ເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນທັນວາ ທົ່ວປະເທດ ຄັ້ງທີ VI

ພິທີສວນສະໜາມເປີດງານພົບປະ-ຕັ້ງຄ້າຍເຍົາວະຊົນທັນວາ ທົ່ວປະເທດ ຄັ້ງທີ VI ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃນວັນທີ 10 ພະຈິກ 2025 ພາຍໃຕ້ຫົວຂໍ້: ‘’ເຍົາວະຊົນຍຸກໃໝ່ ໃສ່ໃຈສິ່ງແວດລ້ອມສີຂຽວ, ສົ່ງເສີມຍຸດທະ ສາດການສຶກສາ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີສູູ່ຄວາມທັນສະໄໝ’’ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍບັນດາເລຂາ-ຮອງເລຂາຄະນະບໍລິຫານງານຊາວໜຸ່ມ 17 ແຂວງ ທົ່ວປະເທດ, ນ້ອງໆທີ່ເປັນຕົວແທນໃຫ້ອະນຸຊົນ, ເຍົາວະຊົນ ແລະ ຊາວໜຸ່ມທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກ່າວວ່າ: ງານຕັ້ງຄ້າຍເຍົາວະຊົນໃນຄັ້ງນີ້ ເປັນການຫວນຄືນມູນເຊື້ອ,ຄວາມຮັບຮູ້ຂອງອົງການຈັດຕັ້ງເຍົາວະຊົນທັນວາ ແມ່ນອົງການຈັດ ຕັ້ງໜຶ່ງຂອງພັກ, ເປັນອົງການຈັດຕັ້ງສູງສຸດຂອງເດັກນ້ອຍລາວບັນດາເຜົ່າແຫ່ງ ສປປ ລາວ, ຊຶ່ງມີໜ້າທີ່ເຕົ້າໂຮມຄວາມສາມັກຄີເອົາຫຼານນ້ອຍເຍົາວະຊົນ-ອະນຸຊົນນັບແຕ່ອາຍຸ 9-14 ປີ ໃນທົ່ວປະເທດ ໂດຍມີຜູ້ເຂົ້າຮ່ວມທັງໝົດ 2.000 ກວ່າຄົນ, ງານຕັ້ງຄ້າຍຂອງພວກເຮົາແມ່ນເພື່ອຝຶກຝົນຫຼ່ໍຫຼອມສະມາຊິກເຍົາວະຊົນໃຫ້ກາຍເປັນກໍາລັງທີ່ເຂັ້ມແຂງຂອງປະເທດຊາດ, ກາຍເປັນກຳລັງຜູ້ສືບທອດເສີມຂະຫຍາຍມູນເຊື້ອອັນດີງາມຂອງບັນພະບູລຸດ ເພື່ອປະກອບສວນສະຕິປັນຍາ, ເຫື່ອແຮງຂອງຕົນເຂົ້າໃນພາລະກິດປົກປັກຮັກສາສ້າງສາພັດທະນາ,ໃຫ້ກາຍເປັນລູກຮັກຫຼານແພງຂອງພໍ່-ແມ່, ເປັນນັກຮຽນດີຂອງຄູ-ອາຈານ, ເປັນຊາວໜຸ່ມທີ່ດີໃນອະນາຄົດ, ກາຍເປັນຜູ້ສືບທອດທີ່ດີຂອງພັກ-ລັດ, ເປັນພົນລະເມືອງດີຂອງປະເທດຊາດ, ນໍາພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມຕາມອຸດົມການຂອງພັກທີ່ກຳນົດໄວ້. ພ້ອມນີ້, ຍັງຈະໄດ້ແລກປ່ຽນບົດຮຽນເຊິ່ງກັນແລະກັນ ທາງດ້ານກິດຈະກຳຕ່າງໆບໍ່ວ່າຈະເປັນກິດຈະກຳແລກປ່ຽນ ແລະ ກິດຈະກຳແຂ່ງຂັນ ເພື່ອແນໃສ່ການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກເຍົາວະຊົນ ໃຫ້ກາຍເປັນລູກທີ່ດີຂອງພໍ່ແມ່, ເປັນພົນລະເມືອງດີຂອງຊາດ, ເປັນຜູ້ສືບທອດທີ່ດີຂອງພັກ, ເປັນຜູ້ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຂົ້າໃນການຈັດຕັ້ງປະຕິບັດມະຕິ XI ກ້າວສູ່ມະຕິ XII ຂອງພັກປະຊາຊົນ ປະຕິວັດລາວ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ ຄັ້ງທີ XI ຂອງນະຄອນຫຼວງວຽງຈັນ ໃຫ້ປະກົດຜົນເປັນຈິງ.
ທ່ານ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການສວນສະໜາມເຂົ້າພິທີໃນຄັ້ງນີ້ ມີທັງໝົດ 29 ກ້ອນດ້ວຍກັນ ແລະ ບັນດາກິດຈະກຳແຂ່ງຂັນ ປະກອບມີ: ແຂ່ງຂັນຕີກອງດຸລິຍາງແປຕົວສອນ, ແຂ່ງຂັນແຕ້ມຮູບ, ແຂ່ງຂັນການນໍາສະເໜີ ພາຍໃຕ້ຫົວຂໍ້: ການຕ້ານ ແລະ ສະກັດກັ້ນສິ່ງເສບຕິດ, ການປົກປັກຮັກສາສິ່ງແວດລ້ອມ, ການຂັບຂີ່ປອດໄພເທີງທ້ອງຖະໜົນ, ການນໍາໃຊ້ເຄື່ອງມືເຕັກໂນໂລຊີ ແລະ ນໍາໃຊ້ປັນຍາປະດິດ (AI), ຂະບວນແຫ່ພາເລດຈາກຫໍພິພິຕະພັນປະທານ ໄກສອນ ພົມວິຫານ ໄປຕາມເສັ້ນທາງຫຼວງ ໄປຫາຈຸດຕັ້ງຄ້າຍສະໜາມກິລາແຫ່ງຊາດ (ຫຼັກ 16). ສຳລັບກິດຈະກຳແລກປ່ຽນ ປະກອບມີ: ກິດຈະກຳຊອກຫາເພື່ອນແທ້, ຟ້ອນລວມໝູ່, ຮ້ອງເພັງດ່ຽວ-ຮ້ອງລວມໝູ່, ກິລາ ແລະ ທັດສະນະສຶກສາອະນຸສອນສະຖານປະທານ ໄກສອນ ພົມວິຫານ, ອະນຸສອນສະຖານປະທານສຸພານຸວົງ, ທາດຫຼວງ, ປະຕູໄຊ, ເຂດເສດຖະກິດພິເສດໄຊເຊດຖາ ແລະ ສະຖານທີ່ອື່ນໆ. ໃນການຈັດງານຄັ້ງນີ້, ຍັງຈະໄດ້ຟັງການໂອ້ລົມຈາກການນໍານະຄອນຫຼວງວຽງຈັນ, ການນໍາຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ການນໍາຈາກກະຊວງສຶກສາທິການ ແລະ ກິລາ. ພ້ອມນີ້, ຍັງຈະໄດ້ພົບປະ ແລະ ຮັບຟັງການໂອ້ລົມ ຈາກທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ຕື່ມອີກ.





















