Skip to main content

ມອບ-ຮັບໜ້າທີ່ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່

02/09/2026
ພິທີມອບ-ຮັບໜ້າທີ່ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 31 ສິງຫາ 2026 ທີ່ຫ້ອງປະຊຸມ ໂຮງຮຽນມັດທະຍົມສົມບູນ (ມສ) ວຽງຈັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກກົມກ່ຽວຂ້ອງ ກະຊວງສຶກສາທິການ ແລະ ກິລາ, ພະແນກການ, ແຂກຖືກເຊີນ, ພະນັກງານ ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ຕາງໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ແລະ ຄະນະພັກຂັ້ນເທິງ ໄດ້ຜ່ານບັນດານິຕິກຳ ແລະ ຂໍ້ຕົກລົງ ຄື: ຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ສະບັບເລກທີ 779/ຄປນວ, ລົງວັນທີ 26 ສິງຫາ 2026 ວ່າດ້ວຍການຍົກຍ້າຍ ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄປປະຈຳການຢູ່ ພະແນກການຕ່າງປະເທດ ນະຄອນຫຼວງວຽງຈັນ; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ: ສະບັບເລກທີ 782/ຄປນວ, ລົງວັນທີ 26 ສິງຫາ 2026 ວ່າດ້ວຍການແຕ່ງຕັ້ງ ທ່ານ ປອ ນາງ ບົວວອນ ສຸກລາແສງ ເປັນຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງເລຂາຄະນະພັກຮາກຖານ: ສະບັບເລກທີ 310/ຄປຈ.ນວ, ລົງວັນທີ 27 ສິງຫາ 2026 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ປອ ນາງ ບົວວອນ ສຸກລາແສງ ເປັນເລຂາຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ.
ໃນພິທີ, ທ່ານຫົວໜ້າພະແນກຫົວໜ້າພະແນກສຶກສາທິການ ແລະ ກິລາຜູ້ເກົ່າ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ຈາກນັ້ນ, ໄດ້ດຳເນີນພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ນາງ ລີປ່າເອ້ຍ ລີບົວປາວ (ຜູ້ເກົ່າ) ແລະ ທ່ານ ປອ ນາງ ບົວວອນ ສຸກລາແສງ (ຜູ້ໃໝ່).
ໃນໂອກາດນີ້, ທ່ານ ທະວີໄຊ ເໝົາຊົມພູ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ຕໍ່ ທ່ານ ນາງ ລີປ່າເອ້ຍ ລີບົວປາວ (ຫົວໜ້າພະແນກຜູ້ເກົ່າ) ທີ່ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮັບຜິດຊອບສູງ ໃນການນຳພາ-ຄຸ້ມຄອງ ຂະແໜງການສຶກສາ ແລະ ກິລາ ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ ສາມາດຍາດໄດ້ຜົນງານ ແລະ ຜົນສໍາເລັດຢ່າງຫຼວງຫຼາຍ, ເຊິ່ງໄດ້ສ້າງຮາກຖານອັນໜັກແໜ້ນໃຫ້ກັບການພັດທະນາຊັບພະຍາກອນມະນຸດ ຢູ່ນະຄອນຫຼວງວຽງຈັນ. ພ້ອມກັນນີ້, ທ່ານໄດ້ສະແດງຄວາມຍິນດີຢ່າງອົບອຸ່ນຕໍ່ ທ່ານ ປອ ນາງ ບົວວອນ ສຸກລາແສງ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກຄະນະປະຈຳພັກ, ອົງການປົກຄອງ ນະຄອນຫຼວງວຽງຈັນ ແລະ ກະຊວງສຶກສາທິການ ແລະ ກິລາ ໃຫ້ມາຍ່ອງຮັບຕຳແໜ່ງເປັນ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຜູ້ໃໝ່ ພ້ອມທັງໃຫ້ທິດຊີ້ນໍາໃຫ້ກັບຄະນະພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ຜູ້ໃໝ່, ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 13 ຄາດໝາຍຂອງສະພາປະຊາຊົນ ສຸມໃສ່ແກ້ໄຂບັນຫາຂໍ້ຄົງຄ້າງຈາກສົກຮຽນຜ່ານມາ, ໂດຍສະເພາະການຫຼຸດອັດຕາການປະລະການຮຽນຂອງນັກຮຽນ, ການສົ່ງເສີມການຮຽນ-ການສອນແບບທັນສະໄໝ (ICT, STEM) ແລະ ການກະກຽມຄວາມພ້ອມຮອງຮັບລະບົບການສຶກສາໃໝ່ (6+3+3), ແກ້ໄຂບັນຫາຄູຂາດແຄນ ແລະ ຍົກສູງຄຸນນະພາບການສິດສອນ ແລະ ວຽກງານອື່ນໆທີ່ປິ່ນອ້ອມ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ