ຮຮ ສັນທະລັກ ຍ້ອງຍໍຄູ ແລະ ນັກຮຽນເກັ່ງ ຂັ້ນ ປ.5 ລະດັບເມືອງ ແລະ ນະຄອນຫຼວງວຽງຈັນ ສົກຮຽນ 2025-2026
08/05/2026

ໃນວັນທີ 7 ພຶດສະພາ 2026 ທີ່ຫ້ອງປະຊຸມໂຮງຮຽນອະນຸບານ-ປະຖົມສັນທະລັກ ໄດ້ມີພິທີຍ້ອງຍໍຄູ ແລະ ນັກຮຽນເກັ່ງ ຂັ້ນ ປ.5 ລະດັບເມືອງໄຊເຊດຖາ ແລະ ນະຄອນຫຼວງວຽງຈັນ ປະຈໍາສົກຮຽນ 2025-2026 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ສຸລິເດດ ໝັ້ນຄົງສິນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເຊດຖາ ແລະ ທ່ານ ນາງ ສີລິວັນ ເລັ່ງສະຫວັດ ປະທານບໍລິຫານໂຮງຮຽນອະນຸບານ-ປະຖົມ ສັນທະລັກ, ພ້ອມດ້ວຍຄະນະອໍານວຍການໂຮງຮຽນ, ພະນັກງານ, ຄູອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໂອກາດນີ້, ທ່ານ ວິໃນ ໄຊຍະວົງ ຜູ້ອໍານວຍການໂຮງຮຽນອະນຸບານ-ປະຖົມ ສັນທະລັກ ໄດ້ລາຍງານກ່ຽວກັບຜົນງານນັກຮຽນເກັ່ງ ຂັ້ນ ປ.5 ສົກຮຽນ 2025-2026 ມີດັ່ງນີ້: ຄະນະອໍານວຍການໂຮງຮຽນອອກໜັງສືແຕ່ງຕັ້ງຄູສອນບຳລຸງນັກຮຽນເກັ່ງຄື: ທ່ານ ວິໃນ ໄຊຍະວົງ ສອນບໍາລຸງວິຊາພາສາລາວ ແລະ ຄະນິດສາດ ແລະ ຄູ ສົມຫວັງ ວົງວິຈິດ ສອນບຳລຸງວິຊາວິທະຍາສາດ ແລະ ສິ່ງແວດລ້ອມ. ພ້ອມນັ້ນ, ກໍໄດ້ມີການຕິດຕາມກວດກາ ແລະ ປະເມີນການຮຽນຂອງນັກຮຽນມາແຕ່ຂຶ້ນ ປ.1 ຈົນຮອດຂັ້ນ ປ.5. ນອກນັ້ນ, ຍັງໄດ້ເປີດກອງປະຊຸມຄົ້ນຄວ້າ ແລະ ອອກຫົວບົດສອບເສັງໃນ 3 ວິຊາຄື: ວິຊາ ພາສາລາວ, ວິຊາຄະນິດສາດ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ, ນັກຮຽນ ຂັ້ນ ປ.5 ທັງໝົດມີຈຳນວນ 31 ນ້ອງ, ຍິງ 14 ນ້ອງໄດ້ເຂົ້າຮ່ວມການສອບເສັງແຂ່ງຂັນນັກກຮຽນເກັ່ງລະດັບ ໂຮງຮຽນ, ຄັ້ງວັນທີ 26 ກັນຍາ 2025. ຜ່ານການສອບເສັງ ແລະ ຖືກຄັດເລືອກເປັນຕົດແທນເຂົ້າ ສອບເສັງແຂ່ງຂັນ ນັກຮຽນເກັ່ງລະດັບເມືອງໄຊເສດຖາມີຈຳນວນ 11 ນ້ອງ, ຍິງ 06 ນ້ອງ ເຊິ່ງວິຊາ ພາສາລາວມີ 04 ນ້ອງ, ຍິງ 04 ນ້ອງ, ຄະນິດສາດມີ 03 ນ້ອງ, ຍິງ 01 ນ້ອງ ແລະ ວິຊາ ວິທະຍາສາດແລະ ສິ່ງແວດລ້ອມ 02 ນ້ອງ, ຍິງ 04 ນ້ອງ.
ສໍາລັບຜົນສໍາເລັດໃນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບເມືອງໄຊເຊດຖາທີ່ເປັນຕົວແທນຂອງໂຮງຮຽນມີທັງໝົດ 11 ນ້ອງ, ຍິງ 06 ນ້ອງ ໄດ້ເຂົ້າຮ່ວມການສອບເສັງແຂ່ງຂັນໃນ ຄັ້ງວັນທີ 05 ກຸມພາ 2026 ມີຜົນສໍາເລັດຄື: ວິຊາພາສາລາວ-ຫັດແຕ່ງແມ່ນ ນາງ ນິລະນີ ແກ້ວປັນຍາ ແລະ ນາງ ວິປະພາ ໄຊຍະວົງ ໄດ້ລາງວັນຊົມເຊີຍ; ວິຊາຄະນິດສາດ ແມ່ນ ນາງ ນັດທິດາ ໝື່ນເຮືອຄໍາ ແລະ ທ້າວ ພອນປະສິດ ວົງພະຈັນ ໄດ້ລາງວັນຊົມເຊີຍ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ແມ່ນ ນາງ ທິດາພອນ ແກ້ວສະຫວັນ ແລະ ນາງ ຊີນ່າກັນລະຍາ ຄາເຕີ່ ໄດ້ລາງວັນຊົມເຊີຍ, ສ່ວນຜົນສໍາເລັດໃນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບນະຄອນຫຼວງວຽງຈັນ ແມ່ນໄດ້ຈັດການສອບເສັງຂຶ້ນໃນວັນທີ 03 ມີນາ 2026 ທີ່ ມສ ວຽງຈັນ ໂດຍມີນັກສອບເສັງຂັ້ນ ປ.5 ທັງໝົດ 228 ນ້ອງ, ຍິງ 155 ນ້ອງເຊິ່ງເປັນຕົວແທນຈາກ 07 ຕົວເມືອງ ໃນນັ້ນ, ມີວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມມີນັກສອບເສັງ 75 ນ້ອງ, ຍິງ 60 ນ້ອງ, ວິຊາ ຄະນິດສາດ 78 ນ້ອງ, ຍິງ 28 ນ້ອງ ເຊິ່ງຜ່ານການສອບເສັງໂຮງຮຽນສາມາດຍາດໄດ້ ອັນດັບທີ 01 ຈໍານວນ 02 ນ້ອງ ແລະ ລາງວັນຊົມເຊີຍຈໍານວນ 01 ນ້ອງຄື: ນາງ ທິດາພອນ ແກ້ວສະຫວັນ ອັນດັບທີ 1 ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ; ນາງ ຊີນ່າກັນລະຍາ ຄາເຕີ່ ອັນດັບທີ 1 ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ທ້າວ ພອນປະສິດ ວົງພະຈັນ ລາງວັນຊົມເຊີຍ ວິຊາ ຄະນິດສາດ.
ໃນພິທີ, ໄດ້ມີການມອບຍ້ອງຍໍ ແລະ ເງິນລາງວັນພ້ອມທັງທຶນການສຶກສາຮຽນຟຣີ 03 ເດືອນ ລວມມູນຄ່າ 11 ລ້ານກີບ ໃຫ້ນັກຮຽນທີ່ມີຜົນງານດິີເດັ່ນຂັ້ນນະຄອນຫຼວງ ຈໍານວນ 02 ນ້ອງ ແລະ ໃບຍ້ອງໃຫ້ນ້ອງນັກຮຽນທີ່ໄດ້ລາງວັນຊົມເຊີຍຈໍານວນ 04 ນ້ອງ. ນອກຈາກນີ້, ຍັງໄດ້ມອບໃບຍ້ອງຍໍ ໃຫ້ຄູທີ່ມີປະສົບການ 05 ປີຂຶ້ນໄປຈໍານວນ 11 ທ່ານ ທີ່ປະກອບສ່ວນເຂົ້າໃນການພັດທະນາການສຶກສາຂອງໂຮງຮຽນອີກດ້ວຍ.
ໂອກາດດັ່ງກ່າວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນສໍາເລັດທີ່ຍາດມາໄດ້ ພ້ອມທັງເນັ້ນໜັກໃຫ້ຄະນະນໍາໂຮງຮຽນເພີ່ມທະວີການສຶກສາໃຫ້ເຂົ້າໃຈແນວຄິດ ໄກສອນ ພົມວິຫານ ແລະ ຕ້ອງດຳເນີນໄປຕາມ 3 ລັກສະນະ 5 ຫຼັກມູນການສຶກສາ, ຄູຕ້ອງເປັນຄົນຂອງພັກ ເຂົ້າໃຈເຊື່ອມຊືມແນວທາງນະໂຍບາຍຂອງພັກ ແລະ ກົດຫມາຍຂອງລັດ, ມີຈັນຍາບັນບຸກບືນຫ້າວຫັນໃນການພັດທະນາຊັບພະຍາກອນມະນຸດ, ເນັ້ນໜັກການສອນທິດສະດີຕິດພັນກັບການປະຕິບັດຕົວຈິງ ແລະ ນ້ອງນັກຮຽນຕ້ອງເອົາໃຈໃສ່ບຸກບືນໃຫ້ຕົນເອງເປັນນັກຮຽນທີ່ຮຽນດີຮຽນເກັ່ງ ເພື່ອຈະກາຍເປັນໜໍ່ແໜງໃນການພັດທະນາປະເທດຊາດໃຫ້ກ້າວໜ້າໄປເລື້້ອຍໆ.
ຂ່າວໂດຍ: ການຈະນາ
















