Skip to main content

ສສກ ປະກາດແຕ່ງຕັ້ງຮອງຫົວໜ້າກົມການສຶກສາກ່ອນໄວຮຽນຜູ້ໃໝ່

29/03/2024

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ປະກາດແຕ່ງຕັ້ງຮອງຫົວໜ້າກົມການສຶກສາກ່ອນໄວຮຽນຜູ້ໃໝ່ ໃນຕອນບ່າຍວັນທີ 29 ມີນາ 2024 ທີ່ຫ້ອງປະຊຸມກະຊວງ ສສກ ເຂດສະໜາມກິລາເຈົ້າອານຸວົງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະກົມ, ແຂກຖືກເຊີນ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານທີ່ກ່ຽວຂ້ອງຢ່າງພ້ອມພຽງ.

ທ່ານ ປອ ນາງ ສີສຸກ ວົງວິຈິດ

ໃນພິທີ, ທ່ານ ວຽງທອງ ພົນທະຈັກ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1115/ສສກ, ລົງວັນທີ 7 ມີນາ 2024 ວ່າດ້ວຍການອະນຸມັດແຕ່ງຕັ້ງ ທ່ານ ນາງ ວຽງສະຫວັນ ວິລະສິດ ຫົວໜ້າພະແນກສົ່ງເສີມການລົງທຶນພາກເອກະຊົນ ຫ້ອງການກະຊວງສຶກສາທິການ ແລະ ກິລາ ເປັນຮອງຫົວໜ້າກົມການສຶກສາກ່ອນໄວຮຽນຜູ້ໃໝ່ຢ່າງເປັນທາງການ. ຫຼັງຈາກນັ້ນ ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດມອບຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1115/ສສກ, ລົງວັນທີ 7 ມີນາ 2024 ວ່າດ້ວຍການແຕ່ງຕັັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານຂອງກົມການສຶກສາກ່ອນໄວຮຽນ.
ໂອກາດນີ້, ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຮອງຫົວໜ້າກົມຄົນໃໝ່ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກຄະນະພັກ, ຄະນະນຳ, ອົງການຈັດຕັ້ງ ແລະ ໝູ່ຄະນະ ພ້ອມເນັ້ນໃຫ້ເອົາໃຈໃສ່ນຳພາອ້າຍນ້ອງພັດທະນາຂະແໜງການສຶກສາກ່ອນໄວຮຽນ, ເພີ່ມທະວີຄວາມເອົາໃຈໃສ່, ເປັນແບບຢ່າງ ແລະ ເສີມຂະຫຍາຍມູນເຊື້ອທີ່ຜ່ານມາ, ເບິ່ງກວ້າງມອງໄກ, ເບິ່ງບັນຫາໃຫ້ເລິກເຊິ່ງ, ຮໍ່າຮຽນ ແລະ ຖອດຖອນບົດຮຽນຕົວຈິງນຳການນຳ ແລະ ໝູ່ຄະນະ ແລະ ນໍາພາຄຸ້ມຄອງໃຫ້ວຽກງານມີການພັດທະນາດີຂຶ້ນເປັນກ້າວໆ.

ຂະນະດຽວກັນ, ທ່ານ ນາງ ວຽງສະຫວັນ ວິລະສິດ ສະແດງຄວາມຂອບໃຈຢ່າງສູງມາຍັງທ່ານຮອງລັດຖະມົນຕີ ສສກ ໃຫ້ໄດ້ຄຳໂອວາດທີ່ມີຄຸນຄ່າ ແລະ ມີຄວາມໝາຍສຳຄັນ ປຽບເໝືອນເຂັມທິດເຍືອງທາງອັນໃສແຈ້ງ ແລະ ສອດຄ່ອງກັບຈຸດພິເສດສະພາບຄວາມເປັນຈິງ ແລະ ເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄົນເຮົາທຸກຄົນ ເພື່ອເຮັດໃຫ້ວຽກງານນັ້ນມີປະສິດທິຜົນ. ພ້ອມນັ້ນຂ້າພະເຈົ້າຍັງຮູ້ສຶກພາກພູມໃຈທີ່ໄດ້ຮັບໂອກາດຈາກການນຳທຸກຂັ້ນມາຮ່ວມເຮັດວຽກງານໃນກົມການສຶກສາກ່ອນໄວຮຽນ ຮ່ວມກັບບັນດາທ່ານ ແລະ ຂ້າພະເຈົ້າຮູ້ວ່າກົມການສຶກສາກ່ອນໄວຮຽນມີຜົນງານອັນພົ້ນເດັ່ນຕະຫຼອດມາ ແລະ ຈະຂໍສືບທອດ ແລະ ເສີມຂະຫຍາຍແນວທາງດັ່ງກ່າວ ເພື່ອພ້ອມກັນເສີມສ້າງພັດທະນາວຽກງານຂອງກົມໃຫ້ດີຂຶ້ນໄປເລື້ອຍໆ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ພາບ-ຂໍ້ມູນ: ຫຼ້າ ສາຍນ້ຳພຽງ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ