ສສກ-ອົດສະຕຣາລີ ສືບຕໍ່ຂະຫຍາຍການຮ່ວມມື ເພື່ອສົ່ງເສີມການສຶກສາຂັ້ນພື້ນຖານ ໃນ ສປປ ລາວ
16/07/2026

ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ຈັດກອງປະຊຸມຄະນະຊີ້ນໍາຂອງແຜນງານບີຄວາ ເຊິ່ງເປັນກອງປະຊຸມຮ່ວມມືກັນເຖິງສາຍພົວພັນຄູ່ຮ່ວມມືອັນແໜ້ນແຟ້ນ ແລະ ຍາວນານ ໂດຍຜ່ານການຕົກລົງຂະຫຍາຍໄລຍະເວລາການຈັດຕັ້ງປະຕິບັດ ແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ ຫຼື ແຜນງານບີຄວາ (BEQUAL) ໄປຈົນເຖິງເດືອນ ມິຖຸນາ 2028 .
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2026 ທີ່ໂຮງແຮມຮໍລິເດອິນ ໂດຍການເປັນປະທານຮ່ວມຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບນິຕາ ຊຳເມີວິວ (Benita Sommerville), ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກບັນດາກົມກອງອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ບັນດາຮອງເຈົ້າແຂວງ 18 ແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຈາກ 18 ແຂວງ ແລະ ຜູ້ອຳນວຍການວິທະຍາໄລຄູ 8 ແຫ່ງໃນທົ່ວປະເທດ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ມີຄໍາເຫັນວ່າ: ການຮ່ວມມືລະຫວ່າງກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ສ້າງພື້ນຖານທີ່ແທ້ຈິງ ແລະ ຍືນຍົງ ຕໍ່ຄຸນນະພາບການສຶກສາຊັ້ນປະຖົມໃນ ສປປ ລາວ, ຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ການສະໜັບສະໜູນໄລຍະຍາວຂອງລັດຖະບານອົດສະຕຣາລີ ເຊິ່ງໄດ້ຊ່ວຍສົ່ງເສີມລະບົບການສຶກສາຂອງພວກເຮົາ ແລະ ປັບປຸງໂອກາດໃຫ້ແກ່ເດັກນ້ອຍໃນທົ່ວປະເທດ ໂດຍສະເພາະຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຜູ້ທີ່ດ້ອຍໂອກາດ. ການສຶກສາແມ່ນພື້ນຖານຂອງຊາດທີ່ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ, ພວກເຮົາຫວັງຢ່າງຍິ່ງວ່າ ຈະໄດ້ສືບຕໍ່ການຮ່ວມມືທີ່ສຳຄັນນີ້ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, ສ້າງລະບົບການສຶກສາທີ່ສົ່ງເສີມການຮຽນຮ່ວມ ແລະ ມີປະສິດທິພາບຫຼາຍຂຶ້ນ ເພື່ອເດັກທຸກຄົນ. ສໍາລັບການຂະຫຍາຍເວລາຂອງແຜນງານໃນຄັ້ງນີ້ແມ່ນເກີດຂຶ້ນໃນໄລຍະເວລາທີ່ສຳຄັນທີ່ສຸດຂອງ ສປປ ລາວ ເພາະລັດຖະບານພວມເລີ່ມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະບັບທີ 10 (ປີ 2026-2030) ແລະ ແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ (ປີ 2026-2030), ບູລິມະສິດຂອງແຜນງານບີຄວາ ແມ່ນມີຄວາມສອດຄ່ອງຢ່າງສົມບູນກັບແຜນພັດທະນາແຫ່ງຊາດ ໂດຍສະເພາະແມ່ນການສຸມໃສ່ການເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ສົ່ງເສີມການຮຽນຮ່ວມ ແລະ ການພັດທະນາລະບົບການສຶກສາຢ່າງຮອບດ້ານ.
ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວຕື່ມວ່າ: ເມື່ອຄູໄດ້ຮັບການຝຶກອົບຮົມ ແລະ ການສະໜັບສະໜູນທີ່ດີ, ເຂົາເຈົ້າຈະສາມາດຕອບສະໜອງຄວາມຕ້ອງການໃນການຮຽນຮູ້ຂອງນັກຮຽນໄດ້ຢ່າງມີປະສິດທິພາບ, ວິທີການນີ້ຂອງແຜນງານບີຄວາ ໄດ້ຊ່ວຍປັບປຸງການຮຽນ-ການສອນໃນຫ້ອງຮຽນຕົວຈິງ ໂດຍສະເພາະແມ່ນການຊ່ວຍເຫຼືອເດັກນ້ອຍໃນເຂດຫ່າງໄກສອກຫຼີກ ແລະ ຜູ້ທີ່ມີອຸປະສັກໃນການຮຽນຮູ້.
ໂອກາດດຽວກັນ, ທ່ານ ນາງ ເບນິຕາ ຊຳເມີວິວ ກໍໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຢືນຄຽງຂ້າງກະຊວງສຶກສາທິການ ແລະ ກິລາ ໃນການສະໜັບສະໜູນການສຶກສາທີ່ມີຄຸນນະພາບ ໃນ ສປປ ລາວ, ພວກເຮົາຮັບຮູ້ນຳກັນວ່າ ການຮຽນຂັ້ນພື້ນຖານ ແມ່ນມີຄວາມຈຳເປັນຢ່າງຍິ່ງສຳລັບການພັດທະນາເສດຖະກິດ ແລະ ສັງຄົມໃນໄລຍະຍາວ ແລະ ເຊື່ອວ່າເດັກທຸກຄົນ ບໍ່ວ່າຈະເປັນເດັກຍິງ ຫຼື ເດັກຊາຍ ທີ່ຢູ່ໃນເຂດຫ່າງໄກສອກຫຼີກ ຫຼື ດ້ອຍໂອກາດ ລ້ວນແຕ່ຄວນໄດ້ຮັບໂອກາດໃນການເຂົ້າຮຽນ ແລະ ປະສົບຜົນສຳເລັດ, ຄວາມກ້າວໜ້າທີ່ບັນລຸໄດ້ຜ່ານແຜນງານບີຄວາ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ການຮ່ວມມືທີ່ເຂັ້ມແຂງ ສາມາດສົ່ງຜົນດີໄດ້ແນວໃດ ແລະ ພວກເຮົາຫວັງວ່າຈະໄດ້ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດຕໍ່ໄປໃນອະນາຄົດ. ຜົນງານ ແລະ ຄວາມສຳເລັດທີ່ຜ່ານມາ ນັບຕັ້ງແຕ່ເລີ່ມຈັດຕັ້ງປະຕິບັດໃນປີ 2015 ເປັນຕົ້ນມາ, ແຜນງານບີຄວາ ໄດ້ສະໜັບສະໜູນຄວາມສຳເລັດອັນໂດດເດັ່ນໃນການປັບປຸງການສຶກສາຊັ້ນປະຖົມໃນທົ່ວ ສປປ ລາວ, ແຜນງານດັ່ງກ່າວໄດ້ປະກອບສ່ວນນຳສະເໜີຫຼັກສູດຊັ້ນປະຖົມສຶກສາທີ່ທັນສະໄໝ ໂດຍຖືເອົານັກຮຽນເປັນໃຈກາງ, ພັດທະນາບົດຮຽນຝຶກເວົ້າພາສາລາວ (ສຳລັບເດັກນ້ອຍທີ່ບໍ່ໄດ້ໃຊ້ພາສາລາວເປັນພາສາທຳອິດ), ສົ່ງເສີມການຝຶກອົບຮົມຄູ ແລະ ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (Continuous Professional Development – CPD) ຢູ່ພາຍໃນໂຮງຮຽນ ແລະ ວິທະຍາໄລຄູ, ການຊຸກຍູ້ເຫຼົ່ານີ້ ຊ່ວຍໃຫ້ຄູສອນສາມາດເຂົ້າເຖິງການສະໜັບສະໜູນທາງດ້ານວິຊາການຢ່າງເປັນປົກກະຕິ ແລະ ມີປະສິດທິພາບຫຼາຍຂຶ້ນໃນທົ່ວປະເທດ.
ທິດທາງຈຸດສຸມໃໝ່ໃນໄລຍະການຂະຫຍາຍເວລາ ຮອດປີ 2028 ແມ່ນການຂະຫຍາຍເວລາໃນຄັ້ງນີ້ ຖືເປັນຂີດໝາຍອັນສຳຄັນ ໂດຍຈະສຸມໃສ່ການຈັດຕັ້ງປະຕິບັດໃນຮູບແບບທີ່ຮອບດ້ານ ແລະ ຍືນຍົງກວ່າເກົ່າ, ແຜນງານຈະເນັ້ນໃສ່ວຽກງານຫຼັກຄື: ການຮ່ວມມືຈັດຕັ້ງປະຕິບັດໃນທົ່ວປະເທດ, ການນຳໃຊ້ສື່ການຮຽນ-ການສອນເພີ່ມເຕີມເພື່ອຮັກສາຜົນສໍາເລັດ, ພ້ອມທັງສຸມໃສ່ວຽກງານຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ (GEDSI) ເຊັ່ນ: ສົ່ງເສີມບົດບາດ ແລະ ຄວາມເປັນຜູ້ນຳຂອງແມ່ຍິງ ພາຍໃນກະຊວງສຶກສາທິການ ແລະ ກິລາ ໃນຂັ້ນສູນກາງ; ສະໜັບສະໜູນວຽກງານການປົກປ້ອງເດັກ ແລະ ການຕ້ານຄວາມຮຸນແຮງທາງເພດພາຍໃນໂຮງຮຽນ; ພັດທະນາການສຶກສາທີ່ຄຳນຶງເຖິງຄວາມພິການ ແລະ ວິທີການປະຕິບັດຕົວຈິງ ເພື່ອຊ່ວຍໃຫ້ຄູສາມາດກຳນົດ ແລະ ຊ່ວຍເຫຼືອນັກຮຽນທີ່ມີຄວາມຕ້ອງການພິເສດໄດ້ຢ່າງຖືກຕ້ອງ; ການຄົ້ນຄວ້າ ແລະ ການຮຽນຮູ້ ເພື່ອສະໜອງຂໍ້ມູນຫຼັກຖານໃຫ້ແກ່ການກຳນົດນະໂຍບາຍ, ແຜນຍຸດທະສາດ ແລະ ປັບປຸງຄຸນນະພາບການສຶກສາໃນທົ່ວລະບົບ.
ພາບ-ຂ່າວ: ບົວລະພາ















