Skip to main content

Author: Mitlandone Thepninhom

ຄະນະຊາວໜຸ່ມ ສກຂ ຫຼວງພະບາງ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ພ້ອມຍ້ອງຍໍຊາວໜຸ່ມ 4 ບຸກ

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງພະບາງ ໄດ້ຈັດພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ພ້ອມທັງຢັ້ງຢືນຍ້ອງຍໍ ຊາວໜຸ່ມ 4 ບຸກ ໃນວັນທີ 31 ທັນວາ 2025 ທີ່ພະແນກດັ່ງກ່າວ, ໂດຍເປັນປະທານຂອງ ສະຫາຍ ປອ ສຸລິເດດ ກຳມະການພັກແຂວງ, ເລຂາຄະນະພັກຮັກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ສະຫາຍ ຈັນທະລີ ອຸໄລສິດ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ສົມພອນ ດີລີວົງ ປະທານກຳມະບານຮາກຖານພະແນກ, ຄະນະພັກຮາກຖານ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານ ແລະ...

Continue reading

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈະມີຜູ້ແທນເຂົ້າຮ່ວມ ທັງໝົດ 834 ສະຫາຍ

ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກອງເລຂາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖະແຫຼງຂ່າວ ກ່ອນດໍາເນີນກອງປະຊຸມໃຫຍ່ ທີ່ຫໍປະຊຸມແຫ່ງຊາດ ໃນຕອນບ່າຍວັນທີ 4 ມັງກອນ 2026 ວ່າ: ພີ່ນ້ອງຮ່ວມຊາດ ແລະ ເພື່ອນມິດສາກົນ ທີ່ຮັກແພງທັງຫຼາຍ. ຂ້າພະເຈົ້າ ຂໍອະນຸຍາດຕາງໜ້າໃຫ້ກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ ຂໍແຈ້ງມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພ້ອມດ້ວຍປະເທດເພື່ອນມິດໃກ້-ໄກ ຊາບທົ່ວເຖິງກັນ ວ່າ: ໂດຍປະຕິບັດຕາມກົດລະບຽບຂອງພັກ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ...

Continue reading

ກົງສຸນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງ ມອບທຶນການສຶກສາໃຫ້ນັກສຶກສາວິທະຍາໄລເຕັກນິກວິຊາຊີບແບບປະສົມ ແຂວງອຸດົມໄຊ

ພິທີມອບທຶນການສຶກສາຂອງ ກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈຳແຂວງຫຼວງພະບາງ ໃຫ້ແກ່ນັກສຶກສາ ແລະ ວິທະຍາໄລເຕັກນິກວິຊາຊີບແບບປະສົມແຂວງອຸດົມໄຊ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ ຕາງໜ້າກົງສູນໃຫຍ່ ສປ ຈີນ ປະຈຳ ແຂວງຫຼວງພະບາງ ມອບໂດຍ ທ່ານ ຈຳປາ ສີດາຄຳ ຫົວໜ້າພະແນກການຕ່າງປະເທດແຂວງອຸດົມໄຊ, ມີ ທ່ານ ສີທອງ ທັນຂັນຕິ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາອຸດົມໄຊ ແລະ ທ່ານ ຈັນທີ ວິລະໄຊພອນ ຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບແບບປະສົມ ແຂວງອຸດົມໄຊ ຕະຫຼອດຮອດ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາທີ່ໄດ້ຮັບທຶນ ເຂົ້າຮ່ວມ. ການມອບທຶນການສຶກສາ ແມ່ນປະຕິບັດຕາມ...

Continue reading

ການນຳຂັ້ນສູງຂອງພັກ ວາງພວງມາລາ ແລະ ກະຕ່າດອກໄມ້ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII

ໃນຕອນເຊົ້າວັນທີ 5 ມັງກອນ 2026, ການນໍາຂັ້ນສູງຂອງພັກປະຊາຊົນປະຕິວັດລາວ, ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນໂອກາດຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນລະຫວ່າງວັນທີ 6-8 ມັງກອນ 2026 ນີ້. ການວາງພວງມາລາໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ...

Continue reading

“ຄວາມສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ”

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຖືກຍົກຂຶ້ນມາເປັນເຫດການທາງປະຫວັດສາດສຳຄັນທີ່ຈະກຳນົດທິດທາງການພັດທະນາປະເທດຊາດລາວໃນຊຸມປີຕໍ່ໜ້າ. ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ສຳພາດພິເສດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ໂດຍໄດ້ເນັ້ນໃສ່ຄວາມໝາຍສຳຄັນຂອງກອງປະຊຸມໃນຖານະເປັນອົງການນຳພາສູງສຸດທີ່ຈະກຳນົດເປົ້າໝາຍຍຸດທະສາດການພັດທະນາປະເທດຊາດໃນອະນາຄົດ.ທ່ານ ພັນຄໍາ ເຜີຍຍະວົງ ກ່າວວ່າ: ກອງປະຊຸມດັ່ງກ່າວ ຈະດໍາເນີນຂຶ້ນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ...

Continue reading

ມອບ-ຮັບ ເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນວັນທີ 5 ມັງກອນ 2026 ນີ້, ພາກລັດ ແລະ ເອກະຊົນ ໄດ້ນຳເອົາເງິນ, ເຄື່ອງບໍລິໂພກ, ເຄື່ອງລະນຶກ ມາມອບໃຫ້ແກ່ລັດຖະບານລາວ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 6-8 ມັງກອນ 2026 ຢູ່ນະຄອນຫຼວງວຽງຈັນ, ຕາງໜ້າຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ພາກສ່ວນທີ່ນຳເອົາເງິນມາມອບໃຫ້ໃນຄັ້ງນີ້ ປະກອບມີ ທະນາຄານການຕ່າງປະເທດລາວມະຫາຊົນ ມອບເງິນ ແລະ ເຄື່ອງທີ່ລະນຶກຕ່າງໆ ລວມມູນຄ່າ 300 ລ້ານກວ່າກີບ, ຕາງໜ້າມອບໂດຍ ທ່ານ ນາງ ສາຍສະໝອນ...

Continue reading

ກົມໃຫຍ່ຕຳຫຼວດ ສຸມໃສ່ວຽກງານປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ

ກົມໃຫຍ່ຕຳຫຼວດ ໄດ້ສຸມໃສ່ບັນຈຸກໍາລັງວິຊາສະເພາະ ລົງປະຈຳການປ້ອງກັນເວນຍາມ ຢູ່ບໍລິເວນ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ (ປປ ລາວ) ມີຄວາມສະຫງົບ ປອດໄພຮອບດ້ານ. ທ່ານ ພົຈວ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ, ທັງເປັນຄະນະຮັບຜິດຊອບປ້ອງກັນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ໃຫ້ສໍາພາດໃນວັນທີ 4 ມັງກອນ 2026 ນີ້ວ່າ: ກົມໃຫຍ່ຕຳຫຼວດ ໄດ້ສຸມໃສ່ບັນຈຸກໍາລັງວິຊາສະເພາະ ລົງປະຈຳການປ້ອງກັນເວນຍາມ ຢູ່ບໍລິເວນ ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ...

Continue reading

ແຂວງຈຳປາສັກ ຍ້ອງຍໍຄະນະນຳ, ຄູຝຶກ ແລະ ນັກກິລາ ຊຸດເຂົ້າຮ່ວມ 2 ງານກິລາລະດັບຊາດ ທີ່ນະຄອນຫຼວງວຽງຈັນ

ພິທີສະຫຼຸບຜົນສຳເລັດ ແລະ ມອບເງິນບຳເນັດຫຼຽນລາງວັນໃຫ້ແກ່ຄະນະນຳ, ຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 26 ທັນວາ 2025 ຢູ່ທີ່ສະໂມສອນ (ຫຼັກ4), ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ, ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ທ່ານ ປອ ພູວົງ ອາໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ບັນດາຄະນະນຳ, ຄູຝຶກນັກກິລາ ແລະ ນັກກິລາ...

Continue reading