ມສ ຕົ້ນແຫນ ເມືອງໄຊບູລີ ໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຢ່າງເປັນທາງການ
04/09/2026

ໃນຕອນເຊົ້າຂອງວັນທີ 2 ກັນຍາ 2026 ນີ້, ຢູ່ທີ່ສະໂມສອນໂຮງຮຽນມັດທະຍົມສົມບູນ ຕົ້ນແຫນ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວັນໄຊ ສີປັດໃຈ ກຳມະການປະຈຳພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊບູລີ, ມີ ທ່ານ ນາງ ມະລາຍວັນ ວຽງມະນີ ກຳມະການພັກເມືອງ, ເລຂາພັກຮາກຖານກຸ່ມບ້ານເວີນ, ທ່ານ ອາຈານ ທອງ ສິດທິຈັກ ຜູ້ອຳນວຍການໂຮງຮຽນ ມສ ຕົ້ນແຫນ ແລະ ທ່ານ ກິແກ້ວ ອົນວິລາ ຕາງໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ພ້ອມດ້ວຍຜູ້ບໍລິຫານການສຶກສາ 14 ບ້ານ ທີ່ຂຶ້ນກັບຮາກຖານກຸ່ມບ້ານເວີນ, ຄະນະຄູ-ອາຈານ, ແຂກຖືກເຊີນ ແລະ ນ້ອງນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ອາຈານ ທອງ ສິດທິຈັກ ຜູ້ອຳນວຍການໂຮງຮຽນ ມສ ຕົ້ນແຫນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສຶກສາທິການ ແລະ ກິລາ ປະຈຳສົກຮຽນ 2025-2026 ທີ່ຜ່ານມາ. ໂຮງຮຽນ ມສ ຕົ້ນແຫນ ເປັນໂຮງຮຽນໜຶ່ງທີ່ຂຶ້ນກັບຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊບູລີ ແຂວງສະຫວັນນະເຂດ, ຕັ້ງຢູ່ຫ່າງຈາກເທດສະບານເມືອງໄຊບູລີ ປະມານ 10 ກິໂລແມັດ. ມີເຂດບໍລິການທັງໝົດ 6 ບ້ານ ຄື: ບ້ານຕົ້ນແຫນ, ບ້ານເວີນ, ບ້ານບຶງເຊ, ບ້ານຫາດຊາຍສູງ, ບ້ານໂພນທັນ ແລະ ບ້ານກ້າງປາ. ປັດຈຸບັນ ມີອາຄານຮຽນ 5 ຫຼັງ, ມີ 16 ຫ້ອງສອນ, ມີຄູ-ອາຈານສິດສອນ ທັງໝົດ 29 ຄົນ (ຍິງ 22 ຄົນ, ໃນນີ້ ມີຄູອາສາສະໝັກ 2 ຄົນ, ຍິງ 2 ຄົນ) ແລະ ມີນັກຮຽນທັງໝົດ 373 ຄົນ (ຍິງ 232 ຄົນ). ເມື່ອທຽບໃສ່ສົກຮຽນຜ່ານມາ ເຫັນວ່າຈຳນວນນັກຮຽນຫຼຸດລົງ 9.26%.
ສຳລັບຜົນງານໃນສົກຮຽນ 2025-2026 ທີ່ຜ່ານມາ, ມີນັກຮຽນທີ່ຜ່ານການຂັດເລືອກ ແລະ ເປັນຕາງໜ້າໄປສອບເສັງນັກຮຽນເກັ່ງຂັ້ນແຂວງ ຈຳນວນ 2 ຄົນ (ຍິງ 2 ຄົນ). ຜົນການສອບເສັງເລື່ອນຊັ້ນປະຕິບັດໄດ້ 97.6% ແລະ ຜົນການສອບເສັງຈົບຊັ້ນ ມ.4 ແລະ ມ.7 ສາມາດປະຕິບັດໄດ້ 100%.
ໂອກາດອັນມີຄວາມໝາຍນີ້, ທ່ານ ວັນໄຊ ສີປັດໃຈ ປະທານຄະນະກຳມະການປົກຄອງເມືອງ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳວ່າ: ວຽກງານການສຶກສາ ແມ່ນຮາກຖານທີ່ກຳນົດອະນາຄົດ ແລະ ມີຄວາມສຳຄັນທີ່ສຸດ ໂດຍພັກ ແລະ ລັດຖະບານ ໄດ້ຖືເອົາວຽກງານການສຶກສາ ກ້າວໄປກ່ອນບາດກ້າວໜຶ່ງ ຍ້ອນການສຶກສາເປັນອາວຸດອັນແຫຼມຄົມໃນການພັດທະນາປະເທດຊາດ. ເພື່ອເຮັດໃຫ້ສົກຮຽນໃໝ່ 2026-2027 ນີ້ ມີບາດກ້າວຂະຫຍາຍຕົວ ແລະ ມີຄຸນນະພາບສູງຂຶ້ນກວ່າເກົ່າ, ທ່ານໄດ້ຮຽກຮ້ອງໃຫ້ຄະນະຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ເອົາໃຈໃສ່ພັດທະນາການຮຽນ-ການສອນໃຫ້ທັນສະໄໝ, ຖືເອົານັກຮຽນເປັນຈຸດໃຈກາງ, ເອົາໃຈໃສ່ຄົ້ນຄວ້າປັບປຸງເຕັກນິກການສອນຢ່າງຕໍ່ເນື່ອງຕາມທິດຊີ້ນຳຂອງຂັ້ນເທິງ, ຍົກລະດັບຄວາມຮູ້ວິຊາສະເພາະຂອງຄູໃຫ້ສູງຂຶ້ນ, ພ້ອມທັງສົ່ງເສີມກິດຈະກຳຕ່າງໆ ເປັນຕົ້ນ ການແຂ່ງຂັນຖາມ-ຕອບຄຳຖາມວິທະຍາສາດ, ກິລາ, ສິລະປະວັນນະຄະດີ ແລະ ກິດຈະກຳອື່ນໆ ໃຫ້ສອດຄ່ອງຕາມ 5 ຫຼັກມູນຂອງການສຶກສາ.
ພ້ອມດຽວກັນນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ ນ້ອງນັກຮຽນທຸກຄົນ ເອົາໃຈໃສ່ຮໍ່າຮຽນຕັກຕັກເອົາຄວາມຮູ້ຄວາມສາມາດ, ມີລະບຽບວິໄນ, ຫຼີກເວັ້ນ ແລະ ຫ່າງໄກຈາກສິ່ງເສບຕິດ, ຮັກສາຄວາມສາມັກຄີ, ເຄົາລົບນັບຖືຄູ-ອາຈານ ແລະ ພໍ່ແມ່. ທັງຮຽກຮ້ອງໃຫ້ອົງການປົກຄອງບ້ານ ແລະ ຜູ້ປົກຄອງນັກຮຽນ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບໂຮງຮຽນຢ່າງໃກ້ຊິດ ເພື່ອພັດທະນາວຽກງານການສຶກສາໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ຢ່າງມີປະສິດທິພາບ.













