Skip to main content

Author: Chanthakhard Inthadalin

ສຕລ ສຳເລັດການຝຶກອົບຮົມຄູຝຶກກິລາບານເຕະ ລະດັບ ຊີ ຢູ່ແຂວງຫຼວງນ້ຳທາ

ພິທີປິດຊຸດຝຶກອົບຮົມຄັ້ງນີ້ ໄດ້ມີຂຶ້ນໃນຕອນແລງວັນທີ 22 ມີນາ 2024 ທີ່ຫ້ອງປະຊຸມສະໜາມກິລາແຂວງຫຼວງນ້ຳທາ ໂດຍເປັນປະທານຂອງ ທ່ານ ພູນແກ້ວ ເຫຼົ່າອິນ ຫົວໜ້າພະແນກໂຍທາທິການ ແລະ ຂົ່ນສົ່ງແຂວງ, ປະທານສະຫະພັນບານເຕະແຂວງ, ມີ ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ-ວິທະຍາ ສະຫະພັນກິລາບານເຕະແຫ່ງຊາດລາວ ຫຼື ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສຕລ ແລະ ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ຜູ້ຊ່ວຍຜູ້ຝຶກສອນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ສຳມະກອນ ຈໍານວນ 24 ທ່ານ ມາຈາກແຂວງຫຼວງນ້ຳທາ 13 ທ່ານ, ແຂວງອຸດົມໄຊ 3 ທ່ານ, ແຂວງບໍ່ແກ້ວ 2 ທ່ານ ແລະ ປະເທດໄທ 6...

Continue reading

ທີມງານສື່ມວນຊົນ ສສກ ສຳເລັດການລົງເຄື່ອນໄຫວສຳພາດຜົນງານພົ້ນເດັ່ນຂະແໜງການສຶກສາ-ກິລາ 3 ແຂວງພາກກາງ

ທີມງານສື່ມວນຊົນຈາກຂະແໜງວາລະສານ ແລະ ໜັງສືພິມ, ວິທະຍຸ ແລະ ໂທລະພາບສຶກສາ-ກິລາ, ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ສຳເລັດການລົງເຄື່ອນໄຫວສຳພາດຜົນງານອັນພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທ້າຍ ແລະ ແຜນວຽກຈຸດສຸມຕໍ່ໜ້າ ໃນຂະແໜງການສຶກສາ ແລະ ກິລາ ຢູ່ 3 ແຂວງພາກກາງ ຄື: ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ເພື່ອນຳມາໂຄສະນາເຜີຍແຜ່ຜ່ານທາງສື່ມວນຊົນຂອງກະຊວງ ສສກ ໃຫ້ສັງຄົມໄດ້ຮັບຮູ້ ແລະ...

Continue reading

ເບ ສະຫວັນ ອິນເຕີ ສືບຕໍ່ຊຸກຍູ້ເຄື່ອງກິລາ-ນໍ້າດື່ມ ໃຫ້ກົມໃຫຍ່ຕຳຫຼວດ ກຽມຮ່ວມງານກິລາ ທົ່ວກຳລັງ ປກສ ປະຈຳປີ 2024

ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ຜູ້ດຽວ ສືບຕໍ່ໃຫ້ການສະໜັບສະໜູນເຄື່ອງນຸ່ງກິລາ ຈຳນວນ 50 ຊຸດ, ອຸປະກອນກິລາອີກຫຼາຍລາຍການ, ນໍ້າດື່ມ ແລະ ອື່ນໆ ລວມມູນຄ່າ 25 ລ້ານກີບ ໃຫ້ແກ່ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ເພື່ອກຽມຄວາມພ້ອມເຂົ້າຮ່ວມງານແຂ່ງຂັນກິລາ ທົ່ວກຳລັງ ປກສ ແນໃສ່ສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ທີ່ຈະເປີດສາກຂຶ້ນ ໃນໄວໆນີ້. ...

Continue reading

ທັບຄົນພິການຕາທີມຊາດລາວ ພ້ອມທີ່ຈະຮ່ວມແຂ່ງຂັນ ບານເຕະ 4 ຊາດ ທີ່ປະເທດໄທ ເປັນເຈົ້າພາບ

ທັບນັກກິລາຄົນພິການຕາທີມຊາດລາວ ພ້ອມທີ່ຈະຮ່ວມແຂ່ງຂັນບານເຕະຄົນພິການຕາ 4 ຊາດ ຄື: ໄທ ເຈົ້າພາບ, ສປປ ລາວ, ຍີ່ປຸ່ນ ແລະ ອິນເດຍ ລາຍການ 2024 INVITATION BLIND FOOTBALL TOURNAMENT ລະຫວ່າງວັນທີ 24-31 ມີນາ 2024 ທີ່ແຂວງນົນທະບູລີ ປະເທດໄທ ຮັບເປັນເຈົ້າພາບ. ໃນເມື່ອວັນທີ 20 ມີນາ 2024 ທີ່ສະໜາມກິລາບານເຕະ ຫຍ້າທຽມ ເບ ສະຫວັນ ເອັບຊີ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ທັບນັກກິລາຄົນພິການຕາທີມຊາດລາວ ຊຶ່ງລວມມີຄະນະຄູຝຶກ, ຊ່ຽວຊານແພດຍິງ ຈາກປະເທດຍີ່ປຸ່ນ ແລະ ນັກກິລາ ໄດ້ສືບຕໍ່ຝຶກຊ້ອມມື້ທີ 36 ກ່ອນຈະອອກເດີນທາງເຂົ້າຮ່ວມແຂ່ງຂັນງານດັ່ງກ່າວ ໂດຍໃຫ້ກຽດລົງຕິດຕາມ ແລະ ໃຫ້ກຳລັງໃຈຢ່າງໃກ້ຊິດຂອງ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ...

Continue reading

ສົກຜ່ານມາ ມສ ຊົນເຜົ່າແຂວງສະຫວັນນະເຂດ ສອບເສັງຈົບ ມ.4-ມ.7 ໄດ້ 100 ເປີເຊັນ

ໃນສົກຮຽນ 2022-2023 ຜ່ານມາ ການຈັດຕັ້ງປະຕິບັດການຮຽນ ການສອນ ຂອງໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ມີຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ປີທີ 4 (ມ.4) ແລະ ມັດທະຍົມສຶກສາຕອນປາຍປີທີ 7 (ມ.7) ສາມາດປະຕິບັດໄດ້ 100 ເປີເຊັນ. ຂະນະທີ່ການສອບເສັງເລື່ອນຊັ້ນ ປະຕິບັດໄດ້ 98 ເປີເຊັນ (ລື່ນຄາດໝາຍ 3 ເປີເຊັນ). ທ່ານ ສົມລິດ ອຸ່ນທະວີ ຜູ້ອຳນວຍການ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ໃຫ້ສຳພາດຕໍ່ທີມງານນັກຂ່າວຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ...

Continue reading

ໂຮງຮຽນ ເພື່ອນມິດ ເປັນອີກໜຶ່ງສະຖານການສຶກສາເອກະຊົນ ຊ່ວຍປະກອບສ່ວນສ້າງນັກຮຽນເກັ່ງໃຫ້ແຂວງອຸດົມໄຊ

ວຽກງານການສຶກສາ ແມ່ນຂະບວນການສອນ, ການຮຽນຮູ້ ທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ແລະ ເຕັກໂນໂລຊີ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານ. ສະນັ້ນ, ພັກ-ລັດຖະບານ ຈຶ່ງໄດ້ກຳນົດເອົາວຽກງານການສຶກສາເປັນວຽກງານໃຈກາງຂອງການພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມທຸກເພດໄວ ແລະ ທຸກເຜົ່າ ໃຫ້ເຂົ້າເຖິງການສຶກສາ ຢ່າງທົ່ວເຖິງ ແລະ ມີຄຸນນະພາບ ເຊັ່ນດຽວກັບ ທ່ານ ນາງ ມີນາ ຜູ້ອຳນວຍການໂຮງຮຽນ ເພື່ອນມິດ ທີ່ເລັງເຫັນຄວາມໝາຍຄວາມສຳຄັນຂອງວຽກງານການສຶກສາເຖິງວ່າຕົນເອງຈະບໍ່ແມ່ນຄົນລາວ ແຕ່ກໍເຫັນໄດ້ເບິ່ງອອກເຖິງຄວາມສຳຄັນຂອງວຽກງານການສຶກສາໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນຢູ່ແຂວງອຸດົມໄຊ...

Continue reading

ທ່ານ ນາງ ເພັດສະໝອນ ພົມມະໄຊສີ ວາງວິໄສທັດການຂາຍ ຊື່ສັດ-ບໍລິການວອງໄວ ໃສ່ໃຈຕໍ່ລູກຄ້າ

ປັດຈຸບັນ, ບົດບາດຂອງແມ່ຍິງລາວ ນັບມື້ສູງເດັ່ນໄປຄຽງຄູ່ກັບເພດຊາຍ ໃນທຸກຂົງເຂດວຽກງານ ທັງເວທີພາຍໃນ, ພາກພື້ນ ແລະ ສາກົນ, ແມ່ຍິງຫຼາຍທ່ານ ໄດ້ພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດໃນຫຼາຍດ້ານ ເຊັ່ນດຽວກັບ ທ່ານ ນາງ ເພັດສະໝອນ ພົມມະໄຊສີ ປະທານສະມາຄົມທຸລະກິດຍິງແຂວງຄໍາມ່ວນ ເປັນນັກທຸລະກິດຍິງທີ່ມີປະສົບການຫຼາຍ 10 ປີ ເປັນທີ່ຮູ້ຈັກກັນດີ ເລື່ອງບໍລິການນຳເຂົ້າ ແລະ ຈຳໜ່າຍອາຍແກັດຫຸງຕົ້ມ, ອາຍແກັດອຸສາຫະກຳ, ອາຍອົກຊີເຢັນສໍາລັບໃຊ້ທາງການແພດ, ອາຍອົກຊີເປັນທີ່ຮັບໃຊ້ເຂົ້າໃນວຽກງານອຸດສາຫະກຳ (ກໍ່ສ້າງ),ໃນຄົວເຮືອນ ມີວິໄສ່ທັດການຂາຍທີ່ ຊື່ສັດ,...

Continue reading

ຄະນະນຳກະຊວງ ສສກ ພົບປະແລກປ່ຽນບົດຮຽນການນຳໃຊ້ສະໜາມກິລາ ທີ່ປະເທດຍີ່ປຸ່ນ

ຄະນະນຳຈາກກະຊວງສຶກສາທິການ ແລະ ກິລາ ສປປ ລາວ ນຳໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ແລະ ກົມກອງກ່ຽວຂ້ອງ ກໍຄື ຫ້ອງການ ສສກ, ກົມກິລາລະດັບສູງ ແລະ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ເດີນທາງໄປປະເທດຍີ່ປຸ່ນ ເພື່ອພົບປະກັບບັນດາພາກສ່ວນຕ່າງໆ ແນໃສ່ແລກປ່ຽນບົດຮຽນກ່ຽວກັບວິທີການນຳໃຊ້ ແລະ ບຳລຸງຮັກສາສະໜາມກິລາຂອງປະເທດຍີ່ປຸ່ນ ເພື່ອນຳເອົາບົດຮຽນມາໝູນໃຊ້ໃນການບຳລຸງຮັກສາສະໜາມກິລາທີ່ຢູ່ພາຍໃຕ້ການຮັບຜິດຊອບຂອງ ສສກ ໂດຍສະເພາະການຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນ ໃນໂຄງການກໍ່ສ້າງສະໜາມກິລາເຈົ້າອານຸວົງ. ທ່ານ ຈັນທະວົງ ປັນຍາສີລິ...

Continue reading