ລາວ-ຫວຽດນາມ ສໍາມະນາວິຊາການວຽກງານອາຊີວະສຶກສາ ໃນຂົງເຂດກະສິກໍາ

ສປປ ລາວ ແລະ ສສ ຫວຽດນາມ ສໍາມະນາວິຊາການວຽກງານອາຊີວະສຶກສາ ໃນຂົງເຂດກະສິກໍາ ແນໃສ່ການສ້າງເວທີສໍາມະນາໃຫ້ສະຖານການສຶກສາກະສິກໍາຂອງສອງປະເທດ ລາວ-ຫວຽດນາມ ໄດ້ແລກປ່ຽນ ແລະ ປຶກສາຫາລືກ່ຽວກັບວຽກງານການພັດທະນາການສຶກສາ, ແບ່ງປັນຄວາມຮູ້ ປະສົບການກ່ຽວກັບສະພາບຕົວຈິງ ແລະ ຍົກສູງຄຸນນະພາບຄູສອນ, ນັກສຶກສາ
ເມື່ອວັນທີ 27 ມີນາ 2024 ທີ່ຫ້ອງປະຊຸມວິທະຍາໄລ ເຕັກນິກປາກປ່າສັກ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສໍາມະນາວິຊາການວຽກງານອາຊີວະສຶກສາໃນຂົງເຂດກະສິກໍາຂອງສະຖານອາຊີວະສຶກສາ ສປປ ລາວ ແລະ ສສ ຫວຽດນາມ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ ສິລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ເຈີນ ແທງນາມ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ພັດທະນາ ຊົນນະບົດ ສສ ຫວຽດນາມ, ມີຫົວໜ້າ-ຮອງຫົວໜ້າກົມ, ຜູ້ອໍານວຍການ-ຮອງຜູ້ອໍານວຍການສະຖານອາຊີວະສຶກສາພາກລັດ 15 ແຫ່ງໃນຂອງເຂດທົ່ວປະເທດ, ພະນັກງານ, ວິຊາການ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.
ການຈັດກອງປະຊຸມຄັ້ງນີ້, ແມ່ນແນໃສ່ການສ້າງເວທີສໍາມະນາໃຫ້ສະຖານການສຶກສາກະສິກໍາຂອງສອງປະເທດ ລາວ-ຫວຽດນາມ ໄດ້ແລກປ່ຽນ ແລະ ປຶກສາຫາລືກ່ຽວກັບວຽກງານການພັດທະນາການສຶກສາ, ແບ່ງປັນຄວາມຮູ້ ປະສົບການກ່ຽວກັບສະພາບຕົວຈິງ ແລະ ຍົກສູງຄຸນນະພາບຄູສອນ, ນັກສຶກສາ ເພື່ອຕອບສະໜອງຄວາມຮຽກຮ້ອງຂອງການປ່ຽນແປງໃໝ່ທາງດ້ານການສຶກສາ, ຄົ້ນຄວ້າວິທະຍາສາດ ແລະ ຖ່າຍໂອນດ້ານວິຊາການເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນການພັດທະນາ ແລະ ຍົກສູງຄຸນນະພາບການຈັດຕັັ້ງການຮຽນການສອນ, ການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ, ຊຸກຍູ້ການຮ່ວມມືລະຫວ່າງສະຖານການສຶກສາ ແລະ ພາກທຸລະກິດ ເພືີີ່ອການສົົ່ງເສີມການຜະລິດຕິດພັນກັບການຮຽນການສອນ.
ສໍາລັບກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໂດຍມີກົມອາຊີວະສຶກສາ ຮັບຜິດຊອບຊີ້ນໍາໂດຍກົງວຽກງານພັດທະນາອາຊີວະສຶກສາ. ປັດຈຸບັນ ມີ ສະຖານການສຶກສາພາກລັດ 26 ແຫ່ງ ຮັບຜິດຊອບປະຕິບັດການຮຽນການສອນຫຼັກສູດອາຊີວະສຶກສາ. ສົກຮຽນ 2023-2024 ມີນັກຮຽນເຂົ້າຮຽນສາຍອາຊີວະສຶກສາ 15.000 ຄົນ ຖ້າທຽບໃສ່ແຜນການແມ່ນໄດ້ພຽງ 23,95%. ໃນນັ້ນ, ມີນັກສຶກສາຂະແໜງກະສິກໍາ ຈໍານວນ 1.339 ຄົນ ຖ້າທຽບໃສ່ແຜນການ ແມ່ນໄດ້ພຽງ 14,0%, ມີຄູອາຈານທັງໝົດ 2.078 ຄົນ. ໃນນັ້ນ, ຄູສອນວິຊາກະສິກໍາມີ 318 ຄົນ. ສ່ວນກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ ແມ່ນກະຊວງວິຊາການທີ່ມີຫຼາຍຂະແໜງການ, ຫຼາຍຂົງເຂດ ມີລະບົບກໍໍ່ສ້າງທີີີ່ຄົບຖ້ວນ ນັບແຕ່ການສຶກສາວິຊາຊີບ ຈົນຮອດການສຶກສາຊັັ້ນສູງ, ມີຫຼາຍໂຮງຮຽນ, ສະຖາບັນ, ວິທະຍາໄລ, ມະຫາວິທະຍາໄລ ແລະ ສູນຄົ້ນຄວ້າວິທະຍາສາດ ຊຶ່ງໄດ້ມີການກໍ່ສ້າງໃນລະດັບປະລິນຍາໂທ ແລະ ປະລິນຍາເອກ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ