂາທິການໃຫຍ່ ສະຫາຍ ຈູມມະລີ ໄຊຍະສອນ ແລະ ສະຫາຍ ບຸນຍັງ ວໍລະຈິດ, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາສະຫາຍຫົວໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ...

Continue reading

ສວສ ຄົ້ນຄວ້າກຳນົດຂອບເນື້ອໃນຫຼັກສູດທ້ອງຖິ່ນ ການອະນຸລັກຮັກສາມໍລະດົກໂລກ ນະຄອນຫຼວງພະບາງ ສຳລັບຊັ້ນປະຖົມ-ມັດທະຍົມຕອນຕົ້ນ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ໄດ້ໄຂກອງປະຊຸມຄົ້ນຄວ້າກຳນົດຂອບເນື້ອໃນຫຼັກສູດທ້ອງຖິ່ນ ການອະນຸລັກຮັກສາມໍລະດົກໂລກ ນະຄອນຫຼວງພະບາງ ສຳລັບຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາຕອນຕົ້ນ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 5 ມັງກອນ 2026 ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ໂດຍມີ ທ່ານ ປອ ວົງເພັດ ອຸດົມລິດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ແລະ ທ່ານ ຈັນທະລີ ອຸໄລສິດ ຜູ້ອຳນວຍການສູນ ICT ແຂວງຫຼວງພະບາງ ພ້ອມດ້ວຍແຂກຖືກເຊີນ, ບັນດາຫົວໜ້າ-ຮອງຫົວໜ້າຂະແໜງ ສູນພັດທະນາຫຼັກສູດ...

Continue reading

ສສກ ປະກາດພະນັກງານດໍາລົງຕໍາແໜ່ງບໍລິຫານ ກົມກວດກາ, ກົມຈັດຕັ້ງ ແລະ ພະນັກງານ

ພິທີປະກາດການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ປະເພດ 4 ແລະ ປະເພດ 5 ພ້ອມຍົກຍ້າຍໜ້າທີ່ໃໝ່ ຂອງກົມກວດກາ ແລະ ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິານ ແລະ ກິລາ (ສສກ) ຈັດຂຶ້ນ ໃນວັນທີ 5 ມັງກອນ 2025 ທີ່ຕຶກໄອຊີທີ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ຕຸລາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ທ່ານ ປອ ຈັນທະວົງ ປັນຍາສິລິ ຫົວໜ້າກົມກວດກາ ພ້ອມດ້ວຍບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານກົມຈັດຕັ້ງ ແລະ ກົມກວດກາ ເຂົ້າຮ່ວມ. ໃນພິທີ,...

Continue reading

ສຳເລັດການຝຶກອົບຮົມການນໍາໃຊ້ປຶ້ມພາສາຫວຽດ ສໍາລັບນັກຮຽນລາວ ຢູ່ ສປປ ລາວ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖາບັນວິທະຍາສາດການສຶກສາ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມຝຶກອົບຮົມການໃຊ້ປຶ້ມພາສາຫວຽດໃຫ້ຄູສອນພາສາຫຽວ ຢູ່ ສປປ ລາວ ໃນລະຫວ່າງວັນທີ 29-30 ທັນວາ 2025 ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້້າຮ່ວມຂອງ ທ່ານ ອຸທິດ ທິບມະນີ ຜູ້ຊີ້ນໍາລວມ, ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ເຈິ່ນ ຮຸຍ ຮ່ວາງ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫວຽດນາມ, ທ່ານ ຮສ.ປອ ໄມ ວັນ ຈິ່ງ ຮອງຜູ້ອໍານວຍການສະຖາບັນວິທະຍາສາດການສຶກສາ ຫວຽດນາມ, ພ້ອມດ້ວຍຜູ້ຕ່າງໜ້າສະຖານທູດຫວຽດນາມປະຈໍາ ສປປ ລາວ,...

Continue reading

ຄະນະຊາວໜຸ່ມ ສກຂ ຫຼວງພະບາງ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ພ້ອມຍ້ອງຍໍຊາວໜຸ່ມ 4 ບຸກ

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງພະບາງ ໄດ້ຈັດພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ພ້ອມທັງຢັ້ງຢືນຍ້ອງຍໍ ຊາວໜຸ່ມ 4 ບຸກ ໃນວັນທີ 31 ທັນວາ 2025 ທີ່ພະແນກດັ່ງກ່າວ, ໂດຍເປັນປະທານຂອງ ສະຫາຍ ປອ ສຸລິເດດ ກຳມະການພັກແຂວງ, ເລຂາຄະນະພັກຮັກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ສະຫາຍ ຈັນທະລີ ອຸໄລສິດ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ສົມພອນ ດີລີວົງ ປະທານກຳມະບານຮາກຖານພະແນກ, ຄະນະພັກຮາກຖານ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານ ແລະ...

Continue reading

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈະມີຜູ້ແທນເຂົ້າຮ່ວມ ທັງໝົດ 834 ສະຫາຍ

ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກອງເລຂາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖະແຫຼງຂ່າວ ກ່ອນດໍາເນີນກອງປະຊຸມໃຫຍ່ ທີ່ຫໍປະຊຸມແຫ່ງຊາດ ໃນຕອນບ່າຍວັນທີ 4 ມັງກອນ 2026 ວ່າ: ພີ່ນ້ອງຮ່ວມຊາດ ແລະ ເພື່ອນມິດສາກົນ ທີ່ຮັກແພງທັງຫຼາຍ. ຂ້າພະເຈົ້າ ຂໍອະນຸຍາດຕາງໜ້າໃຫ້ກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ ຂໍແຈ້ງມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພ້ອມດ້ວຍປະເທດເພື່ອນມິດໃກ້-ໄກ ຊາບທົ່ວເຖິງກັນ ວ່າ: ໂດຍປະຕິບັດຕາມກົດລະບຽບຂອງພັກ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ...

Continue reading