Skip to main content

Author: Chanthakhard Inthadalin

ສກມ ສີໂຄດຕະບອງ ສ້າງຄວາມເຂັ້ມແຂງໃຫ້ຄູສອນ ປະຈຳປີ 2023

ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນພາຍໃນ ປະຈຳປີ 2023 ເມື່ອວັນທີ 30 ມີນາ 2023 ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ອຳມະລີ ນໍລິນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ມະນີຫົງ ຈັນທະວົງສາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ, ມີຜູ້ອຳນວຍການໂຮງຮຽນ, ພະນັກງານ ຄູອາຈານຈາກບັນດາໂຮງຮຽນພາຍໃນເມືອງເຂົ້າຮ່ວມ 100 ກວ່າທ່ານ. ການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ອຳນວຍການ, ພະນັກງານຄູອາຈານພາຍໃນເມືອງ...

Continue reading

ມວຍລາວ ໄຟ໊ 2024 ຮອບທີ 4 ຈະຈັດຂຶ້ນ 7 ເມສານີ້ ສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 63 ປີ

ການແຂ່ງຂັນຊົກມວຍລາວ ລະດັບຊາດ ຊີງແຊ໋ມສາຍແອວກຽດຕິຄຸນຂອງການນຳຂັ້ນສູງ ສປປ ລາວ ຮອບທີ 4 ຈະຈັດຂຶ້ນໃນວັນທີ 7 ເມສາ 2024 ທີ່ນະຄອນຫຼວງວຽງຈັນ ເພື່ອຄັດເລືອກເອົານັກກິລາມວຍລາວ ໃນແຕ່ລະຮຸ່ນນ້ຳໜັກ ຄື: ຮຸ່ນ 51 ກິໂລ, 57 ກິໂລ ແລະ 65 ກິໂລ ກຽມສົ່ງເຂົ້າຮ່ວມແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ ໃນຕໍ່ໜ້າ ຕິດພັນກັບການສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ ພ້ອມທັງເປັນການໂຄສະນາ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ...

Continue reading

ລາວ-ຫວຽດນາມ ສໍາມະນາວິຊາການວຽກງານອາຊີວະສຶກສາ ໃນຂົງເຂດກະສິກໍາ

ສປປ ລາວ ແລະ ສສ ຫວຽດນາມ ສໍາມະນາວິຊາການວຽກງານອາຊີວະສຶກສາ ໃນຂົງເຂດກະສິກໍາ ແນໃສ່ການສ້າງເວທີສໍາມະນາໃຫ້ສະຖານການສຶກສາກະສິກໍາຂອງສອງປະເທດ ລາວ-ຫວຽດນາມ ໄດ້ແລກປ່ຽນ ແລະ ປຶກສາຫາລືກ່ຽວກັບວຽກງານການພັດທະນາການສຶກສາ, ແບ່ງປັນຄວາມຮູ້ ປະສົບການກ່ຽວກັບສະພາບຕົວຈິງ ແລະ ຍົກສູງຄຸນນະພາບຄູສອນ, ນັກສຶກສາ ເມື່ອວັນທີ 27 ມີນາ 2024 ທີ່ຫ້ອງປະຊຸມວິທະຍາໄລ ເຕັກນິກປາກປ່າສັກ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສໍາມະນາວິຊາການວຽກງານອາຊີວະສຶກສາໃນຂົງເຂດກະສິກໍາຂອງສະຖານອາຊີວະສຶກສາ ສປປ ລາວ ແລະ ສສ ຫວຽດນາມ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ ສິລິອຸດົງ ສູນດາລາ ຮອງລັດຖະມົນຕີ...

Continue reading

ຮັບຮອງແລ້ວ ປຶ້ມຫຼັກການພື້ນຖານການນໍາໃຊ້ພາສາລາວ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມກວດຮັບຮອງປຶ້ມຫຼັກການພື້ນຖານການນໍາໃຊ້ພາສາລາວ ເມື່ອວັນທີ 29 ມີນາ 2024  ທີ່ເຮືອນພັກແຄມງື່ມ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຊຶ່ງໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ  ອະດີດນາຍົກລັດຖະມົນຕີ, ທ່ານ ສຈ.ປອ ບໍ່ແສງຄໍາ ວົງດາລາ ອະດີດລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍອະດີດການນໍາ, ຄະນະທີ່ປຶກສາທາງວິຊາການ, ຄະນະກໍາມະການຮັບຮອງຕົ້ນສະບັບຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງ ແລະ ກົມກອງຕ່າງໆ,...

Continue reading

ສະຖາບັນຂົງຈື ມຊ ຈັດກອງປະຊຸມຜູ້ບໍລິຫານສະຖາບັນ ຄັ້ງທີ 8

ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມຜູ້ບໍລິຫານສະຖາບັນ ຄັ້ງທີ 8 ເມື່ອວັນທີ 30 ມີນາ 2024 ທີ່ສະຖາບັນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ອຸດົມ ພອນຄຳເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ສຈ.ປອ ກາວຊົງຢູ່ ຮອງອະທິການບໍດີ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ, ທ່ານ ສຈ.ປອ ກາຣຸດາ ວິໂກ້ ອະທິການບໍດີ ມະຫາວິທະຍາໄລຕັນຈຸງປູລາ ປະເທດອິນໂດເນເຊຍ, ທ່ານ ສຈ.ປອ ພົນເດດ ເສົາວະຣັດ ຮອງອະທິການບໍດີ ມະຫາວິທະຍາໄລມະຫາສາລາຄາມ ປະເທດໄທ, ພ້ອມດ້ວຍຄະນະສະພາຜູ້ບໍລິຫານສະຖາບັນຂົງຈືທັງ 4 ຝ່າຍ, ພະນັກງານ,...

Continue reading

3 ອົງການຈັດຕັ້ງມະຫາຊົນ ອວຍພອນຄະນະພັກຮາກຖານ ສວສ ໂອກາດວັນສ້າງຕັ້ງພັກ ຄົບຮອບ 69 ປີ

3 ອົງການຈັດຕັ້ງມະຫາຊົນ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ອວຍພອນຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ  ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (ວັນທີ 22 ມີນາ 1955-22 ມີນາ 2024) ເມື່ອວັນທີ 22 ມີນາ ຜ່ານມາ ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ ໂດຍໃຫ້ກຽດນຳພາຂອງສະຫາຍ ສຸກສາຄອນ ສີປະເສີດ ເລຂາໜ່ວຍພັກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ປະທານກຳມະບານຮາກຖານ ສວສ ແລະ ຕາງໜ້າຮັບຂອງສະຫາຍ ຮສ.ປອ ອານຸລົມ ວິໄລພອນ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີຄະນະພັກຮາກຖານ, ປະທານກຳມະບານ, ແມ່ຍິງ ແລະ ເລຂາຊາວໜຸ່ມ ພ້ອມດ້ວຍຄະນະ, ຫົວໜ້າ-ຮອງຫົວໜ້າໜ່ວຍ...

Continue reading

ຢູ-11 ມັດສະດ້າ ລາວ ຈິບີ ຄອງແຊ໋ມ ລາຍການ ວິໄລແສງ ທົວນາເມັນ ຢູຄັບ 2024 ທີ່ແຂວງຫຼວງພະບາງ

ສະໂມສອນ ມັດສະດ້າ ລາວ ຈິບີ ເອັບຊີ (ທີມ ເອ) ຄອງແຊ໋ມການແຂ່ງຂັນເຕະບານເຍົາວະຊົນ ຮຸ່ນອາຍຸ 11 ປີ ຫຼື ຢູ-11 ລາຍການ ວິໄລແສງ ທົວນາເມັນ ຢູຄັບ 2024 ຫຼື VILAISENG TOURNAMENT UCUP 2024 ຈັດຂຶ້ນລະຫວ່າງວັນທີ 30-31 ມີນາ 2024 ທີ່ສະໜາມກິລາບານເຕະຫຍ້າທຽມ ສະບາຍສະບາຍນະຄອນຫຼວງພະບາງ ແຂວງຫຼວງພະບາງ ຫຼັງຈາກໄລ່ເອົາຊະນະ ສະໂມສອນ ເດັກພວນ ຈາກແຂວງຊຽງຂວາງ ໄປແບບຫວຸດຫວິດ 2-1 ປະຕູ ໃນນັດຊີງຊະນະເລີດ. ການແຂ່ງຂັນລາຍການນີ້ ຈັດຂຶ້ນ ຢູ່ທີ່ສອງສະໜາມຫຼັກ ກໍຄື ສະໜາມກິລາບານເຕະແຂວງຫຼວງພະບາງ ນຳໃຊ້ແຂ່ງຂັນສະເພາະ ຢູ-13 ຊຶ່ງກຳນົດເອົາສະໜາມໃຫຍ່ ແບ່ງອອກເປັນສອງສະໜາມແຂ່ງຂັນ...

Continue reading

ສສກ ປະກາດແຕ່ງຕັ້ງຮອງຫົວໜ້າກົມການສຶກສາກ່ອນໄວຮຽນຜູ້ໃໝ່

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ປະກາດແຕ່ງຕັ້ງຮອງຫົວໜ້າກົມການສຶກສາກ່ອນໄວຮຽນຜູ້ໃໝ່ ໃນຕອນບ່າຍວັນທີ 29 ມີນາ 2024 ທີ່ຫ້ອງປະຊຸມກະຊວງ ສສກ ເຂດສະໜາມກິລາເຈົ້າອານຸວົງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະກົມ, ແຂກຖືກເຊີນ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານທີ່ກ່ຽວຂ້ອງຢ່າງພ້ອມພຽງ. ທ່ານ ປອ ນາງ ສີສຸກ...

Continue reading