Author: Mitlandone Thepninhom
ເມືອງເຊໂປນ ສອບເສັງຄັດເລືອກບັນຈຸລັດຖະກອນຄູທົດແທນ ປະຈຳງວດ 2 ປີ 2026
ໃນວັນທີ 8 ພຶດສະພາ 2026 ນີ້, ທີ່ສູນສອບເສັງໂຮງຮຽນ ມສ ນາບໍ່ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ມີການຈັດພິທີສອບເສັງຄັດເລືອກບັນຈຸລັດຖະກອນຄູທົດແທນ ປະຈຳງວດ 2 ປີ 2026 ຢ່າງເປັນທາງການ ເພື່ອຕອບສະໜອງຄວາມຕ້ອງການບຸກຄະລາກອນທາງດ້ານການສຶກສາໃຫ້ມີຄຸນນະພາບ ແລະ ພຽງພໍກັບຄວາມຕ້ອງການຕົວຈິງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະຫວັນໄຊ ອາໄສ ປະທານຄະນະກຳມະການປົກຄອງເມືອງເຊໂປນ ແລະ ທ່ານ ອຳພອນ ຂາວເພຍສຸພົນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄະນະກຳມະການຈາກ 5 ຕົວເມືອງ, ພະນັກງານທີ່ກ່ຽວຂ້ອງ ແລະ ຜູ້ເຂົ້າສອບເສັງຢ່າງພ້ອມພຽງ.
ທ່ານ ນວນທອງ ພິລາວັນ...
ວິທະຍາໄລເຕັກນິກປາກປ່າສັກ ມອບໃບປະກາສະນິຍະບັດໃຫ້ນັກສຶກສາ ສປ ຈີນ ຮຸ່ນທີ 4 ທີ່ສຳເລັດຫຼັກສູດພາສາລາວ
ໃນວັນທີ 8 ພຶດສະພາ 2026 ທີ່ສູນພັດທະນາອາຊີບການໂຮງແຮມ ແລະ ການທ່ອງທ່ຽວ ວິທະຍາໄລເຕັກນິກປາກປ່າສັກ ໄດ້ຈັດພິທີມອບໃບປະກາສະນິຍະບັດໃຫ້ແກ່ນັກສຶກສາຈາກ ສປ ຈີນ ຮຸ່ນທີ 4 ທີ່ສຳເລັດການສຶກສາຫຼັກສູດພາສາລາວຢ່າງເປັນທາງການ, ໂດຍການໃຫ້ກຽດມອບຂອງ ທ່ານ ໂພໄຊ ບູລົມ ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ, ມີຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ການຝຶກອົບຮົມໃນຄັ້ງນີ້ ແມ່ນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ວິທະຍາໄລເຕັກນິກປາກປ່າສັກ ແລະ ວິທະຍາໄລເຕັກນິກວິຊາຊີບສິບສອງພັນນາ ເພື່ອສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນຮ່ວມກັນ. ຫຼັກສູດດັ່ງກ່າວມີໄລຍະເວລາຮຽນທັງໝົດ 7 ເດືອນ (ເລີ່ມແຕ່ວັນທີ 25 ກັນຍາ 2025 ຫາ 27...
ກວຮ ຮ່ວມກັບ ສກຂ ຫຼວງພະບາງ ຈັດກອງປະຊຸມແນະນໍາການຈັດຕັ້ງປະຕິບັດການກຽມຄວາມພ້ອມ ໄລຍະພັກແລ້ງ 10 ອາທິດ
ໃນລະຫວ່າງວັນທີ 7-10 ພຶດສະພາ 2026 ທີ່ຫ້ອງປະຊຸມວິທະຍາໄລຄູຫຼວງພະບາງ, ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງພະບາງ ໄດ້ຈັດກອງປະຊຸມແນະນໍາການຈັດຕັ້ງປະຕິບັດການກຽມຄວາມພ້ອມ ໄລຍະພັກແລ້ງ 10 ອາທິດ ໃຫ້ແກ່ບຸກຄະລາກອນທາງການສຶກສາຂັ້ນແຂວງ, ຂັ້ນເມືອງ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ໃນ 4 ເມືອງເປົ້າໝາຍຂອງແຂວງຫຼວງພະບາງ ເຊິ່ງກອງປະຊຸມຄັ້ງນີ້ໄດ້ແບ່ງອອກເປັນ 2 ຊຸດ ຄື: ຄັ້ງທີ 1 ແຕ່ວັນທີ 7-8 ພຶດສະພາ ແລະ ຄັ້ງທີ 2 ແຕ່ວັນທີ 9-10 ພຶດສະພາ 2026, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ກິຄໍາ ພິມບຸນຍໍ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ບົວລອຍ...
ປິດຊຸດຝຶກອົບຮົມທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ໃຫ້ແກ່ພະນັກງານຫຼັກແຫຼ່ງ ກະຊວງ ສສກ
ໃນຕອນບ່າຍວັນທີ 8 ພຶດສະພາ 2026 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໄດ້ມີພິທີມອບໃບຢັ້ງຢືນ ແລະ ປິດຊຸດຝຶກອົບຮົມທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ຢ່າງເປັນທາງການ ໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງ ສສກ ແລະ ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ອຳນວຍການສະຖາບັນ, ສູນ ແລະ...
ກົມສາມັນສຶກສາ ຮ່ວມກັບອົງການ ELIC ສືບຕໍ່ຍົກລະດັບຂີດຄວາມສາມາດຄູສອນພາສາອັງກິດ ໄລຍະ III ໃນ 4 ແຂວງເປົ້າໝາຍ
ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖາບັນສອນພາສາອັງກິດ/ຈີນ (ELIC) ຈາກສະຫະລັດອາເມຣິກາ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການຝຶກອົບຮົມຄູສອນພາສາອັງກິດ ໄລຍະທີ III (2026-2031) ເຊິ່ງຈະກວມເອົາ 4 ແຂວງ ຄື: ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ ແລະ ບໍລິຄໍາໄຊ ດ້ວຍມູນຄ່າການຊ່ວຍເຫຼືອທັງໝົດ 261,346 ໂດລາສະຫະລັດ.
ພິທີລົງນາມດັ່ງກ່າວໄດ້ຈັດໃນຕອນບ່າຍວັນທີ 8 ພຶດສະພາ 2026 ຂຶ້ນທີ່ໂຮງແຮມ ນິວໂລດ ນະຄອນຫຼວງວຽງຈັນ, ໂດຍການຮ່ວມລົງນາມຂອງ ທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ແລະ ທ່ານ ເຊນ ໂດນຣອນ (Shane Donrone), ຜູ້ອໍານວຍການອົງການ ELIC ປະຈໍາ ສປປ ລາວ,...
ລາວ-ໄທ ຮ່ວມມືຍົກລະດັບການນຳໃຊ້ຄູ່ມື “ຮູ້ທັນບັນຫາສິ່ງເສບຕິດ” ເພື່ອສ້າງຂີດຄວາມສາມາດໃຫ້ຄູສອນ
ໃນລະຫວ່າງວັນທີ 20-24 ເມສາ 2026, ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ກົມຄວາມຮ່ວມມືລະຫວ່າງປະເທດ (TICA) ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ໄດ້ຈັດກິດຈະກຳຕິດຕາມ, ປະເມີນຜົນ ແລະ ຝຶກອົບຮົມການນຳໃຊ້ຄູ່ມືເສີມຫຼັກສູດ “ຮູ້ທັນບັນຫາສິ່ງເສບຕິດ” ພາຍໃຕ້ໂຄງການສ້າງຂີດຄວາມສາມາດດ້ານວິທະຍາສາດ, ກິລາ ແລະ ສິລະປະ (Capacity Building for Sports Science and Arts) ໂດຍມີ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
...
ຮຮ ສັນທະລັກ ຍ້ອງຍໍຄູ ແລະ ນັກຮຽນເກັ່ງ ຂັ້ນ ປ.5 ລະດັບເມືອງ ແລະ ນະຄອນຫຼວງວຽງຈັນ ສົກຮຽນ 2025-2026
ໃນວັນທີ 7 ພຶດສະພາ 2026 ທີ່ຫ້ອງປະຊຸມໂຮງຮຽນອະນຸບານ-ປະຖົມສັນທະລັກ ໄດ້ມີພິທີຍ້ອງຍໍຄູ ແລະ ນັກຮຽນເກັ່ງ ຂັ້ນ ປ.5 ລະດັບເມືອງໄຊເຊດຖາ ແລະ ນະຄອນຫຼວງວຽງຈັນ ປະຈໍາສົກຮຽນ 2025-2026 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ສຸລິເດດ ໝັ້ນຄົງສິນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເຊດຖາ ແລະ ທ່ານ ນາງ ສີລິວັນ ເລັ່ງສະຫວັດ ປະທານບໍລິຫານໂຮງຮຽນອະນຸບານ-ປະຖົມ ສັນທະລັກ, ພ້ອມດ້ວຍຄະນະອໍານວຍການໂຮງຮຽນ, ພະນັກງານ, ຄູອາຈານ, ພໍ່ແມ່ຜູ້ປົກຄອງ ແລະ...








