3 ອົງການຈັດຕັ້ງມະຫາຊົນ ອວຍພອນຄະນະພັກຮາກຖານ ສວສ ໂອກາດວັນສ້າງຕັ້ງພັກ ຄົບຮອບ 69 ປີ

3 ອົງການຈັດຕັ້ງມະຫາຊົນ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ອວຍພອນຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (ວັນທີ 22 ມີນາ 1955-22 ມີນາ 2024) ເມື່ອວັນທີ 22 ມີນາ ຜ່ານມາ ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ ໂດຍໃຫ້ກຽດນຳພາຂອງສະຫາຍ ສຸກສາຄອນ ສີປະເສີດ ເລຂາໜ່ວຍພັກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ປະທານກຳມະບານຮາກຖານ ສວສ ແລະ ຕາງໜ້າຮັບຂອງສະຫາຍ ຮສ.ປອ ອານຸລົມ ວິໄລພອນ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີຄະນະພັກຮາກຖານ, ປະທານກຳມະບານ, ແມ່ຍິງ ແລະ ເລຂາຊາວໜຸ່ມ ພ້ອມດ້ວຍຄະນະ, ຫົວໜ້າ-ຮອງຫົວໜ້າໜ່ວຍ ແລະ ສະມະຊິກ 3 ອົງການຈັດຕັ້ງມະຫາຊົນພາຍໃນ ສວສ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ສຸກສາຄອນ ສີປະເສີດ ໄດ້ຕາງໜ້າໃຫ້ແກ່ 3 ອົງການຈັດຕັ້ງມະຫາຊົນ ກ່າວຄໍາອວຍພອນ ແລະ ສະແດງຄວາມຮູ້ບຸນຄຸນຢ່າງຊາບຊຶ້ງຕໍ່ພັກປະຊາຊົນປະຕິວັດລາວເວົ້າລວມ ເວົ້າສະເພາະກໍຄືຄະນະພັກຮາກຖານສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ທີ່ຍາມໃດກໍເປັນແວ່ນແຍງອັນສ່ອງໃສ ແລະ ໃຫ້ການຊີ້ນຳນຳພາຢ່າງໃກ້ຊິດ ແລະ ສະຫຼາດຫຼັກແຫຼມ ຝຶກຝົນຫຼໍ່ຫຼອມຈິດໃຈສະມະຊິກທຸກສະຫາຍໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ ແລະ ຫ້າວຫັນຕໍ່ວຽກງານເລື້ອຍມາ.
ໂອກາດດຽວກັນ, ສະຫາຍ ຮສ.ປອ ອານຸລົມ ວິໄລພອນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ມາຍັງບັນດາສະຫາຍປະທານ, ຮອງປະທານ, ເລຂາ-ຮອງເລຂາ, ຄະນະ ແລະ ສະມະຊິກ 3 ອົງການຈັດຕັ້ງມະຫາຊົນ ສວສ ທຸກສະຫາຍທີ່ເຫັນໄດ້ເຖິງຄວາມສຳຄັນຂອງວັນດັ່ງກ່າວ. ນອກຈາກນັ້ນ, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ທຸກສະຫາຍຈົ່ງຮັກສາມູນເຊື້ອທາງດ້ານຄຸນທາດການເມືອງໃຫ້ໜັັກແໜ້ນເຊື່ອໝັ້ນຕໍ່ອຸດົມການ ແລະ ການນຳພາຂອງພັກ ເຄົາລົບລະບຽບ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ, ຮັດແໜ້ນຄວາມສາມັກຄີເຊິ່ງກັນ ແລະ ກັນ ໂດຍບໍ່ຈຳແນກຊົນຊັ້ນ ແລະ ຊົນເຜົ່າ ເປັນທີ່ໄວ້ເນື້ອເຊື່ອໃຈ ແລະ ກັ່ນກອງບຸກຄະລາກອນເຂົ້າສູ່ຖັນແຖວຂອງພັກ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ສົມກັບຄຳວ່າ: ອົງການຈັດຕັ້ງມະຫາຊົນເປັນແຂນຂວາຂອງພັກປະຊາຊົນປະຕິວັດລາວ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ