ສສກ ແລະ ອົດສະຕຣາລີ ຈັບມືຍົກລະດັບວິຊາຊີບຄູປະຖົມ ຜ່ານກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນ 30 ເມືອງເປົ້າໝາຍ
ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມມືກັບ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ (BEQUAL) ຈັດກອງປະຊຸມປະຈຳ 6 ເດືອນ ຮ່ວມກັບວິທະຍາໄລຄູ (ວຄ) ແລະ ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ໃນຂັ້ນໂຮງຮຽນ ແລະ ວາງແຜນການເຄື່ອນໄຫວໃນຕໍ່ໜ້າ.
ກອງປະຊຸມດັ່ງກ່າວ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເພັດມະນີ ສີລັດມີນາ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ແລະ ມີຜູ້ແທນເຂົ້າຮ່ວມທັງໝົດ 86 ທ່ານ ຈາກກົມສ້າງຄູ, ກົມສາມັນສຶກສາ, ກົມແຜນການ,...








