ປະທານປະເທດ ເນັ້ນຫຼາຍບັນຫາເພື່ອໃຫ້ສື່ມວນຊົນ ມີການພັດທະນາຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ
16/07/2026

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ໃນວັນທີ 15 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ, ໂດຍມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຊີ້ນໍາກອງປະຊຸມ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາການນໍາ, ອະດີດການນໍາຂັ້ນສູງ, ຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ໂດຍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຝາກຄວາມສາມັກຄີຮັກແພງ, ຄວາມເຊື່ອໝັ້ນມາຍັງກອງປະຊຸມ ບັນດາຜູ້ເຂົ້າຮ່ວມ ແລະ ຖັນແຖວຜູ້ປະຕິບັດໜ້າທີ່ວຽກງານສື່ມວນຊົນທຸກຖ້ວນໜ້າໃນທົ່ວປະເທດ. ທ່ານໄດ້ຍົກໃຫ້ເຫັນປະຫວັດສາດຄວາມເປັນມາຂອງສື່ມວນຊົນລາວ ທີ່ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ວັນທີ 13 ສິງຫາ 1950 ລວມອາຍຸໄດ້ 76 ປີ. ເຖິງວ່າຄັ້ງນີ້ຈະເປັນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທຳອິດ ແຕ່ໃນຄວາມເປັນຈິງ ວຽກງານສື່ມວນຊົນແມ່ນໄດ້ຮັບການຊີ້ນໍາໃກ້ຊິດຕິດ ແທດຢ່າງເປັນປະຈໍາ ແລະ ບໍ່ເຄີຍຖືກປ່ອຍປະຈາກພັກ-ລັດ ຕະຫຼອດທຸກຍຸກສະໄໝ ສະຫາຍໄດ້ຊົມເຊີຍຂໍ້ລິເລີ່ມໃນການຈັດກອງປະຊຸມຄັ້ງນີ້, ເພາະມີຄວາມຈໍາເປັນ ແລະ ຖືກຈຸດຖືກເວລາ ໃນການຍົກສູງບົດບາດຂອງສື່ມວນຊົນເພື່ອຕອບສະໜອງກັບສະພາບການໃໝ່ ແລະ ເຕັກໂນໂລຊີການສື່ສານ ທີ່ພັດທະນາກ້າວໜ້າຢ່າງວ່ອງໄວ. ພ້ອມນີ້, ໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີ ແລະ ພາລະກຳອັນອົງອາດກ້າຫານຂອງນັກຂ່າວ ນັກຮົບສື່ມວນຊົນປະຕິວັດໃນໄລຍະຕໍ່ສູ້ກູ້ຊາດ ທີ່ໄດ້ຖືເອົາ “ປາຍປາກກາເປັນອາວຸດທີ່ແຫຼມຄົມ” ຖືເຄື່ອງມືອັນປະຖົມປະຖານເປັນກະບອກສຽງທີ່ເປັ່ງປະກາຍແສງສະຫວ່າງ ປຸກລະດົມຈິດໃຈຮັກຊາດ ແລະ ຄວາມຕື່ນຕົວປະຕິວັດ ຫຼາຍສະຫາຍໄດ້ເສຍສະຫຼະເລືອດເນື້ອ ແລະ ຊີວິດຢູ່ໃນສະໜາມຮົບເພື່ອໃຫ້ໄດ້ມາເຊິ່ງພາບ ແລະ ສຽງຕົວຈິງ. ພ້ອມນັ້ນ, ຍັງໄດ້ເນັ້ນໜັກວ່າ ຄົນລາວທຸກຄົນຕ້ອງບໍ່ຫຼົງລືມມູນເຊື້ອ ແລະ ຄຸນງາມຄວາມດີຂອງນັກສື່ມວນຊົນປະຕິວັດຜູ້ມີຊື່ສຽງໃນອະດີດ ແລະ ສື່ມວນຊົນລາວໃນຍຸກນີ້ ຄວນເດັດດ່ຽວຕໍ່ສູ້ຕ້ານກັບກຸ່ມຄົນທີ່ສວຍໃຊ້ສື່ທີ່ລໍ້າສະໄໝມາສ້າງຂ່າວລວງ ຂ່າວປອມ ຂ່າວອະກຸສົນ ເພື່ອບິດເບືອນ ແລະ ທຳລາຍຄວາມດີງາມຂອງຊາດ.
ທ່ານປະທານປະເທດ ກ່າວຕື່ມວ່າ: ໃນພາລະໜ້າທີ່ອັນໜັກໜ່ວງຂອງສື່ມວນຊົນລາວໃນຍຸກໃໝ່ ທີ່ຈະຕ້ອງໄດ້ປະເຊີນໜ້າ ໂດຍຕ້ອງມີຄວາມໜັກແໜ້ນບໍລິສຸດໂປ່ງໃສ ແລະ ເປັນທຳ, ຂໍ້ມູນຂ່າວສານເໝືອນ “ອາຫານລ້ຽງຈິດໃຈ ແລະ ສະໝອງ” ຂອງຄົນໃນສັງຄົມ ຊຶ່ງມີ 2 ປະເພດຄື: ອາຫານດີມີຄຸນຄ່າ (ຂ່າວທີ່ມີປະໂຫຍດ ແລະ ປອດໄພ) ແລະ ອາຫານເປັນພິດ (ຂ່າວລວງ ຂ່າວບິດເບືອນທີ່ເປັນອັນຕະລາຍຕໍ່ສຸຂະພາບກາຍ-ໃຈ ແລະ ຄວາມໝັ້ນຄົງຂອງປະເທດ). ດັ່ງນັ້ນ, ຜູ້ເປັນສື່ມວນຊົນຕ້ອງມີສະຕິໃນການເລືອກ ແລະ ປະຕິບັດໜ້າທີ່ ທັງໃນນາມ “ຜູ້ຮັບ” (ຮັບຂໍ້ມູນມາຄົ້ນຄວ້າວິໄຈປຽບທຽບ) ແລະ “ຜູ້ໃຫ້” (ໃຫ້ຂໍ້ມູນທີ່ຖືກຕ້ອງ, ມີຄຸນປະໂຫຍດ ໃຫ້ການສຶກສາອົບຮົມ ແລະ ສ້າງຄວາມສະດຸ້ງໄວໃຫ້ສັງຄົມ). ພ້ອມດຽວກັນນັ້ນ, ທ່ານ ປະທານປະເທດ ຍັງໄດ້ເນັ້ນເຖິງກາລະໂອກາດ ແລະ ສິ່ງທ້າທາຍໃນຍຸກ 4.0 ຍຸກດີຈີຕອນ ແລະ ປັນຍາປະດິດ (AI) ຖ້າຮູ້ເລືອກໃຊ້ສິ່ງທີ່ເປັນປະໂຫຍດ ກໍຈະສ້າງຜົນປະໂຫຍດມະຫາສານ ແຕ່ຫາກນໍາໃຊ້ໄປໃນທາງທີ່ບໍ່ສ້າງສັນຖືກໃຊ້ເປັນເຄື່ອງມືບິດເບືອນຫຼອກລວງ ຫຼື ເພື່ອຜົນປະໂຫຍດສ່ວນຕົວ ກໍຈະນໍາພາສັງຄົມໄປສູ່ຄວາມແຕກແຍກ ແລະ ຫາຍະນະໄປໃນຕົວ.
ທ່ານ ທອງລຸນ ສີສຸລິດ ຍັງໄດ້ຮຽກຮ້ອງ ແລະ ມີທິດຊີ້ນໍາຕໍ່ວຽກງານສື່ມວນຊົນຄື: 1. ເພີ່ມທະວີຄວາມສາມັກຄີກົມກຽວ ສື່ມວນຊົນທຸກປະເພດຂອງລາວຕ້ອງຮຽນຮູ້ ເຊິ່ງກັນ ແລະ ກັນ, ກຳແໜ້ນສະພາບການຜັນແປແຍກແຍະໃຫ້ໄດ້ລະຫວ່າງຄວາມຖືກ-ຜິດ, ການຕຳນິຕິຊົມທີ່ສ້າງສັນ ກັບການໃສ່ຮ້າຍປ້າຍສີທີ່ຂາດຈັນຍາບັນ; 2. ຮັກສາມູນເຊື້ອວັດທະນະທໍາອັນດີງາມ, ຕ້ອງມີສະຕິປະຈໍາໃຈສະເໝີວ່າຕົນເອງເປັນຄົນລາວ ທີ່ມີຄວາມອ່ອນນ້ອມຖ່ອມຕົວ ໂອບເອື້ອອາລີ ແລະ ນຸ້ມນວນສຸຂຸມ, ຫຼີກລ່ຽງການໃຊ້ອາລົມຄວາມເວົ້າຫຍາບຄາຍ, ການຕົວະຕົ້ມຫຼອກລວງ ແລະ ຄວາມເຫັນແກ່ຕົວ; 3. ກຽມພ້ອມຕໍ່ສູ້ເພື່ອສັດຈະທໍາ ຕ້ອງໝັ້ນໃຈວ່າຄວາມຈິງຍາມໃດກໍຢູ່ເໜືອການບິດເບືອນ ແລະ ຕ້ອງບໍ່ຢ້ານກົວທີ່ຈະຕໍ່ສູ້ເພື່ອຄວາມເປັນທຳ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ; 4. ການສະ ໜັບສະໜູນຈາກພັກ-ລັດ ສະເໜີໃຫ້ທຸກການຈັດຕັ້ງຂອງພັກ-ລັດ ທີ່ກ່ຽວຂ້ອງຕັ້ງໜ້າຕິດຕາມຊ່ວຍເຫຼືອ, ສະໜັບສະໜູນ ແລະ ໃຫ້ຄຳແນະນຳທີ່ສ້າງສັນ ເພື່ອສ້າງກຳລັງໃຈໃຫ້ສື່ມວນຊົນ; 5. ການປັບປຸງຕົນເອງ ຕົວຜູ້ເຮັດວຽກສື່ມວນຊົນເອງ ຕ້ອງໝັ່ນປັບປຸງ ແລະ ຮຽນຮູ້ຕະຫຼອດເວລາ ເພື່ອນຳໃຊ້ກາລະໂອກາດໃຫ້ທັນກັບສະພາບການ ແລະ ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ບັນດາສື່ມວນຊົນ ແລະ ປວງຊົນລາວທຸກຖ້ວນໜ້າຈະຮ່ວມແຮງຮ່ວມໃຈກັນ ສະໜັບສະໜູນຊ່ວຍເຫຼືອສື່ມວນຊົນລາວ ໃຫ້ສາມາດປະຕິບັດໜ້າທີ່ອັນມີກຽດຂອງຕົນ, ສົມກັບຄວາມໄວ້ວາງໃຈຂອງສັງຄົມ ແລະ ອວຍພອນໃຫ້ທຸກທ່ານຈົ່ງມີຄວາມສຸກ ແລະ ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ.
ແຫຼ່ງຂ່າວ: ໜັງສືພິມປະຊາຊົນ
ຂ່າວທີ່ກ່ຽວຂ້ອງ












