Skip to main content

ໂຮງຮຽນພາກເອກະຊົນ ມອບອຸປະກອນ ຊ່ວຍເຫຼືອບັນດາໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ

04/09/2026
ໂຮງຮຽນປະຖົມ ແລະ ມັດທະຍົມສຶກສາ ວິຣະຖາວອນ ແລະ ໂຮງຮຽນອະນຸບານ ນານາຊາດ ແລັບຫຼັງບ້ານ ຮ່ວມກັນມອບອຸປະກອນການສຶກສາ ແລະ ອຸປະກອນກິລາ ເພື່ອຊ່ວຍເຫຼືອບັນດາໂຮງຮຽນ ໃນໄລຍະໄຂສົກຮຽນໃໝ່ ແລະ ບັນດາສະຖານການສຶກສາກ່ອນໄວຮຽນ ໃນຂອບເຂດທົ່ວປະເທດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ນໍ້າຖ້ວມ ໃນປັດຈຸບັນ.
ເມື່ອບໍ່ດົນມານີ້ ທີ່ໜ້າຫ້ອງການກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ມີສອງໂຮງຮຽນ ກໍຄື ທ່ານ ນາງ ນີລາວັນ ວີຣະຖາວອນ ຜູ້ອຳນວຍການໂຮງຮຽນ ວິຣະຖາວອນ ແລະ ທ່ານ ນາງ ສຸກດາລອນ ພົມມະເທບ ຜູ້ປະກອບການ ໂຮງຮຽນອະນຸບານ ນານາຊາດ ແລັບຫຼັງບ້ານ ໄດ້ນຳເອົາອຸປະກອນການສຶກສາ ຈຳນວນຫຼາຍລາຍການ ມາມອບຊ່ວຍເຫຼືອບັນດາໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ນໍ້າຖ້ວມ ໃນປັດຈຸບັນ ຕາງໜ້າຮັບໂດຍທ່ານ ນາງ ຈອມແພງ ວົງສາ ຫົວໜ້າກົມການສຶກສາກ່ອນໄວຮຽນ ມີທ່ານ ກິຄຳ ພິມບຸນຍໍ ແລະ ທ່ານ ນາງ ວຽງສະຫວັນ ວິລະສິດ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ພອມດ້ວຍຄະນະອຳນວຍການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ສຳລັບເຄື່ອງທີ່ ໂຮງຮຽນປະຖົມ ແລະ ມັດທະຍົມສຶກສາ ວິຣະຖາວອນ ມອບມີປື້ມຂຽນ, ບິກ, ສໍດໍາ ແລະ ສໍສີ ລວມມູນຄ່າ 3,820,000 ສ່ວນໂຮງຮຽນ ແລັບຫຼັງບ້ານ ກໍໄດ້ມອບປື້ມຂຽນ, ບິກ, ສໍດໍາ, ສໍສີ, ບານເຕະ, ບານຕີ ແລະ ກະຕໍ້ ລວມມູນຄ່າແມ່ນ 3.000.000 ກີບ.
ຂ່າວໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ