ເມືອງເຊໂປນ ສອບເສັງຄັດເລືອກບັນຈຸລັດຖະກອນຄູທົດແທນ ປະຈຳງວດ 2 ປີ 2026
12/05/2026

ໃນວັນທີ 8 ພຶດສະພາ 2026 ນີ້, ທີ່ສູນສອບເສັງໂຮງຮຽນ ມສ ນາບໍ່ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ມີການຈັດພິທີສອບເສັງຄັດເລືອກບັນຈຸລັດຖະກອນຄູທົດແທນ ປະຈຳງວດ 2 ປີ 2026 ຢ່າງເປັນທາງການ ເພື່ອຕອບສະໜອງຄວາມຕ້ອງການບຸກຄະລາກອນທາງດ້ານການສຶກສາໃຫ້ມີຄຸນນະພາບ ແລະ ພຽງພໍກັບຄວາມຕ້ອງການຕົວຈິງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະຫວັນໄຊ ອາໄສ ປະທານຄະນະກຳມະການປົກຄອງເມືອງເຊໂປນ ແລະ ທ່ານ ອຳພອນ ຂາວເພຍສຸພົນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄະນະກຳມະການຈາກ 5 ຕົວເມືອງ, ພະນັກງານທີ່ກ່ຽວຂ້ອງ ແລະ ຜູ້ເຂົ້າສອບເສັງຢ່າງພ້ອມພຽງ.
ທ່ານ ນວນທອງ ພິລາວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງເຊໂປນ ໄດ້ລາຍງານໃຫ້ຮູ້ວ່າ: ການສອບເສັງຄັ້ງນີ້ ແມ່ນຈັດຂຶ້ນແບບເປີດກວ້າງ ແລະ ໂປ່ງໃສ ໂດຍມີນັກສອບເສັງທັງໝົດ 145 ຄົນ (ຍິງ 105 ຄົນ). ຜູ້ເຂົ້າສອບເສັງແມ່ນຄູອັດຕາຈ້າງທັງລະດັບແຂວງ ແລະ ເມືອງ ທີ່ມາຈາກ 5 ຕົວເມືອງຄື: ເມືອງເຊໂປນ, ພີນ, ນອງ, ວິລະບູລີ ແລະ ເມືອງພະລານໄຊ. ໂດຍແບ່ງອອກເປັນ 5 ຫ້ອງເສັງ ຄຸ້ມຄອງ 10 ສາຂາວິຊາ ຕັ້ງແຕ່ສາຍອະນຸບານ, ປະຖົມ ຈົນເຖິງວິຊາສະເພາະຕ່າງໆ ເຊັ່ນ: ຄະນິດສາດ, ພາສາລາວ, ວິທະຍາສາດ, ໄອຊີທີ ແລະ ພາລະ-ສິລະປະສຶກສາ.
ໃນໂອກາດນີ້, ທ່ານປະທານ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໜັກໃຫ້ຜູ້ເຂົ້າສອບເສັງທຸກຄົນ ມີສະຕິ ແລະ ເຊື່ອໝັ້ນໃນຄວາມຮູ້ຄວາມສາມາດທີ່ໄດ້ສະສົມມາ; ຕ້ອງເຄົາລົບກົດລະບຽບການສອບເສັງຢ່າງເຂັ້ມງວດ; ຮຽກຮ້ອງໃຫ້ຄະນະກຳມະການຍາມຫ້ອງເສັງ ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນຄວາມສັກສິດ ແລະ ຄວາມຍຸຕິທຳ ເພື່ອຄັດເລືອກໄດ້ຄູທີ່ມີຄຸນນະພາບຢ່າງແທ້ຈິງ ເຂົ້າສູ່ລະບົບລັດຖະກອນ.
ພາຍຫຼັງສິ້ນສຸດການໂອ້ລົມ, ຄະນະປະທານໄດ້ຮ່ວມກັນເປີດຊອງຫົວບົດສອບເສັງຢ່າງເປັນທາງການ ເພື່ອເລີ່ມດຳເນີນການສອບເສັງຕາມກຳນົດເວລາທີ່ວາງໄວ້.
ຂ່າວ: ເມືອງເຊໂປນ














