ສສກ ຫາລືຮີບດ່ວນ ຊ່ວຍເຫຼືອສະຖານສຶກສາທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ສອງແຂວງພາກເໜືອ
04/09/2026

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ເປີດກອງປະຊຸມປຶກສາຫາລືຮີບດ່ວນ ຊ່ວຍເຫຼືອສະຖານສຶກສາທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ສອງແຂວງພາກເໜືອ ກໍຄື ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ໃນພາວະສຸກເສີນຂຶ້ນເມື່ອວັນທີ 2 ກັນຍາ 2026 ໃນຮູບແບບເຊິ່ງໜ້າ ແລະ ທາງອອນລາຍ ໃນຫົວຂໍ້ປຶກສາຫາລືເພື່ອຮັບມືກັບໄພພິບັດນໍ້າຖ້ວມ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຢູ່ດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຫົວໜ້າຫ້ອງການ ສສກ, ພ້ອມດ້ວຍຜູ້ຕາງໜ້າຈາກກົມຕ່າງໆພາຍໃນກະຊວງ, ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕະຫຼອດຮອດອົງການຈັດຕັ້ງສາກົນ (ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ແລະ ອົງການອຸຍນີເຊັບ).
ຈາກສະພາບຝົນຕົກຢ່າງໜັກຕິດຕໍ່ກັນຫຼາຍຊົ່ວໂມງ ໃນໄລຍະວັນທີ 29-30 ສິງຫາ 2026 ຜ່ານມາ ເຊິ່ງມີສາເຫດມາຈາກການປ່ຽນແປງສະພາບອາກາດ ໄດ້ສົ່ງຜົນເຮັດໃຫ້ເກີດນໍ້າຖ້ວມໄຫຼຊຸ, ນໍ້າລົ້ນຕາຝັ່ງ ແລະ ດິນເຈື່ອນ ຢ່າງຮ້າຍແຮງ ໂດຍສະເພາະຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ເຮັດໃຫ້ໂຮງຮຽນ ແລະ ສະຖານສຶກສາຈຳນວນຫຼາຍໄດ້ຮັບຜົນກະທົບຢ່າງໜັກໜ່ວງ.
ສຳລັບຜົນກະທົບຢູ່ທີ່ແຂວງຫຼວງນໍ້າທາ ມີໂຮງຮຽນໄດ້ຮັບຜົນກະທົບລວມທັງໝົດ 32 ແຫ່ງ (ປະຖົມ 20 ແຫ່ງ, ມັດທະຍົມຕອນຕົ້ນ ແລະ ຕອນປາຍ 8 ແຫ່ງ, ອະນຸບານ 3 ແຫ່ງ ແລະ ສາງເຄື່ອງຫ້ອງການສຶກສາເມືອງ 1 ຫຼັງ) ໂດຍມີອາຄານຮຽນຖືກນໍ້າພັດໄຫຼເສຍຫາຍ 3 ຫຼັງ ລວມມູນຄ່າຄາດຄະເນຜົນເສຍຫາຍໃນເບື້ອງຕົ້ນ ທີ່ແຂວງຫຼວງນໍ້າທາ 119,828,000,000ກີບ
ສ່ວນທີ່ແຂວງອຸດົມໄຊ ມີສະຖານສຶກສາໄດ້ຮັບຜົນກະທົບຈຳນວນ 27 ແຫ່ງ ຢູ່ 5 ເມືອງ (ເມືອງໄຊ, ເມືອງນາໝໍ້, ເມືອງຫຼາ, ເມືອງງາ ແລະ ເມືອງປາກແບງ) ມູນຄ່າຄວາມເສຍຫາຍເບື້ອງຕົ້ນປະມານ 2,898,280,000 ກີບ.
ຄວາມເສຍຫາຍສ່ວນໃຫຍ່ ແມ່ນອາຄານຮຽນ, ຫ້ອງການ, ຫໍພັກ, ຫ້ອງນໍ້າ, ເຟີນີເຈີ, ປຶ້ມຕໍາລາຮຽນ, ສື່ການຮຽນ-ການສອນ ແລະ ອຸປະກອນຮັບໃຊ້ຕ່າງໆຖືກນໍ້າຖ້ວມ ເປິເປື້ອນເສຍຫາຍ. ນອກຈາກນີ້, ຍັງພົບຄວາມຫຍຸ້ງຍາກໃນການລົງເກັບກຳຂໍ້ມູນ ເນື່ອງຈາກເສັ້ນທາງຄົມນາຄົມຖືກຕັດຂາດ ແລະ ສັນຍານໂທລະສັບ ຫຼຸດການເຊື່ອມຕໍ່ໃນບາງຈຸດ.
ໃນກອງປະຊຸມ, ຫົວໜ້າຫ້ອງການ ສສກ ໄດ້ເນັ້ນໜັກເຖິງຄວາມຮີບດ່ວນໃນການຊ່ວຍເຫຼືອ ເນື່ອງຈາກສົກຮຽນໃໝ່ໄດ້ເລີ່ມຕົ້ນຂຶ້ນແລ້ວ ແຕ່ໂຮງຮຽນຈຳນວນໜຶ່ງຍังບໍ່ສາມາດເປີດການຮຽນ-ການສອນໄດ້ປົກກະຕິ. ທາງກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ວາງມາດຕະການແກ້ໄຂໃນຕໍ່ໜ້າ ໂດຍຈະສຸມໃສ່ການຟື້ນຟູສະຖານທີ່: ສຸມໃສ່ລະດົມກຳລັງພະນັກງານ, ຄູ-ອາຈານ, ນັກຮຽນ ແລະ ທຸກພາກສ່ວນ ຮ່ວມມືກັນຕະລຸມບອນອະນາໄມ, ປັບປຸງ ແລະ ສ້ອມແປງໂຮງຮຽນທີ່ຖືກຜົນກະທົບ ໃຫ້ສາມາດກັບຄືນສູ່ສະພາບປົກກະຕິພາຍໃນເດືອນກັນຍາ 2026 ນີ້.
ການແກ້ໄຂສະຖານທີ່ຊົ່ວຄາວ ສໍາລັບໂຮງຮຽນທີ່ຖືກນໍ້າພັດໄຫຼພັງເສຍຫາຍ ຈະມີການກະກຽມເອົາເຕັ້ນມາກາງ ເພື່ອຮອງຮັບການເຂົ້າຮຽນຂອງນັກຮຽນໃຫ້ທັນເວລາ; ການຈັດສັນອຸປະກອນການຮຽນ: ກວດກາ ແລະ ນຳເອົາປຶ້ມແບບຮຽນ ຫຼັກສູດ ພ້ອມທັງຸປະກອນການຮຽນ-ການສອນທີ່ມີສຳຮອງໄວ້ໃນສາງ ມາແຈກຍາຍແກ້ໄຂຂັດຂ້ອງໃນເບື້ອງຕົ້ນ; ການລະດົມແຫຼ່ງທຶນ: ເນື່ອງຈາກງົບປະມານຊ່ວຍເຫຼືອລັດຖະບານຕ້ອງໃຊ້ເວລາ, ກອງປະຊຸມຈຶ່ງໄດ້ຮ່ວມກັນປຶກສາຫາລືກັບອົງການຈັດຕັ້ງສາກົນ ແລະ ພາກສ່ວນຕ່າງໆ ເພື່ອຊອກຫາແຫຼ່ງທຶນ ແລະ ງົບປະມານຊ່ວຍເຫຼືອຮີບດ່ວນ ເຊັ່ນ: ງົບອະນາໄມ, ນໍ້າດື່ມ, ຸອຸປະກອນການຮຽນ ແລະ ວັດສະດຸໍ່ສ້າງ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ














