ອັງກິດ ກຽມຫ້າມເດັກອາຍຸຕ່ຳກວ່າ 16 ປີ ນຳໃຊ້ໂຊຊຽວມີເດຍ ເພື່ອປົກປ້ອງເຍົາວະຊົນ
18/06/2026

ຕາມສຳນັກຂ່າວ ເອເອັບພີ (AFP) ລາຍງານໃນວັນທີ 15 ມິຖຸນາ 2026 ໂດຍລະບຸວ່າ: ທ່ານ ເຄຍ ສະຕາເມີ (Keir Starmer) ນາຍົກລັດຖະມົນຕີ ແຫ່ງ ສະຫະລາຊະອານາຈັກ (ອັງກິດ) ໄດ້ປະກາດແຜນການຫ້າມເດັກນ້ອຍທີ່ມີອາຍຸຕ່ຳກວ່າ 16 ປີ ນຳໃຊ້ສື່ສັງຄົມອອນລາຍ (Social Media) ເຊິ່ງທ່ານໄດ້ຊີ້ແຈງວ່າ ແພຼດຟອມເຫຼົ່ານີ້ພວມເຮັດໃຫ້ເຍົາວະຊົນບໍ່ມີຄວາມສຸກ ທັງຍັງເປັນຊ່ອງທາງໃຫ້ພວກເຂົາເຂົ້າເຖິງເນື້ອຫາທີ່ເປັນອັນຕະລາຍ ແລະ ຖືກອອກແບບມາເພື່ອໃຫ້ເກີດການເບື່ອເມົາ ຫຼື ເສບຕິດການໃຊ້ງານ.
ທ່ານ ສະຕາເມີ ຖະແຫຼງວ່າ ມາດຕະການດັ່ງກ່າວຈະກວມລວມເຖິງແພຼດຟອມຫຼັກ ເຊັ່ນ: Snapchat, TikTok, YouTube, Instagram, Facebook ແລະ X ແຕ່ຈະບໍ່ລວມເຖິງການບໍລິການສົ່ງຂໍ້ຄວາມສ່ວນຕົວ ເຊັ່ນ: WhatsApp.
ທ່ານນາຍົກອັງກິດ ລະບຸຕື່ມວ່າ ແນວຄິດນີ້ແມ່ນໄດ້ຮັບອິດທິພົນມາຈາກປະເທດອົດສະຕຣາລີ ເຊິ່ງໃນເດືອນທັນວາ ຜ່ານມາ ໄດ້ກາຍເປັນປະເທດທຳອິດໃນໂລກທີ່ອອກກົດໝາຍຫ້າມຜູ້ທີ່ມີອາຍຸຕ່ຳກວ່າ 16 ປີ ນຳໃຊ້ໂຊຊຽວມີເດຍ. ທັງນີ້, ລັດຖະບານອັງກິດ ຕັ້ງເປົ້າໝາຍທີ່ຈະຊຸກຍູ້ຮ່າງກົດໝາຍດັ່ງກ່າວໃຫ້ຜ່ານສະພາແຫ່ງຊາດພາຍໃນເດືອນທັນວາປີນີ້ ແລະ ຈະເລີ່ມບັງຄັບໃຊ້ຢ່າງເປັນທາງການໃນໄລຍະເດືອນມີນາ ຫາ ພຶດສະພາ 2027.
ແນວໃດກໍດີ, ທ່ານ ສະຕາເມີ ໄດ້ສົ່ງສັນຍານວ່າ ແພຼດຟອມທີ່ຖືກອອກແບບມາເພື່ອການສຶກສາ ແລະ ເດັກນ້ອຍໂດຍສະເພາະ ເຊັ່ນ: YouTube Kids, Lego Play ແລະ Google Classroom ອາດຈະໄດ້ຮັບການຍົກເວັ້ນ.
ນອກຈາກນີ້, ລັດຖະບານອັງກິດ ຍັງເປີດເຜີຍວ່າ ພວມພິຈາລະນາມາດຕະການເພີ່ມເຕີມ ເຊັ່ນ: กาນກຳນົດເວລາໃນການນຳໃຊ້ອິນເຕີເນັດຂອງເຍົາວະຊົນໃນເວລາກາງຄືນ ແລະ ການຈຳກັດລະບົບເລື່ອນໜ້າຈໍແບບບໍ່ມີສິ້ນສຸດ (Infinite Scrolling).
ໃນຂະນະດຽວກັນ, ທາງລັດຖະບານກໍກຽມອອກຄຳສັ່ງໃຫ້ແພຼດຟອມເກມອອນລາຍ ແລະ ບໍລິການຖ່າຍທອດສົດ (Live Streaming) ປິດກັ້ນຟັງຊັນຕ່າງໆ ທີ່ເປີດໂອກາດໃຫ້ບຸກຄົນແປກໜ້າສາມາດຕິດຕໍ່ພົວພັນກັບເດັກນ້ອຍໄດ້ໂດຍກົງ.
ຢ່າງໃດກໍຕາມ, ການປະກາດມາດຕະການດັ່ງກ່າວ ໄດ້ຮັບກະແສສະໜັບສະໜູນຈາກຫຼາຍອົງການຈັດຕັ້ງທີ່ເຮັດວຽກກ່ຽວກັບເດັກ ໂດຍສະມາຄົມປ້ອງກັນການທາລຸນເດັກແຫ່ງຊາດອັງກິດ (NSPCC) ລະບຸວ່າ ນີ້ຄືໄຊຊະນະຂອງເດັກນ້ອຍ ແລະ ຜູ້ປົກຄອງ, ແຕ່ກໍໄດ້ຮຽກຮ້ອງໃຫ້ມີລະບົບກວດສອບອາຍຸຂອງຜູ້ໃຊ້ງານ ແລະ ມາດຕະການບັງຄັບໃຊ້ກົດໝາຍທີ່ເຂັ້ມງວດຕື່ມອີກ.
ສ່ວນອົງການ Save the Children ປະຈຳສະຫະລາຊະອານາຈັກ ໄດ້ສະແດງຄວາມກັງວົນວ່າ ການຫ້າມບໍ່ໃຫ້ໃຊ້ງານໂຊຊຽວມີເດຍ ຈະເປັນການຍູ້ໃຫ້ເດັກນ້ອຍຫັນໄປໃຊ້ບໍລິການອື່ນໆ ທີ່ມີການກວດກາ ແລະ ຄວບຄຸມໜ້ອຍກວ່າ ເຊິ່ງອາດເຮັດໃຫ້ພວກເຂົາເຂົ້າເຖິງການຊ່ວຍເຫຼືອໄດ້ຍາກຂຶ້ນເມື່ອເກີດບັນຫາ.
ປັດຈຸບັນ, ປະເທດການາດາ ແລະ ຝຣັ່ງ ກໍພວມພິຈາລະນາມາດຕະການໃນລັກສະນະດຽວກັນນີ້. ສ່ວນປະເທດອິນໂດເນເຊຍ ແມ່ນໄດ້ເລີ່ມບັງຄັບໃຊ້ຂໍ້ຫ້າມດັ່ງກ່າວສຳລັບຜູ້ໃຊ້ທີ່ມີອາຍຸຕ່ຳກວ່າ 16 ປີ ມາຕັ້ງແຕ່ເດືອນມີນາ ທີ່ຜ່ານມາ.
ລັດຖະບານອັງກິດ ຢືນຢັນວ່າ ມາດຕະການທັງໝົດເຫຼົ່ານີ້ ມີເປົ້າໝາຍເພື່ອຫຼຸດຜ່ອນການເຂົ້າເຖິງສື່ລາມົກອອນລາຍ ແລະ ປ້ອງກັນບໍ່ໃຫ້ກຸ່ມຜູ້ລ່ວງລະເມີດທາງເພດເດັກ ໃຊ້ຊ່ອງທາງດີຈີຕອນໃນການເຂົ້າຫາ ຫຼື ຕົວະຍົວະຫຼອກລວງເຍົາວະຊົນ.










