Skip to main content

ສກມ ຈັນທະບູລີ ສະຫຼຸບສົກຮຽນ 2025-2026 ແລະ ຍ້ອງຍໍຜູ້ມີຜົນງານດີເດັ່ນຮອບດ້ານ

16/07/2026
ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຫຼື ສກມ ຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະຫຼຸບຜົນການຮຽນ-ການສອນ, ການສອບເສັງຈົບຊັ້ນປະຖົມສຶກສາ (ປ.5) ແລະ ມັດທະຍົມສຶກສາຕອນຕົ້ນ (ມ.4) ທົ່ວເມືອງ ປະຈໍາສົກຮຽນ 2025-2026 ໃນວັນທີ 15 ກໍລະກົດ 2026 ທີ່ອາຄານສູນການຄ້າທົ່ງຂັນຄໍາ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສຸດສະດາ ສີຫາວົງ ຮອງປະທານຄະນະກຳມະການປົກຄອງເມືອງຈັນທະບູລີ, ທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ, ພ້ອມດ້ວຍຄະນະຜູ້ບໍລິຫານການສຶກສາ, ພະນັກງານວິຊາການ, ຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນຢ່າງພ້ອມພຽງ.
ໃນພິທີ, ທ່ານ ທອງດີ ແກ້ວມີໄຊ ໄດ້ຜ່ານບົດສະຫຼຸບການຮຽນ-ການສອນ ແລະ ຜົນການສອບເສັງຈົບຊັ້ນປະຖົມ (ປ.5) ແລະ ມັດທະຍົມຕອນຕົ້ນ (ມ.4) ປະຈໍາສົກຮຽນ 2025-2026 ວ່າ: ໃນສົກຮຽນນີ້ ເມືອງຈັນທະບູລີ ມີໂຮງຮຽນຂຶ້ນກັບທັງໝົດ 63 ແຫ່ງ (ລັດ 26 ແຫ່ງ ແລະ ເອກະຊົນ 37 ແຫ່ງ), ມີຄູ-ອາຈານທັງໝົດ 1,134 ຄົນ ແລະ ມີຈໍານວນນັກຮຽນທັງໝົດ 20,498 ຄົນ. ຜົນການສອບເສັງຈົບຊັ້ນໃນສົກຮຽນນີ້ ໄດ້ຮັບໝາກຜົນເປັນຢ່າງສູງ ຄື: ຊັ້ນປະຖົມສຶກສາ (ປ.5) ມີນັກຮຽນເຂົ້າຮ່ວມສອບເສັງຕົວຈິງ 1,450 ຄົນ. ໃນນັ້ນ, ມີນັກຮຽນສອບເສັງໄດ້ຄະແນນ 5 ຂຶ້ນໄປທຸກວິຊາ ຈໍານວນ 1,255 ຄົນ (ເທົ່າກັບ 86.61%, ເພີ່ມຂຶ້ນທຽບໃສ່ສົກຮຽນຜ່ານມາ) ພິເສດ ມີນັກຮຽນເກັ່ງທີ່ສອບເສັງໄດ້ຄະແນນສະເລ່ຍ 9 ຂຶ້ນໄປທຸກວິຊາສູງເຖິງ 116 ຄົນ; ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ມີນັກຮຽນເຂົ້າຮ່ວມສອບເສັງຕົວຈິງ 1,499 ຄົນ ສາມາດສອບເສັງໄດ້ 100% ຂອງນັກຮຽນທັງໝົດ (1,497 ຄົນ ຕາມເກນຄະແນນສະເລ່ຍ). ໃນນັ້ນ ມີນັກຮຽນເກັ່ງຮອບດ້ານທີ່ໄດ້ຄະແນນສະເລ່ຍ 7 ຂຶ້ນໄປທຸກວິຊາ ຈໍານວນ 348 ຄົນ ແລະ ມີນ້ອງນັກຮຽນເກັ່ງທີ່ສາມາດຍາດໄດ້ “ໃບປະກາສະນີຍະບັດແດງ” (ຄະແນນສະເລ່ຍ 9 ຂຶ້ນໄປທຸກວິຊາ) ຈໍານວນ 25 ນ້ອງ ຍິງ 17 ນ້ອງ.
ພ້ອມນັ້ນ, ໃນພິທີຍັງໄດ້ມີການມອບໃບຍ້ອງຍໍ ແລະ ລາງວັນໃຫ້ແກ່ພາກສ່ວນຕ່າງໆ ປະກອບມີ ຍ້ອງແກ່ຜູ້ໃຫ້ອຳນວຍຄວາມສະດວກທາງດ້ານສະຖານທີ່ ແລະ ຜູ້ອຸປະຖໍາພິທີ, ຍ້ອງຍໍໂຮງຮຽນຂຽວສະອາດ ແລະ ສິ່ງແວດລ້ອມດີຂັ້ນເມືອງ, ຍ້ອງຍໍໂຮງຮຽນທີ່ປະກອບສ່ວນໃນການສອບເສັງ, ຍ້ອງຍໍໂຮງຮຽນທີ່ມີນັກຮຽນ ປ.5 ແລະ ມ.4 ໄດ້ຄະແນນດີເດັ່ນ 9 ຂຶ້ນໄປ, ຕະຫຼອດຮອດການຍ້ອງຍໍຄູສອນດີ-ສອນເກັ່ງ ທີ່ມີຜົນງານປັ້ນນັກຮຽນໄດ້ຄະແນນສູງຕາມເກນທີ່ກໍານົດ.
ໃນຕອນທ້າຍຂອງພິທີ, ທ່ານ ນາງ ສຸດສະດາ ສີຫາວົງ ໄດ້ມີຄໍາເຫັນ ແລະ ໃຫ້ທິດຊີ້ນໍາ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຄະນະກໍາມະການ, ຄູ-ອາຈານ ແລະ ນັກຮຽນທຸກຮຸ່ນທີ່ສາມາດຍາດມາໄດ້ຜົນງານທີ່ພົ້ນເດັ່ນ. ພ້ອມກັນນັ້ນ, ທ່ານກໍໄດ້ເນັ້ນໜັກໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ເອົາໃຈໃສ່ແກ້ໄຂຈຸດອ່ອນຄົງຄ້າງ ເປັນຕົ້ນແມ່ນການເຂັ້ມງວດລະບຽບການສອບເສັງຂອງນັກຮຽນ, ການຝຶກອົບຮົມການປ້ອນຂໍ້ມູນວິຊາການ, ແລະ ການວາງແຜນງົບປະມານໃຫ້ແທດເໝາະກັບຕົວຈິງ ເພື່ອຫັນປ່ຽນ ແລະ ຍົກລະດັບຄຸນນະພາບການສຶກສາຂອງເມືອງຈັນທະບູລີ ໃຫ້ກ້າວຂຶ້ນຢ່າງແຂງແຮງໃນສົກຮຽນຕໍ່ໄປ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ