ສະຖາບັນຂົງຈື ມຊ ຈັດກອງປະຊຸມຜູ້ບໍລິຫານສະຖາບັນ ຄັ້ງທີ 8

ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມຜູ້ບໍລິຫານສະຖາບັນ ຄັ້ງທີ 8 ເມື່ອວັນທີ 30 ມີນາ 2024 ທີ່ສະຖາບັນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ອຸດົມ ພອນຄຳເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ສຈ.ປອ ກາວຊົງຢູ່ ຮອງອະທິການບໍດີ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ, ທ່ານ ສຈ.ປອ ກາຣຸດາ ວິໂກ້ ອະທິການບໍດີ ມະຫາວິທະຍາໄລຕັນຈຸງປູລາ ປະເທດອິນໂດເນເຊຍ, ທ່ານ ສຈ.ປອ ພົນເດດ ເສົາວະຣັດ ຮອງອະທິການບໍດີ ມະຫາວິທະຍາໄລມະຫາສາລາຄາມ ປະເທດໄທ, ພ້ອມດ້ວຍຄະນະສະພາຜູ້ບໍລິຫານສະຖາບັນຂົງຈືທັງ 4 ຝ່າຍ, ພະນັກງານ, ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ອຸດົມ ພອນຄຳເພັງ ໄດ້ກ່າວສະແດງຄວາມຕ້ອນຮັບຄະນະນໍາຈາກມະຫາວິທະຍາໄລຊົນເຜົ່າ ສປ ຈີນ, ມະຫາວິທະຍາໄລມະຫາສາລາຄາມ ປະເທດໄທ ແລະ ມະຫາວິທະຍາໄລດັນຈູງປູລາ ອິນໂດເນເຊຍ ຊຶ່ງຄະນະນໍາມະຫາວິທະຍາໄລແຫ່ງຊາດຍາມໃດກໍໃຫ້ຄວາມສໍາຄັນ ແລະ ໃກ້ຊິດຕິດແທດ ການຈັດຕັ້ງປະຕິບັດວຽກງານຂອງສະຖາບັນຂົງຈື ສະແດງອອກໃຫ້ເຫັນວ່າ ຄະນະນໍາສູງສຸດຂອງມະຫາວິທະຍາໄລທັງສອງຝ່າຍເປັນຜູ້ຊີ້ນໍາສະຖາບັນຂົງຈືໂດຍກົງ ພວກເຮົາຕ່າງກໍໃຫ້ຄວາມສໍາຄັນເອົາໃຈໃສ່ສະຖາບັນ ເຮັດໃຫ້ສະຖາບັນຂົງຈືພວກເຮົາໄດ້ມີຜົນງານອັນກ້າວກະໂດດ ເຊັ່ນ: ໄດ້ສ້າງຫຼັກສູດປະລິນຍາຕີຮ່ວມກັນລະຫວ່າງ ມຊ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ, ໃນປີນີ້ ພວກເຮົາຈະພະຍາຍາມສູ້ຊົນໃຫ້ສາມາດເປີດຫຼັກສູດປະລິນຍາໂທຮ່ວມກັນໃຫ້ໄດ້ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຈາກມະຫາວິທະຍາໄລຊົນເຜົ່າກວາງຊີອີກຕື່ມ.
ພ້ອມກັນນີ້, ທ່ານ ຮສ.ປອ ອຸດົມ ພອນຄຳເພັງ ຍັງກ່າວອີກວ່າ: ສະຖາບັນຂົງຈືໄດ້ກາຍເປັນຂົວຕໍ່ສາຍສຳພັນລະຫວ່າງມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລຊົນເຜົ່າກວາງຊີ, ມະຫາວິທະຍາໄລມະຫາສາລາຄາມ ແລະ ມະຫາວິທະຍາໄລຕັນຈຸງປູລາ, ໄດ້ເຮັດໃຫ້ພວກເຮົາມີຄວາມໃກ້ຊິດຕິດແທດກັນຫຼາຍຂຶ້ນກວ່າເກົ່າ. ກອງປະຊຸມໃນຄັ້ງນີ້, ແມ່ນກອງປະຊຸມທີ່ສໍາຄັນທີ່ສຸດຂອງສະຖາບັນຂົງຈື ຊຶ່ງມັນແມ່ນເຂັມທິດເຍືອງທາງໃຫ້ແກ່ສະຖາບັນ ໃນການພັດທະນາໃນປີຕໍ່ໄປ. ສະນັ້ນ, ຫວັງຢ່າງຍິ່ງວ່າ ໂດຍຜ່ານກອງປະຊຸມສະພາຜູ້ບໍລິຫານ ສະຖາບັນຂົງຈືຄັ້ງນີ້ ຈະເຮັດໃຫ້ພວກເຮົາໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຫຼາຍຂຶ້ນກວ່າເກົ່າ ລະຫວ່າງ 4 ມະຫາວິທະຍາໄລພວກເຮົາ.
ກອງປະຊຸມຄັ້ງນີ້, ໄດ້ຜ່ານແນວຄວາມຄິດກ່ຽວກັບຕຳແໜ່ງ ແລະ ບົດບາດຂອງສະຖາບັນຂົງຈື້ ມະຫາວິທະຍາໄລ Tanjungpura ພາຍໃຕ້ສະພາບການໃໝ່; ການຍາດແຍ່ງເອົາຊັບພະຍາກອນ ແລະ ປັບປຸງລະດັບການພົບປະແລກປ່ຽນວັດທະນະທຳ; ສ້າງນະວັດຕະກໍາສົ່ງເສີມການກໍ່ສ້າງ ແລະ ພັດທະນາການສຶກສາວິຊາການຫຼັກຂອງຈີນໃນສະຖາບັນຂົງຈື້.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ