Skip to main content

ປິດຊຸດຝຶກອົບຮົມທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ໃຫ້ແກ່ພະນັກງານຫຼັກແຫຼ່ງ ກະຊວງ ສສກ

11/05/2026
​ໃນຕອນບ່າຍວັນທີ 8 ພຶດສະພາ 2026 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໄດ້ມີພິທີມອບໃບຢັ້ງຢືນ ແລະ ປິດຊຸດຝຶກອົບຮົມທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ຢ່າງເປັນທາງການ ໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງ ສສກ ແລະ ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ອຳນວຍການສະຖາບັນ, ສູນ ແລະ ສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ ໄດ້ລາຍງານໃຫ້ຮູ້ວ່າ: ​ຊຸດຝຶກອົບຮົມຄັ້ງນີ້ ໄດ້ເລີ່ມມາແຕ່ວັນທີ 28 ມັງກອນ 2026, ມີສໍາມະນາກອນເຂົ້າຮ່ວມທັງໝົດ 63 ສະຫາຍ, ຍິງ 23 ສະຫາຍ ທີ່ມາຈາກບັນດາກົມ, ສະຖາບັນ, ວິທະຍາໄລ ແລະ ສູນຕ່າງໆ ອ້ອມຂ້າງກະຊວງ. ຕະຫຼອດໄລຍະ 3 ເດືອນ, ບັນດາສໍາມະນາກອນໄດ້ຄົ້ນຄວ້າຮ່ຳຮຽນທັງໝົດ 6 ພາກວິຊາ ລວມ 54 ບົດ ເຊັ່ນ: ປັດຊະຍາ ມາກ-ເລນິນ, ພາກວິຊາເສດຖະສາດການເມືອງ ມາກ-ເລນິນ, ພາກວິຊາລັດທິສັງຄົມນິຍົມວິທະຍາສາດ, ພາກວິຊາແນວຄິດ ໄກສອນ ພົມວິຫານ, ພາກວິຊາບໍລິຫານລັດ (ວິຊາທິດສະດີລັດ ແລະ ກົດໝາຍ, ຄຸ້ມຄອງບໍລິຫານລັດ) ແລະ ພາກວິຊາກໍ່ສ້າງພັກ.
​ນອກຈາກການຮຽນໃນຫ້ອງແລ້ວ, ສໍາມະນາກອນຍັງໄດ້ຮັບຟັງການປາຖະກະຖາເອກະສານສຳຄັນຈາກການນຳຂັ້ນສູງ ໂດຍສະເພາະແມ່ນ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ໃນຫົວຂໍ້ “ການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ ໃນໄລຍະໃໝ່” ແລະ ການບັນຍາຍຈາກຄະນະນຳພາກສ່ວນຕ່າງໆ. ພ້ອມນີ້, ຍັງໄດ້ໄປທັດສະນະສຶກສາຕົວຈິງຢູ່ ຫໍພິພິທະພັນໄກສອນ ພົມວິຫານ, ຫໍພິພິທະພັນກະຊວງປ້ອງກັນຄວາມສະຫງົບ ແລະ ແຂວງວຽງຈັນ.
​ຜ່ານການທົດສອບ ແລະ ປ້ອງກັນບົດຈົບຊັ້ນ ເຫັນວ່ານັກສຶກສາທັງໝົດມີຜົນການຮຽນໃນລະດັບດີເລີດ, ໃນນີ້ມີຜູ້ໄດ້ຄະແນນລະດັບ A ຈຳນວນ 46 ສະຫາຍ (ເທົ່າກັບ 73,02%) ແລະ ລະດັບ B+ ຈຳນວນ 17 ສະຫາຍ (ເທົ່າກັບ 26,98%).
​ຄຽງຄູ່ກັບການຮຽນ-ການສອນ, ຊຸດອົບຮົມຍັງໄດ້ສ້າງຂະບວນການຢ່າງຟົດຟື້ນ ເປັນຕົ້ນແມ່ນກິດຈະກຳກິລາເປຕັງ, ບານເຕະ, ການອອກແຮງງານລວມ ແລະ ການເຄື່ອນໄຫວເພື່ອຊ່ວຍເຫຼືອສັງຄົມ ໂດຍໄດ້ມອບອຸປະກອນການສຶກສາ ແລະ ເຄື່ອງໃຊ້ຕ່າງໆ ໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນຫ້ວຍງາມ ເມືອງວັງວຽງ ແລະ ສະຖາບັນພັດທະນາການບໍລິຫານການສຶກສາອີກດ້ວຍ.
​ໃນຕອນທ້າຍ, ຄະນະປະທານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງຊຸດຮຽນ ແລະ ເນັ້ນໜັກໃຫ້ສໍາມະນາກອນທຸກສະຫາຍ ນຳເອົາຄວາມຮູ້ທິດສະດີ ແລະ ບົດຮຽນທີ່ຖອດຖອນໄດ້ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງຢູ່ກົມກອງຂອງຕົນ ໃຫ້ມີຄຸນນະພາບ ແລະ ເກີດຜົນປະໂຫຍດສູງສຸດແກ່ປະເທດຊາດ.
ພາບ-ຂ່າວໂດຍ: ການຈະນາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ