ກວຮ ຮ່ວມກັບ ສກຂ ຫຼວງພະບາງ ຈັດກອງປະຊຸມແນະນໍາການຈັດຕັ້ງປະຕິບັດການກຽມຄວາມພ້ອມ ໄລຍະພັກແລ້ງ 10 ອາທິດ
11/05/2026

ໃນລະຫວ່າງວັນທີ 7-10 ພຶດສະພາ 2026 ທີ່ຫ້ອງປະຊຸມວິທະຍາໄລຄູຫຼວງພະບາງ, ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງພະບາງ ໄດ້ຈັດກອງປະຊຸມແນະນໍາການຈັດຕັ້ງປະຕິບັດການກຽມຄວາມພ້ອມ ໄລຍະພັກແລ້ງ 10 ອາທິດ ໃຫ້ແກ່ບຸກຄະລາກອນທາງການສຶກສາຂັ້ນແຂວງ, ຂັ້ນເມືອງ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ໃນ 4 ເມືອງເປົ້າໝາຍຂອງແຂວງຫຼວງພະບາງ ເຊິ່ງກອງປະຊຸມຄັ້ງນີ້ໄດ້ແບ່ງອອກເປັນ 2 ຊຸດ ຄື: ຄັ້ງທີ 1 ແຕ່ວັນທີ 7-8 ພຶດສະພາ ແລະ ຄັ້ງທີ 2 ແຕ່ວັນທີ 9-10 ພຶດສະພາ 2026, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ກິຄໍາ ພິມບຸນຍໍ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ສົມໄຊ ອິນທະສອນ ຫົວໜ້າໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ, ມີຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆ ເຊັ່ນ: ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຄະນະຫ້ອງການສຶກສາເມືອງ, ຜູ້ອໍານວຍການໂຮງຮຽນ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ຈາກເມືອງວຽງຄໍາ, ເມືອງຈອມເພັດ, ເມືອງງອຍ ແລະ ເມືອງນໍ້າບາກ ຈາກ 94 ບ້ານເປົ້າໝາຍ ລວມທັງໝົດ 247 ທ່ານ.
ຈຸດປະສົງຫຼັກຂອງກອງປະຊຸມແມ່ນເພື່ອແນະນໍາຄູ່ມືການຈັດຕັ້ງປະຕິບັດການກຽມຄວາມພ້ອມໄລຍະພັກແລ້ງ 10 ອາທິດ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມເປັນເອກະພາບໃນການບໍລິຫານຄຸ້ມຄອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບສູງສຸດ. ເຊິ່ງໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະພາບລວມຂອງໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ, ໂດຍເນັ້ນໃສ່ອົງປະກອບທີ 1: ການຈັດຕັ້ງຫ້ອງກຽມປະຖົມ, ກຸ່ມຮຽນຜ່ານການຫຼິ້ນ ແລະ ກິດຈະກໍາ 10 ອາທິດ; ການຄຸ້ມຄອງ ແຫຼ່ງທຶນ, ນະໂຍບາຍການປົກປ້ອງເດັກ ແລະ ສິ່ງແວດລ້ອມ-ສັງຄົມ; ຂະບວນການປະຕິບັດ ວິທີການຈັດຕັ້ງ, ບົດບາດໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ, ການຕິດຕາມ ແລະ ການສະຫຼຸບລາຍງານ.
ນອກຈາກການຮັບຟັງການບັນຍາຍແລ້ວ, ບັນດາຜູ້ແທນຍັງໄດ້ຮ່ວມກັນຄົ້ນຄວ້າ ແລະ ສົນທະນາແລກປ່ຽນບົດຮຽນຕົວຈິງ ຕາມສະພາບຈຸດພິເສດຂອງແຕ່ລະທ້ອງຖິ່ນ ເພື່ອຊອກຫາວິທີການທີ່ເໝາະສົມໃນການນຳໄປຜັນຂະຫຍາຍໃຫ້ເກີດຜົນປະໂຫຍດສູງສຸດແກ່ເດັກນ້ອຍໃນເຂດບ້ານເປົ້າໝາຍຂອງຕົນ.
ການຈັດກອງປະຊຸມໃນຄັ້ງນີ້ ຖືເປັນບາດກ້າວທີ່ສຳຄັນໃນການກະກຽມຄວາມພ້ອມດ້ານສະຕິປັນຍາ ແລະ ຮ່າງກາຍໃຫ້ແກ່ເດັກ ກ່ອນຈະເຂົ້າສູ່ສົກຮຽນໃໝ່, ເພື່ອຮັບປະກັນໃຫ້ເດັກນ້ອຍລາວບັນດາເຜົ່າໃນເຂດຫ່າງໄກສອກຫຼີກ ໄດ້ຮັບໂອກາດທາງການສຶກສາທີ່ມີຄຸນນະພາບ ແລະ ຕໍ່ເນື່ອງ














