Skip to main content

ຮອງລັດຖະມົນຕີ ສສກ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກິລາຂອບການຮ່ວມມືເວທີປຶກສາຫາລືແຫ່ງອາຊີ ຄັ້ງທີ 1

11/11/2025

ໂດຍຕອບສະໜອງຕາມການເຊື້ອເຊີນຈາກລັດຖະມົນຕີກະຊວງກິລາ ແຫ່ງ ສະຫະພັນຣັດເຊຍ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຕາງໜ້າໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ປະກອບດ້ວຍຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງຕ່າງປະເທດ ຈຳນວນ 4 ທ່ານ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີກິລາ ຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 1 (1st Asia Cooperation Dialogue Ministerial Meeting on Sports) ໃນລະຫວ່າງວັນທີ 4-7 ພະຈິກ 2025 ທີ່ເມືອງສາມາຣາ ສະຫະພັນຣັດເຊຍ ພາຍໃຕ້ຫົວຂໍ້: “From Tradition to Innovation: ອະນາຄົດຂອງກິລາໃນບັນດາປະເທດສະມາຊິກ ACD, ຊຶ່ງໄດ້ຈັດຂຶ້ນຄຽງຄູ່ກັບກອງປະຊຸມສາກົນ ໃນຫົວຂໍ້: “ຣັດເຊຍ-ປະເທດມະຫາອໍານາດແຫ່ງການກິລາ”.

 

ກອງປະຊຸມດັ່ງກ່າວ, ມີຜູ້ແທນຈາກບັນດາປະເທດສະມາຊິກ ACD ຈຳນວນ 35 ປະເທດເຂົ້າຮ່ວມ, ໂດຍການເປັນປະທານຂອງ ທ່ານ ດຣ ໄມເຄິນ ເດກຕີຢາເຣບ (Michael Degtyarev) ລັດຖະມົນຕີກະຊວງກິລາຣັດເຊຍ ໃນຖານະທີ່ເປັນປະເທດຜູ້ລິເລີ່ມໃນການຮ່ວມມືດ້ານກິລາໃນຂອບການຮ່ວມມືດັ່ງກ່າວ.  ກອງປະຊຸມລັດຖະມົນຕີກິລາ ACD ຈັດຂຶ້ນກໍເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກ ACD ຜ່ານການຮ່ວມມືດ້ານກິລາ, ການປຶກສາຫາລືດ້ານນະໂຍບາຍ, ການແລກປ່ຽນການຈັດຕັ້ງປະຕິບັດທີ່ດີ ແລະ ປະສົບການໃນການພັດທະນານັກກິລາ, ວິທະຍາສາດການກິລາ, ການຕ້ານການໃຊ້ສານຕ້ອງຫ້າມໃນກິລາ ແລະ ເຕັກໂນໂລຊີດິຈິຕອນໃນກິລາ ຕະຫຼອດຮອດການສົ່ງເສີມການມີສ່ວນຮ່ວມ ໃນກິລາຂອງໄວໜຸ່ມ, ແມ່ຍິງ ແລະ ຄົນພິການ.

ໃນກອງປະຊຸມລັດຖະມົນຕີກິລາຄັ້ງນີ້, ທ່ານຮອງລັດຖະມົນຕີ ສສກ ໄດ້ກ່າວມີຄຳເຫັນ ໂດຍເນັ້ນໃສ່ຄວາມສຳຄັນຂອງກິລາໃນຖານະເປັນສ່ວນໜຶ່ງຂອງການພັດທະນາຊັບພະຍາກອນມະນຸດ, ການສົ່ງເສີມສຸຂະພາບ ແລະ ການສ້າງຄວາມສາມັກຄີ ພາຍໃນສັງຄົມ, ພ້ອມທັງສະແດງຄວາມໝາຍໝັ້ນຂອງ ສປປ ລາວ ທີ່ຈະຮ່ວມມືກັບປະເທດສະມາຊິກ ACD ເພື່ອພັດທະນາກິລາຢ່າງສ້າງສັນ, ມີນະວັດຕະກໍາ ແລະ ການສ້າງມາດຕະຖານດ້ານກິລາ ໃຫ້ສອດຄ່ອງກັບມາດຕະຖານສາກົນ.

 

ກອງປະຊຸມໄດ້ເຫັນດີຮັບຮອງເອົາຖະແຫຼງການ ສາມາຣາຂອງກອງປະຊຸມລັດຖະມົນຕີ ACD ຄັ້ງທີ 1 ແລະ ຈະພິຈາລະນາໃນການສ້າງຕັ້ງກຸ່ມວິຊາການພັດທະນາວຽກງານກິລາຂອງປະເທດສະມາຊິກ. ນອກນັ້ນ, ຄະນະຜູ້ແທນຍັງໄດ້ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ ໃນຫົວຂໍ້ “Sports for the Future: Winning Together”

 

ກອງປະຊຸມ ໄດ້ຮັບຟັງການແລກປ່ຽນສົນທະນາດ້ານນະໂຍບາຍ ແລະ ບົດຮຽນການ ຈັດຕັ້ງປະຕິບັດທີ່ດີ ຈາກ ລັດຖະມົນຕີກິລາ ທີ່ມາຈາກປະເທດເຊີເບຍ (ແຊກບີ), ຣັດເຊຍ, ເບລາຣຸດ, ຄາຊັກສະຖານ, ຊິມບັບເວ, ເລຂາທິການໃຫຍ່ ACD ແລະ ຄະນະກຳມະການໂອແລມປິກແຫ່ງປະເທດຊຳເບຍ.

 

ພິເສດ, ທ່ານ ວະລາດີເມຍ ປູຕິນ ປະທານປະເທດແຫ່ງ ສ. ຣັດເຊຍ ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມດັ່ງກ່າວ ໂດຍໄດ້ ກ່າວມີຄຳເຫັນວ່າ ກິລາເປັນເຄື່ອງມືສຳຄັນຂອງສາກົນໃນການພັດທະນາຂີດຄວາມສາມາດຂອງຄົນ ແລະ ສົ່ງເສີມຄວາມສາມັກຄີ ລະຫວ່າງປະເທດ. ນອກຈາກນີ້, ຣັດເຊຍຍັງສະໜັບສະໜູນການຮ່ວມມື ລະຫວ່າງປະເທດບົນພື້ນຖານຄວາມສະເໝີພາບ, ການເຄົາລົບເຊິ່ງກັນ ແລະ ກັນ ແລະ ການເຫັນຄຸນຄ່າທາງວັດທະນະທຳຂອງແຕ່ລະປະເທດໂດຍ ຜ່ານກິລາ.

 

ພາບ-ຂໍ້ມູນ: ກົມຮ່ວມມືກັບຕ່າງປະເທດ ສສກ

ຮຽບຮຽງໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ