Skip to main content

ວ່າການຫົວໜ້າພະແນກ ສກຂ ສະຫວັນນະເຂດ ລົງຊຸກຍູ້ບັ້ນໄຂສົກຮຽນໃໝ່ ຢູ່ ມສ ສະຫວັນ, ມສ ໂພນສະຫວັນ ແລະ ມສ ອຸດົມວິໄລ

04/09/2026
ໃນຕອນເຊົ້າຂອງວັນທີ 1 ກັນຍາ 2026 ເຊິ່ງເປັນມື້ໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວຢ້ຽມຢາມຖາມຂ່າວ ແລະ ຊຸກຍູ້ການເປີດສົກຮຽນໃໝ່ ຢູ່ບັນດາໂຮງຮຽນທີ່ຂຶ້ນກັບການຄຸ້ມຄອງຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເຊິ່ງປະກອບມີ: ໂຮງຮຽນມັດທະຍົມສົມບູນສະຫວັນ, ໂຮງຮຽນມັດທະຍົມສົມບູນໂພນສະຫວັນ ແລະ ໂຮງຮຽນມັດທະຍົມສົມບູນອຸດົມວິໄລ.
ການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ໃຫ້ກຳລັງໃຈມາຍັງຄະນະຜູ້ບໍລິຫານໂຮງຮຽນ ຄູ-ອາຈານ ຕະຫຼອດຮອດລູກຫຼານນັກຮຽນ ໃນມື້ເລີ່ມຕົ້ນຂອງການສຶກສາຮ່ຳຮຽນໃນສົກໃໝ່ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະອຳນວຍການ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນຂອງແຕ່ລະໂຮງຮຽນ.
ໂອກາດທີ່ລົງຢ້ຽມຢາມແຕ່ລະຈຸດ ທ່ານ ອະນຸສອນ ສຸດທິວົງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳທີ່ສຳຄັນ ໂດຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານການສຶກສາວ່າ ເປັນວຽກງານທີ່ເປັນໃຈກາງ ແລະ ເປັນກຸນແຈສຳຄັນທີ່ສຸດໃນການພັດທະນາຊັບພະຍາກອນມະນຸດ ເພື່ອນຳໄປສູ່ການພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ. ປະເທດຊາດຈະເຂັ້ມແຂງໄດ້ ແມ່ນຂຶ້ນກັບການສຶກສາທີ່ມີຄຸນນະພາບ ແລະ ການສ້າງຄົນໃຫ້ມີທັງຄວາມຮູ້ຄວາມສາມາດຄຽງຄູ່ກັບການມີຄຸນສົມບັດສິນທຳ. ພ້ອມກັນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະຜູ້ບໍລິຫານ ແລະ ຄູ-ອາຈານ ຈົ່ງສືບຕໍ່ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃນການຖ່າຍທອດຄວາມຮູ້ ພັດທະນາການຮຽນ-ການສອນໃຫ້ມີຄຸນນະພາບ ສຶກສາອົບຮົມແນວຄິດນັກຮຽນ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ລູກຫຼານ.
ສຳລັບລູກຫຼານນັກຮຽນ ທ່ານ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຮຽກຮ້ອງໃຫ້ທຸກຄົນຈົ່ງຕັ້ງໃຈສຶກສາຮ່ຳຮຽນ ຄົ້ນຄວ້າຫາຄວາມຮູ້ໃໝ່ໆ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນັກຮຽນດີ ນັກຮຽນເກັ່ງ ເຄົາລົບລະບຽບວິໄນຂອງໂຮງຮຽນຢ່າງເຂັ້ມງວດ ຟັງຄຳສັ່ງສອນຂອງພໍ່ແມ່ ແລະ ຄູ-ອາຈານ. ພ້ອມທັງຮຽກຮ້ອງໃຫ້ຫຼີກເວັ້ນໃຫ້ໄກຈາກປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍສະເພາະແມ່ນຢາເສບຕິດ ແລະ ການໃຊ້ເວລາຫວ່າງໄປໃນທາງທີ່ບໍ່ເກີດປະໂຫຍດ ເພື່ອກະກຽມຄວາມພ້ອມໃຫ້ແກ່ຕົນເອງໃນການກາຍເປັນກຳລັງແຮງທີ່ສຳຄັນໃນການສ້າງສາພັດທະນາບ້ານເກີດເມືອງນອນ ແລະ ປະເທດຊາດໃນອະນາຄົດ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ