ວິທະຍາໄລເຕັກນິກປາກປ່າສັກ ມອບໃບປະກາສະນິຍະບັດໃຫ້ນັກສຶກສາ ສປ ຈີນ ຮຸ່ນທີ 4 ທີ່ສຳເລັດຫຼັກສູດພາສາລາວ
11/05/2026

ໃນວັນທີ 8 ພຶດສະພາ 2026 ທີ່ສູນພັດທະນາອາຊີບການໂຮງແຮມ ແລະ ການທ່ອງທ່ຽວ ວິທະຍາໄລເຕັກນິກປາກປ່າສັກ ໄດ້ຈັດພິທີມອບໃບປະກາສະນິຍະບັດໃຫ້ແກ່ນັກສຶກສາຈາກ ສປ ຈີນ ຮຸ່ນທີ 4 ທີ່ສຳເລັດການສຶກສາຫຼັກສູດພາສາລາວຢ່າງເປັນທາງການ, ໂດຍການໃຫ້ກຽດມອບຂອງ ທ່ານ ໂພໄຊ ບູລົມ ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ, ມີຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ການຝຶກອົບຮົມໃນຄັ້ງນີ້ ແມ່ນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ວິທະຍາໄລເຕັກນິກປາກປ່າສັກ ແລະ ວິທະຍາໄລເຕັກນິກວິຊາຊີບສິບສອງພັນນາ ເພື່ອສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນຮ່ວມກັນ. ຫຼັກສູດດັ່ງກ່າວມີໄລຍະເວລາຮຽນທັງໝົດ 7 ເດືອນ (ເລີ່ມແຕ່ວັນທີ 25 ກັນຍາ 2025 ຫາ 27 ເມສາ 2026) ໂດຍມີນັກສຶກສາທີ່ໄດ້ຮັບທຶນຈາກ ສປ ຈີນ ທັງໝົດ 8 ຄົນ ໂດຍຕະຫຼອດໄລຍະການສຶກສາຮ່ຳຮຽນ, ນັກສຶກສາໄດ້ສຸມໃສ່ 8 ໂມດູນຫຼັກ ທີ່ເນັ້ນການນຳໃຊ້ຕົວຈິງໃນຊີວິດປະຈຳວັນ ແລະ ວິຊາຊີບ ເຊັ່ນ: ທັກສະການຟັງ-ເວົ້າພາສາລາວ, ພາສາລາວສະເພາະດ້ານການທ່ອງທ່ຽວ ແລະ ການຄ້າ, ເຕັກນິກການແປພາສາ ແລະ ການສົນທະນາພາສາອັງກິດ ແລະ ການຮຽນຮູ້ວັດທະນະທຳລາວ.
ນອກຈາກການຮຽນໃນຫ້ອງແລ້ວ, ນັກສຶກສາຍັງໄດ້ຜ່ານການຝຶກງານຕົວຈິງເປັນເວລາ 3 ເດືອນ ທີ່ພະແນກວິຊາຕ່າງໆ ແລະ ສູນການຮ່ວມມືສາກົນ ລາວ-ຈີນ. ພ້ອມທັງໄດ້ຮ່ວມກິດຈະກຳທັດສະນະສຶກສາດ້ານສິລະປະວັດທະນະທຳ ທີ່ຫໍພິພິຕະພັນສິລະປະລາວ ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ວິຖີຊີວິດຂອງຄົນລາວ.
ຜ່ານການປະເມີນຜົນ, ນັກສຶກສາທັງ 8 ຄົນ ສາມາດຍາດໄດ້ຜົນການຮຽນໃນລະດັບດີ (B+) ຂຶ້ນໄປ. ໃນນີ້ທີ່ໜ້າຊົມເຊີຍແມ່ນມີ 2 ຄົນ ທີ່ມີຜົນການຮຽນ ແລະ ຄຸນສົມບັດດີເດັ່ນໃນລະດັບ “ດີຫຼາຍ”. ນັກສຶກສາທຸກຄົນມີຄວາມໝັ້ນໃຈໃນການສື່ສານ ແລະ ສາມາດປັບຕົວເຂົ້າກັບສັງຄົມລາວໄດ້ຢ່າງກົມກຽວ. ໂດຍຜົນສຳເລັດຂອງນັກສຶກສາຮຸ່ນທີ 4 ນີ້ ເປັນສັນຍາລັກແຫ່ງຄວາມສາມັກຄີທີ່ແໜ້ນແຟ້ນລະຫວ່າງສອງສະຖາບັນ. ທັງສອງຝ່າຍຢືນຢັນທີ່ຈະສືບຕໍ່ຮ່ວມມືກັນຢ່າງບໍ່ຢຸດຢັ້ງ ໃນການສ້າງກຳລັງແຮງງານທີ່ມີຄຸນນະພາບ ແລະ ສາມາດສື່ສານໄດ້ຫຼາຍພາສາ. ສິ່ງນີ້ຈະເປັນກົນໄກສຳຄັນໃນການຊຸກຍູ້ຂະແໜງການຄ້າ, ການບໍລິການ ແລະ ການທ່ອງທ່ຽວ, ພ້ອມທັງເປັນການພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ຂອບການຮ່ວມມື ຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ເຕີບໂຕຢ່າງຍືນຍົງ.
#ຂຽນໂດຍ: ລູກນ້ຳເຊ ອິນທະດາລິນ
#ພາບ-ຂໍ້ມູນ: ວິທະຍາໄລເຕັກນິກປາກປ່າສັກ














