Skip to main content

ແຕ່ນີ້ຮອດປີ 2030 ການພັດທະນາຊັບພະຍາກອນມະນຸດ ຕ້ອງສອດຄ່ອງກັບການພັດທະນາປະເທດຊາດ ໃນເງື່ອນໄຂໃໝ່

06/01/2026

ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕາງໜ້າໃຫ້ກະຊວງສຶກສາທິການ ແລະ ກິລາ ແລະ ຄະນະກໍາ ມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ ເມື່ອຕອນບ່າຍວັນທີ 6 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້: “ການພັດທະນາຊັບພະຍາກອນມະນຸດ ເພື່ອຕອບ ສະໜອງການພັດທະນາປະເທດຊາດ ໃນໄລຍະໃໝ່”

 

ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ລາຍງານໃຫ້ຮູ້ວ່າ: ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງທີ່ ໄດ້ຮັບກຽດໃຫ້ຂຶ້ນມີຄວາມເຫັນ ພາຍໃຕ້ຫົວຂໍ້: “ການພັດທະນາຊັບພະຍາກອນມະນຸດ ເພື່ອຕອບ ສະໜອງການພັດທະນາປະເທດຊາດ ໃນໄລຍະໃໝ ຊຶ່ງເປັນຫົວຂໍ້ທີ່ມີຄວາມໝາຍຄວາມສໍາຄັນຍຸດທະສາດຂອງຊາດ ແລະ ເປັນບັນຫາທີ່ພວກ ເຮົາຈະໄດ້ພ້ອມກັນຄົ້ນຄວ້າ ແລະ ຕີລາຄາຢ່າງມີິວິທະຍາສາດ ແລະ ສອດຄ່ອງແທດເໝາະກັບ ການພັດທະນາຂອງປະເທດເຮົາ ໃນແຕ່ລະໄລຍະ. ກ່ອນອື່ນຂໍສະແດງຄວາມເປັນເອກະພາບຕໍ່ກັບບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ໂຄງການການເມືອງ ທີ່ສະເໜີໄປແລ້ວນັ້ນ.

 

ປະເທດໜຶ່ງໆ ຈະຮັ່ງມີ ຫຼື ທຸກຍາກ, ຈະພັດທະນາໄວ ຫຼື ຊ້າ ລ້ວນແລ້ວແຕ່ອີງໃສ່ສາຍກ່ຽວພັນອັນສະໜິດແໜ້ນ ລະຫວ່າງການພັດທະນາເສດຖະກິດ ແລະ ການພັດທະນາຊັບພະຍາກອນມະນຸດ, ມີຫຼາຍປະເທດເສດຖະກິດມີການພັດທະນາ ໄປກ່ອນແລ້ວ ຈຶ່ງພັດທະນາຊັບພະຍາກອນມະນຸດ ແຕ່ໂດຍລວມແລ້ວ ການພັດທະນາໃດກໍຕາມ ກໍຕ້ອງອີງໃສ່ການພັດທະນາຊັບ ພະຍາກອນມະນຸດ ຊຶ່ງຖືຄົນເປັນໃຈກາງ ເນື່ອງຈາກວ່າມະນຸດ (ຄົນ) ທັງເປັນເປົ້່າໝາຍຜູ້ທີ່ໃຊ້ແຮງງານຂອງຕົນ ເພື່ອພັດທະນາ ເສດຖະກິດ-ສັງຄົມ ແລະ ທັງເປັນຜູ້ໄດ້ຊົມໃຊ້ໝາກຜົນຂອງການພັດທະນາ. ສະນັ້ນ, ເປົ້າໝາຍຂອງການພັດທະນາໃດກໍຕາມ ໃນທີ່ສຸດຍັງແມ່ນເພື່ອຄົນ ແລະ ປັດໄຈຄົນນັ້ນເອງ ເປັນຜູ້ຕັດສິນໂຊກຊາຕາກໍາຂອງປະເທດນັ້ນໆ.

 

ຕະຫຼອດໄລຍະ 70 ປີຜ່ານມາ ໂດຍພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ໄດ້ການວາງແນວທາງນະໂຍບາຍ, ກໍານົດທິດທາງ ແລະ ມາດຕະການ ໃນການພັດທະນາຊັບພະຍາກອນມະນຸດຢ່າງຊັດເຈນ ໂດຍເນັ້ນໃສ່ການພັດທະນາຊັບ ພະຍາກອນມະນຸດ ໃຫ້ມີຄຸນນະພາບ ສາມາດຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງພາລະກິດປະຕິວັດໃນແຕ່ລະໄລຍະ ຊຶ່ງໃນຊຸມປີຕໍ່ໜ້າ, ພັກເຮົາ ກໍໄດ້ວາງທິດທາງອອກຢ່າງຈະແຈ້ງ ກ່ຽວກັບການພັດທະນາຊັບພະຍາກອນມະນຸດ ໃນໂຄງ

 

ການການເມືອງ ສະບັບທີ III ຂອງພັກ ຍັງໄດ້ສືບຕໍ່ເໜັ້ນໜັກຢ່າງຈະແຈ້ງ ວ່າ: ຕ້ອງສືບຕໍ່ປະຕິບັດທິດນໍາເອົາການພັດທະນາວຽກງານ ສຶກສາໄປ ກ່ອນກ້າວໜຶ່ງ, ເອົາການພັດທະນາວິທະຍາສາດ ເຕັກໂນໂລຊີ ເປັນຂໍກຸນແຈ ເຮັດໃຫ້ການສຶກສານັບມື້ນັບມີຄຸນ ນະພາບສູງຂຶ້ນ ແລະ ທັນສະໄໝ; ສືບຕໍ່ລົງທຶນຢ່າງເໝາະສົມເຂົ້າໃນການສ້າງພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ ໃຫ້ແກ່ວຽກງານການສຶກສາໃຫ້ຄົບຊຸດ, ໄດ້ມາດຕະຖານ ແລະ ທັນສະໄໝ ໂດຍການລົງທຶນຂອງລັດ ແລະ ສົ່ງເສີມໃຫ້ທຸກພາກສ່ວນ ໃນສັງຄົມມີສ່ວນຮ່ວມເຂົ້າໃນການພັດທະນາການສຶກສາຢ່າງກວ້າງຂວາງ ແລະ ມີປະສິດທິຜົນ. ພ້ອມກັນນັ້ນ, ໃນລາຍງານການເມືອງທີ່ໄດ້ສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ກໍຍັງໄດ້ເນັ້ນໜັກຕື່ມວ່າ: ແຕ່ນີ້ຮອດປີ 2030 ໃນການພັດທະນາຊັບພະຍາກອນມະນຸດ ໃຫ້ໄດ້ຮັບການກໍ່ສ້າງ ແລະ ພັດທະນາ, ສາມາດຕອບສະໜອງໃຫ້ແກ່ການສ້າງສາປະເທດ ໃນເງື່ອນໄຂໃໝ່, ສ້າງໃຫ້ຖັນແຖວນັກຮຽນຮູ້-ປັນຍາຊົນ ໄດ້ປະກອບສ່ວນເຂົ້າໃນການຄົ້ນຄວ້າ, ການປະດິດສ້າງໃໝ່ ໃຫ້ແກ່ປະເທດຊາດນັບມື້ນັບຫຼາຍ ແລະ ໂດດເດັ່ນຂຶ້ນ. ບັນດາທິດທາງທີ່ພັກເຮົາ ໄດ້ກໍານົດນັ້ນ ແມ່ນຖືກຕ້ອງ ແລະ ສອດຄ່ອງກັບຍຸກສະໄໝ, ສອດຄ່ອງກັບທ່າອ່ຽງຂອງການພັດທະນາໃນໂລກ ໃນປັດຈຸບັນ ແລະ ໃນອະນາຄົດ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຮີບດ່ວນ ແລະ ແຮງກ້າຂອງພາລະກິດປະຕິວັດເຮົາໃນໄລຍະໃໝ່.

ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ໃຫ້ຮູ້ຕື່ມວ່າ: ເພື່ອຫັນເອົາແນວທາງການເມືອງຂອງພັກ ໃຫ້ເຂົ້າສູ່ຊີວິດຕົວຈິງນັ້ນ, ຂ້າພະເຈົ້າ ຂໍຕາງໜ້າໃຫ້ພະນັກງານ-ສະມາຊິກພັັກ ຜູ້ຮັບຜິດຊອບວຽກງານການພັດທະນາຊັບພະຍາກອນມະນຸດ, ກະຊວງສຶກສາທິການ ແລະ ກິລາ ຂໍສະແດງຄວາມຕັດສິນໃຈ ວ່າ:

  1. ຕັ້ງໜ້າປະສານສົມທົບກັບພາກສ່ວນຕ່າງໆໃນທົ່ວສັງຄົມ ທັງພາກລັດ ແລະ ເອກະຊົນ, ທັງຜູ້ອອກແຮງງານ ດ້ວຍມັນສະໝອງ ແລະ ຜູ້ອອກແຮງງານດ້ວຍກໍາລັງກາຍ ສືບຕໍ່ວາງຍຸດທະສາດພັດທະນາຊັບພະຍາກອນມະນຸດ ຢ່າງເປັນລະບົບ, ມີຄຸນນະພາບ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນຫຼາຍຂຶ້ນ;
  2. ສົມທົບແໜ້ນການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ ໃຫ້ທັນກັບຍຸກສະໄໝ ແລະ ຕິດພັນກັບ ຕະຫຼາດ ແລະ ທ່າແຮງບົ່ມຊ້ອນຂອງການພັດທະນາປະເທດໃນໄລຍະໃໝ່;
  3. ສືບຕໍ່ປັບປຸງ ແລະ ພັດທະນາຫຼັກສູດການສຶກສາສາມັນ ໂດຍຫັນຈາກລະບົບ 5+4+3 ເປັນລະບົບ 6+3+3 ໃຫ້ເປັນຮູບປະທໍາ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໂດຍສຸມໃສ່ການພັດທະນາຫຼັກສູດ, ພັດທະນາຄູ ແລະ ພັດທະນາ ພື້ນຖານໂຄງລ່າງການສຶກສາຢ່າງເປັນລະບົບ, ມີຈຸດສຸມ ແລະ ໄດ້ມາດຕະຖານພາກພື້ນ, ສາກົນ ນັບທັງເຂດຊົນບົດຫ່າງໄກສອກຫຼີກ ໃຫ້ມີການຫັນປ່ຽນດີຂຶ້ນ. ຫຼັກສູດໃໝ່ນີ້ ຕ້ອງຍຶດໝັ້ນປະຫວັດສາດ, ຮີດຄອງປະເພນີ, ມູນເຊື້ອອັນດີງາມຂອງຊາດ, ເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ຢ່າງມີການເລືອກເຟັ້ນ ເອົາສິ່ງຍອດຍິ່ງຂອງ ຍຸກສະໄໝ ເພື່ອປະກອບສ່ວນພັດທະນາປະເທດຊາດ ຕາມທິດວ່ອງໄວ, ສີຂຽວ ແລະ ຍືນຍົງ;
  4. ສົ່ງເສີມວຽກງານຄົ້ນຄວ້າວິທະຍາສາດ ການນໍາໃຊ້ນະວັດຕະກໍາໃໝ່ປັນຍາປະດິດ (AI) ໃຫ້ແຜ່ຫຼາຍໃນທົ່ວສັງຄົມ ໂດຍຖື ເອົາການຄົ້ນຄວ້າວິທະຍາສາດ ຕິດພັນກັບການສ້າງເປັນຜະລິດຕະພັນ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຂອງ ລາວ ໃຫ້ນັບມື້ກວ້າງຂວາງ ແລະ ເລິກເຊິ່ງ;
  5. ພັດທະນາວຽກງານກິລາ ໃຫ້ເປັນຂອງທົ່ວປວງຊົນລາວ, ປຸກລະດົມຂະບວນການກິລາຂອງມວນຊົນ ແລະ ກິລາ ທີ່ເປັນທ່າແຮງຂອງຊາດໃຫຟົດຟື້ນ ເພື່ອສ້າງນັກກິລາລາວ ໃຫ້ໄດ້ຮັບການຍອມຮັບ ຈາກພາກພື້ນ ແລະ ສາກົນ ນັບມື້ໂດດເດັ່ນ ແລະ ກວ້າງຂວາງ.

 

ຢ່າງໃດກໍຕາມ, ການພັດທະນາຊັບພະຍາກອນມະນຸດ ແມ່ນພັນທະ, ແມ່ນໜ້າທີ່ຂອງທຸກພາກສ່ວນໃນສັງຄົມ. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງທົ່ວສັງຄົມ ຈົ່ງສາມັກຄີກັນ ເປັນຈິດໜຶ່ງໃຈດຽວ ພາຍໃຕ້ການນໍາພາຂອງພັກ, ພ້ອມກັນອອກແຮງສຸມທຸກກໍາລັງເຂົ້າໃນພັດທະນາຊັບພະຍາກອນມະນຸດ ໃຫມີການຫັນປ່ຽນໃໝ່, ສ້າງຄົນລາວ ໃຫ້ມີນໍ້າໃຈຮັກຊາດ, ມີຈັນຍາບັນ, ຈັນຍາທໍາ, ມີຄວາມຊື່ສັດ, ເຄົາລົບລະບຽບກົດໝາຍ ພ້ອມທັງຮູ້ຈັກໝູນໃຊ້ວິທະຍາສາດເຕັກໂນໂລຊີ ໃຫ້ເກີດປະໂຫຍດສູງສຸດຕໍ່ສັງຄົມ ແລະ ປະເທດຊາດ ໃຫ້ມີຄວາມຍືນຍົງ ເພື່ອພ້ອມກັນກ້າວຂຶ້ນສູຈຸດໝາຍ “ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມຍຸຕິທໍາ, ປະຊາທິປະໄຕ, ແລະ ສີວິໄລ”.

 

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ