Skip to main content
12/03/2024 | ສຶກສາ

ສສກ-ອົດສະຕຣາລີ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ

ກະຊວງສຶກສາທິການ ແລະ ກິລາ (ສສກ)  ຮ່ວມກັບລັດຖະບານອົດສະຕຣາລີ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ພາຍໃຕ້ຫົວຂໍ້ “ສົ່ງເສີມການມີສ່ວນຮ່ວມ ລົງທຶນເລັ່ງໃສ່ຄວາມກ້າວໜ້າຂອງແມ່ຍິງ” ເມື່ອວັນທີ 7 ມີນາ 2023 ທີ່ຫ້ອງປະຊຸມວິທະຍາໄລສ້າງຄູດົງຄໍາຊ້າງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ, ສະຖານທູດອົດສະຕຣາລີ   ປະຈໍາ ສປປ  ລາວ,  ພ້ອມດ້ວຍຕາງໜ້າແຜນງານບີຄວາ,  ຄະນະຫ້ອງການ, ກົມ, ຄະນະບໍລິຫານງານສະຫະພັນແມ່ຍິງ, ຜຸ້ອໍານວຍການ,  ວິຊາການ,  ພະນັກງານ, ນັກຮຽນ, ນັກສຶກສາຢ່າງພ້ອມພຽງ. ໂອກາດດັ່ງກ່າວ, ທ່ານ ປອ ນາງ ສີສຸກ ວົງວິຈິດ […]
12/03/2024 | ສຶກສາ

ສສກ ປິດບັ້ນແຂ່ງຂັນສ້າງຂະບວນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023 ຂະແໜງການສຶກສາ-ກິລາ

ກອງປະຊຸມປິດບັ້ນແຂ່ງຂັນສ້າງຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023 ຂອງຂະແໜງສຶກສາ ແລະ ກິລາ ຈັດຂຶ້ນແບບຊອງໜ້າ ແລະ ລະບົບທາງໄກ ບໍ່ດົນຜ່ານມາ ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ຕຶກ ICT) ໂດຍໃຫ້ກຽດເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ຂັນທະລີ ສີຣິພົງພັນ ອະດີດຮອງລັດຖະມົນຕີ ກະຊວງ ສສກ, ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້່າຮ່ວມ. ໃນກອງປະຊຸມ, ທ່ານ ອຳພາວັນ ກວ້າງມະນິວັນ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກ່າວວ່າ: ພາຍຫຼັງທີ່ລັດຖະບານແຫ່ງ ສປປ ລາວ ໄດ້ປະກາດຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ລະຫວ່າງປີ 2021-2023 ໃນຂອບເຂດທົ່ວປະເທດ, […]
06/03/2024 | ສຶກສາ

ຊາວໜຸ່ມ ກົມແຜນການ ສສກ ຮັບທຸງໄຊນາມມະຍົດ 4 ບຸກ 3 ປີ  

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຫຼື ຄຊປປລ ຮາກຖານ ກົມແຜນການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບທຸງໄຊນໍາໜ້ານາມມະຍົດ 4 ບຸກ 3 ປີ (2021, 2022, 2023) ຄັ້ງທີ I ພ້ອມທັງມອບໃບຍ້ອງຍໍຜົນງານດີເດັ່ນໃຫ້ບັນດາສະມາຊິກຊາວໜຸ່ມຜູ້ທີ່ສ້າງຜົນງານດີເດັ່ນໃນໄລຍະຜ່ານມາ​. ພິທີມອບ-ຮັບ ທຸງໄຊນໍາໜ້ານາມມະຍົດ 4 ບຸກ 3 ປີ (2021, 2022, 203) ຄັ້ງທີ I ຂອງ ຄຊປປລ ຮາກຖານ ກົມແຜນການ ກະຊວງ ສສກ ໄດ້ມີຂຶ້ນ ເມື່ອວັນທີ 29 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມ ກະຊວງ ສສກ (ຕຶກໄອຊີທີ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ ບຸນປັນ ໄຊມຸນຕຣີ  ຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກຮາກຖານກົມ, ຫົວໜ້າກົມແຜນການ, […]
06/03/2024 | ສຶກສາ

ສສກ ທົບທວນຄືນການປະຕິບັດສັນຍາຮ່ວມມືກັບຕ່າງປະເທດ ອົງການຈັດຕັັ້ງສາກົນ ສະມາຄົມ ແລະ ມູນນິທິ ປີ 2023 ພ້ອມວາງແຜນຕໍ່ໜ້າ

ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມທົບທວນກ່ຽວກັບການຈັດຕັັ້ງປະຕິບັດສັນຍາຮ່ວມມືກັບຕ່າງປະເທດ ແລະ ວຽກງານຮ່ວມມືກັບອົງການຈັດຕັັ້ງສາກົນທີ່ບໍ່ສັງກັດລັດຖະບານ (ອສບລ), ສະມາຄົມ ແລະ ມູນນິທິ ທີ່ໃຫ້ການຊ່ວຍເຫຼືອຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາປີ 2023 ແລະ ແຜນການໃນປີ 2024  ໃນວັນທີ 5 ມີນາ 2024 ທີ່ພັດຕະຄານ ແລະ ສວນອາຫານຊົມວິວ ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການປົກຄອງ ແຂວງວຽງຈັນ, ທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄໍາ ຫົວໜ້າກົມຮ່ວມມືກັບຕ່າງປະເທດ, ພ້ອມດ້ວຍບັນດາຮອງອະທິການບໍດີຂອງ 4 ມະຫາວິທະຍາໄລທີ່ຂຶ້ນກັບກະຊວງ ສສກ, ບັນດາຫົວໜ້າ/ຮອງຫົວໜ້າພະແນກສຶກສາທິການ […]
06/03/2024 | ສຶກສາ

ມອບ-ຮັບທຶນບູລະນະສ້ອມແປງໂຮງຮຽນ ມ.ປາຍ ປາກຊັນ

ພິທີມອບ-ຮັບການສ້ອມແປງໂຮງຮຽນມັດທະຍົມສຶກສາຕອນປາຍ ຫຼື ມ.ປາກຊັນ ຈາກກອງທຶນ 1 ດວງໃຈ ບໍລິຄໍາໄຊ ຊ່ວຍເຫຼື່ອສັງຄົມ ໄດ້ມີຂຶ້ນວັນທີ 4 ມີນາ 2024 ຢູ່ໂຮງຮຽນດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມພິທີໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ແອ໋ງ ໄຊສົງຄາມ ປະທານກອງທຶນ 1 ດວງໃຈ ບໍລິຄໍາໄຊ ຊ່ວຍເຫຼື່ອສັງຄົມ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ອຳນວຍການ-ຮອງອໍານວຍການໂຮງຮຽນ, ແຂກຖືກເຊີນຈາກພະແນກການອ້ອມຂ້າງ, ສະມາຊິກກອງທຶນ 1 ດວງໃຈ ບໍລິຄໍາໄຊຊ່ວຍເຫຼື່ອສັງຄົມ ແລະ ນ້ອງນັກຮຽນຢ່າງພ້ອມພຽງ. ໂຄງການປັບປຸງສ້ອມແປງໂຮງຮຽນ ມ.ປາຍ ປາກຊັນ ໄດ້ເລີ່ມປັບປຸງສ້ອມແປງມາແຕ່ວັນທີ 5 ສິງຫາ 2023 ເປັນຕົ້ນມາ ໂດຍແບ່ງການປັບປຸງສ້ອມແປງອອກເປັນ 3 […]
04/03/2024 | ສຶກສາ

ປະຖົມສົມບູນ ຫ້ວຍສະເຫງົ້າ ໄດ້ຮັບປື້ມແບບຮຽນຈາກໂຄງການອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ

ໂຮງຮຽນປະຖົມສົມບູນ ຫ້ວຍສະເຫງົ້າ ເມືອງວັງວຽງ ແຂວງວຽງຈັນ ໄດ້ຮັບປື້ມແບບຮຽນ ຂັ້ນ ປ.1 ແລະ ປ.2 ຈາກໂຄງການອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ເມື່ອວັນທີ 29 ກຸມພາ 2023 ທີ່ເດີ່ນໂຮງຮຽນປະຖົມສົມບູນດັ່ງກ່າວ ໂດຍໃຫ້ກຽດມອບຂອງທ່ານ ນາງ ແສັດເຕີ ວາເຮຍອາວາ ເອກອັກຄະລັດຖະທູດປະເທດສະຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ແຂວງ, ເມືອງ, ອົງການຊ່ວຍເຫຼືອເດັກສາກົນປະຈໍາ ສປປ ລາວ, ຄູອາຈານ ແລະ ນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ມີຄໍາເຫັນວ່າ: ໂຄງການຮຽນອ່ານແມ່ນໜຶ່ງໃນການປະກອບສ່ວນເຂົ້າໃນວຽກງານພັດທະນາການສຶກສາຂັ້ນພື້ນຖານ ຊຶ່ງອົງການຊ່ວຍເຫຼືອເດັກສາກົນ ປະຈຳ […]
04/03/2024 | ສຶກສາ

ມັດທະຍົມ ເພຍວັດ-ມສ ເຈົ້າອານຸວົງ ໄດ້ຮັບປຶ້ມຕໍາລາຮຽນພາສາຣັດເຊຍ

ໂຮງຮຽນ ມັດທະຍົມ ເພຍວັດ ແລະ ໂຮງຮຽນ ມສ ເຈົ້າອານຸວົງ ໄດ້ຮັບປຶ້ມຕໍາລາຮຽນພາສາຣັດເຊຍ ຈາກເອກອັກຄະລັດຖະທູດ ສະຫະພັນຣັດເຊຍ ປະຈໍາ ສປປ ລາວ ເພື່ອປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການຮຽນການສອນພາສາຣັດເຊຍ ໃນ ສປປ ລາວ ນັບມື້ນັບເພີ່ມຂຶ້ນ. ພິທີມອບ-ຮັບປຶ້ມຕໍາລາຮຽນດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງຮຽນ ມສ ເພຍວັດ ໂດຍໃຫ້ກຽດມອບຂອງທ່ານ ວາລາດີເມຍ ອານາໂຕລີວີ ກາລີນີນ ເອກອັກຄະລັດຖະທູດ ສະຫະພັນຣັດເຊຍ ປະຈໍາ ສປປ ລາວ ແລະ ຮັບໂດຍທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອາເລັກຊານເດີ ວາຊີລີວີ ຣັດກອບ ຜູ້ອໍານວຍການ ສູນວິທະຍາສາດ ແລະ ວັດທະນະທໍາຣັດເຊຍ ປະຈໍາ ນະຄອນຫຼວງວຽງຈັນ, ມີບັນດາຜູ້ບໍລິຫານການສຶກສາ, ພະນັກງານ, […]
29/02/2024 | ສຶກສາ

ກຳມະບານຮາກຖານ ກົມປະກັນຄຸນນະພາບການສຶກສາ ສສກ ເປີດກອງປະຊຸມໃຫຍ່ ຄັ້ງທີ 1

ກໍາມະບານຮາກຖານກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ 1 ຂຶ້ນໃນວັນທີ 23 ກຸມພາ 2024 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ (ເຂດສະໜາມກິລາເຈົ້າອານຸວົງ) ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ປອ ສຳລານ ພັນຄະວົງ ຄະນະປະຈຳພັກ, ປະທານກວດກາພັກ, ເລຂາໜ່ວຍພັກຮາກຖານກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ອຸ່ນຄຳ ອວນສະຫວັນ ຮອງປະທານສະຫະພັນກຳມະບານກະຊວງສຶກສາທິການ ແລະ ກິລາ, ມີແຂກຖືກເຊີນຈາກກົມອ້ອມຂ້າງ, ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ ກໍຄືຊາວໜຸ່ມ ແລະ ແມ່ຍິງ ຕະຫຼອດຮອດສະມາຊິກກຳມະບານພາຍໃນກົມ ຈຳນວນ 33 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໃຫຍ່ ກຳມະບານຮາກຖານ ກົມປະກັນຄຸນນະພາບການສຶກສາໃນຄັ້ງນີ້ ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ຜ່ານບົດສຳຫຼວດການນຳພາຂອງຄະນະບໍລິຫານງານກຳມະບານຮາກຖານກົມປະກັນຄຸນນະພາບການສຶກສາ, ມອບ-ຮັບ ໃບຍ້ອງຍໍ ຜົນງານດີເດັ່ນເນື້ອໃນຂໍ້ແຂ້ງຂັນ […]