Skip to main content
18/12/2023 | ສຶກສາ

ສສກ-ອົດສະຕຣາລີ ສະຫຼອງຜົນສຳເລັດການປັບປຸງຫຼັກສູດຊັ້ນປະຖົມສຶກສາ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານອົດສະຕຣາລີ ໄດ້ຈັດພິທີສະເຫຼີມສະຫຼອງຜົນສຳເລັດການປັບປຸງຫຼັກສູດຊັ້ນປະຖົມສຶກສາ ເມື່ອວັນ​ທີ 14 ເດືອນ ທັນວາ 2023 ທີ່ໂຮງແຮມແລນມາກ ໂດຍການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ມີທ່ານ ນາງ ມິແຊວ ເອົ້າລໍ ອຸປະທູດຈາກສະຖານທູດສະຫະລັດອາເມຣິກາ ປະຈໍາ ສປປ ລາວ, ທ່ານ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ທ່ານ ໂຕຊິໂອ ນາກາເຊ ຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ພ້ອມດ້ວຍຜູ້ຕາງໜ້າ​ຈາກ​ກະຊວງ​ສຶກສາ​ທິການ ​ແລະ ກິລາ, ພະແນກສຶກສາທິການ ແລະ ກິລາຈາກ 18 […]
18/12/2023 | ສຶກສາ

ສວສ ສໍາມະນາວິທະຍາສາດການສຶກສາ ປີ 2023

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດການສຶກສາ ປະຈໍາປີ 2023 ເມື່ອວັນທີ 18 ທັນວາ 2023 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳຈັນ ລັດທະຍອດ ຮອງຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີທ່ານ ມາຍເຄີນ ດາເບີນ ນັກເສດຖະສາດ ຕາງໜ້າຈາກທະນາຄານໂລກ, ທ່ານ ວິລະສັກ ວິຣະພັນ ຫົວໜ້າແຜນງານສຶກສາ ອົງການແພລນ ສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ຜູ້ອໍານວຍການ-ຮອງອໍານວຍການການສະຖາບັນ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ແຂກຖືກເຊີນ  ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຄຳຈັນ ລັດທະຍອດ ໄດ້ກ່າວວ່າ: ປີນີ້ເປັນອີກປີໜຶ່ງທີ່ໜ່ວຍງານວິຊາການຂະແໜງການຍ່ອຍ 6: ການຄົ້ນຄວ້າ ແລະ ປະເມີນຜົນການສຶກສາພວກເຮົາ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດການສຶກສາຂຶ້ນອີກຄັ້ງ ຊຶ່ງແມ່ນໜຶ່ງໃນພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຂະແໜງການຍ່ອຍ 6 […]
18/12/2023 | ສຶກສາ

ຊາວໜຸ່ມ ວຄ.ດຄຊ ໄດ້ຮັບທຸງໄຊນໍາໜ້ານາມມະຍົດ 4 ບຸກ ພ້ອມທາບທາມຄະນະຊຸດໃໝ່

ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ຫຼື ຄຊປປລ ຮາກຖານ ວິທະຍາໄລ ຄູດົງຄຳຊ້າງ (ວຄ.ດຄຊ) ໄດ້ຮັບທຸງໄຊນໍາໜ້ານາມມະຍົດ 4 ບຸກຂອງ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ພ້ອມທັງທາບທາມຄະນະບໍລິຫານງານ ຊຸດໃໝ່ ແລະ ມອບໃບຍ້ອງຍໍສັນລະເສີນໃຫ້ແກ່ສະມາຊິກຊາວໜຸ່ມພະນັກງານຜູ້ທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາຢ່າງສົມກຽດ. ພິທີມອບ-ຮັບ ທຸງໄຊນຳໜ້ານາມມະຍົດ 4 ບຸກຂອງ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ພ້ອມທັງທາບທາມຄະນະບໍລິຫານງານ ຊຸດໃໝ່ ແລະ ມອບໃບຍ້ອງຍໍສັນລະເສີນໃຫ້ແກ່ສະມາຊິກຊາວໜຸ່ມຂອງວິທະຍາໄລຄູດົງຄຳຊ້າງ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ ໂດຍໃຫ້ກຽດປະດັບທຸງໄຊຂອງສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະພັກກະຊວງສຶກສາທິການ ແລະ ກິລາ, ເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ທັງເປັນເລຂາຊາວໜຸ່ມ ຄຊປປລ ກະຊວງສຶກສາທິການ ແລະ ກິລາ, ຕາງໜ້າຮັບທຸງໄຊມີ ສະຫາຍ ນາງ ວິລາ […]
13/12/2023 | ສຶກສາ

ຊາວໜຸ່ມ ສຄຂ ຕີລາຄາວຽກງານຜ່ານມາ ພ້ອມເລືຶອກຄະນະຊຸດໃໝ່

ໜ່ວຍຊາວໜຸ່ມ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ) ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ເມື່ອວັນທີ 6 ທັນວາ 2023 ທີ່ຫ້ອງປະຊຸມ ສວສ (ຕຶກໃໝ່) ໂດຍການເປັນປະທານຂອງສະຫາຍ ນາງ ສົມປະໄພ ໂນນອິນທະໜອມ ຮອງເລຂາຊາວໜຸ່ມຮາກຖານສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີສະຫາຍ ສຸກສາຄອນ ສີປະເສີດ ເລຂາໜ່ວຍພັກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ພ້ອມດ້ວຍເລຂາໜ່ວຍຊາວໜຸ່ມ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານການເມືອງຂອງໜ່ວຍຊາວໜຸ່ມສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ໂດຍໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງຊາວໜຸ່ມຮາກຖານ  ເປັນຕົ້ນແມ່ນວຽກງານການສຶກສາອົບຮົມການເມືອງແນວຄິດ, ວຽກງານດ້ານວິຊາສະເພາະ, ວຽກງານປັບປຸງກໍ່ສ້າງການຈັດຕັ້ງຊາວໜຸ່ມ, ວຽກງານນໍາພາຊາວໜຸ່ມເຂົ້າສູ່ຂະບວນການດ້ານຕ່າງໆ, ວຽກງານປົກປ້ອງສິດຜົນປະໂຫຍດຂອງຊາວໜຸ່ມ, ວຽກງານສົ່ງເສີມວິຊາຊີບຊາວໜຸ່ມ, ວຽກງານກໍ່ສ້າງຮາກຖານການເມືອງໃນວຽກງານຊາວໜຸ່ມ, ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ແລະ […]
08/12/2023 | ສຶກສາ

ອະດີດນາຍົກ ພົບປະ ຊີ້ນຳຄະນະຮັບຜິດຊອບວຽກງານການຄົ້ນຄວ້າພາສາລາວ

ທ່ານ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອລົມຄະນະຮັບຜິດຊອບວຽກງານການຄົ້ນຄວ້າພາສາລາວ ເພື່ອເປັນທິດເຍືອງທາງໃນການຈັດຕັ້ງປະຕິບັດວຽກງານໃຫ້ເກີດດອກອອກຜົນ, ຖືກຕ້ອງ, ໄດ້ຮັບໝາກຜົນ ແລະ ເປັນໄປຕາມແນວທາງຂອງພັກ-ລັດ. ພິທີພົບປະ ແລະ ຮັບຟັງການໂອ້ລົມຂອງທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຂຶ້ນ ເມື່ອວັນທີ 7 ທັນວາ 2023 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍມີທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະກຳມະການຄົ້ນຄວ້າພາສາລາວ, ຄະນະທີ່ປຶກສາ, ອະນຸກຳມະການ, ຄະນະຮຽບຮຽງເອກະສານຫຼັກການພື້ນຖານການນໍາໃຊ້ພາສາລາວ, ຄະນະຮຽບຮຽງປຶ້ມວັດຈະນານຸກົມພາສາລາວ, ຄະນະຮຽບຮຽງປຶ້ມປະຫວັດວັນນະຄະດີ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ຜ່ານບົດລາຍງານຫຍໍ້ຄວາມຄືບໜ້າຂອງການປະຕິບັດວຽກງານຄົ້ນຄວ້າຮຽບຮຽງເອກະສານຂອງຄະນະກໍາມະການຄົ້ນຄວ້າພາສາລາວ ປີ 2023 ວ່າ: […]
06/12/2023 | ສຶກສາ

ຊາວໜຸ່ມສູນພັດທະນາຫຼັກສູດ ສວສ ຕີລາຄາວຽກງານ ພ້ອມເລືອກຄະນະຊຸດໃໝ່

ໜ່ວຍຊາວໜຸ່ມສູນພັດທະນາຫຼັກສູດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ເມື່ອວັນທີ 5 ທັນວາ 2023 ທີ່ຫ້ອງປະຊຸມ ສວສ ຕຶກໃໝ່ ໂດຍການເປັນປະທານຂອງສະຫາຍ ດອນບັນດິດ ບຽນທະນົງ ເລຂາຊາວໜຸ່ມຮາກຖານສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີສະຫາຍ ນາງ ເພັດສະໝອນ ສີບຸນເຮືອງ ຮອງເລຂາໜ່ວຍພັກສູນພັດທະນາຫຼັກສູດ, ພ້ອມດ້ວຍເລຂາໜ່ວຍຊາວໜຸ່ມ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້, ໄດ້ຮັບຟັງການຜ່ານບົດລາຍງານການເມືອງຂອງໜ່ວຍຊາວໜຸ່ມສູນພັດທະນາຫຼັກສູດ ໂດຍໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 3 ຂອງຊາວໜຸ່ມຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປັນຕົ້ນແມ່ນວຽກງານການສຶກສາອົບຮົມການເມືອງແນວຄິດ, ວຽກງານດ້ານວິຊາສະເພາະວຽກງານປັບປຸງກໍ່ສ້າງການຈັດຕັ້ງຊາວໜຸ່ມ, ວຽກງານນໍາພາຊາວໜຸ່ມເຂົ້າສູ່ຂະບວນການດ້ານຕ່າງໆ;, ວຽກງານປົກປ້ອງສິດຜົນປະໂຫຍດຂອງຊາວໜຸ່ມ, ວຽກງານສົ່ງເສີມວິຊາຊີບຊາວໜຸ່ມ, ວຽກງານກໍ່ສ້າງຮາກຖານການເມືອງໃນວຽກງານຊາວໜຸ່ມ, ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ແລະ ວຽກກວດກາຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ. ພ້ອມກັນນີ້, ຍັງໄດ້ຮັບຟັງກ່ຽວກັບທິດທາງແຜນການຂອງໜ່ວຍຊາວໜຸ່ມສູນພັດທະນາຫຼັກສູດໄລຍະແຕ່ປີ 2024-2028, ຮັບຟັງບົດສໍາຫຼວດນໍາພາລວມຂອງສູນພັດທະນາຫຼັກສູດ. ນອກຈາກນີ້, ໃນກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມສູນພັດທະນາຫຼັກສູດຊຸດໃໝ່ […]
05/12/2023 | ສຶກສາ

ສສກ-ລັດຖະບານອົດສະຕຣາລີ ລະນຶກວັນຄົນພິການສາກົນ ປີ 2023

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານອົດສະຕຣາລີ ໄດ້ຈັດກອງປະຊຸມສໍາມະນາລະນຶກວັນຄົນພິການສາກົນ ປີ 2023 ພາຍໃຕ້ຫົວຂໍ້: ເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຄົນພິການ, ການປົກປ້ອງ ແລະ ການປະຕິບັດທີ່ດີທີ່ສຸດສຳລັບການຮັກສາຄວາມປອດໄພສຳລັບເດັກໃຫ້ແກ່ພະນັກງານຂັ້ນກະຊວງ ສສກ ເມື່ອວັນທີ 5 ທັນວາ 2023 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພໍ ແຄລີ ລີ (Paul Kelly) ເອກອັກຄະລັດຖະທູດປະເທດອົດສະຕຣາລີ ປະຈໍາ ສປປ ລາວ, ພ້ອມດ້ວຍຮອງຫົວໜ້າກົມ, ຫົວໜ້າແຜນງານບີຄວາ, ຊຽວຊານ, ຄະນະຮັບຜິດຊອບວຽກງານກ່ຽວຂ້ອງ ແລະ  ພະນັກງານວິຊາການຢ່າງພ້ອມພຽງ. ການຈັດສຳມະນາໃນຄັ້ງນີ້, ເພື່ອສ້າງຄວາມເຂົ້າໃຈໃຫ້ກັບສັງຄົມ ແລະ ສົ່ງເສີມການຮັບຮູ້ ແລະ ຍອມຮັບຄົນພິການ, ທັງຮັບປະກັນໃຫ້ພະນັກງານທີ່ກ່ຽວຂ້ອງຈາກຂັ້ນກະຊວງມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສິ່ງທ້າທາຍຂອງເດັກພິການໃນລະບົບການສຶກສາ ແລະ […]
01/12/2023 | ສຶກສາ

ກຕສ ມອບອຸປະກອນ-ລະບົບຫ້ອງຮຽນອອນລາຍ ໃຫ້ ມສ ໂພນທອງ ເມືອງນາຊາຍທອງ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດງານພິທີພິທີມອບ-ຮັບອຸປະກອນການຮຽນອອນລາຍທາງໄກ ແລະ ລະບົບ G-Room Digital Learning Classroom ໃຫ້ແກ່ໂຮງຮຽນມັດທະຍົມສົມບູນ ຫຼື ມສ ໂພນທອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ພາຍໃຕ້ໂຄງການຕົວແບບ (Pilot Project) ໃນວັນທີ 30 ພະຈິກ 2023 ທີ່ໂຮງຮຽນດັ່ງກ່າວ ກ່າວມອບໂດຍ ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກ່າວຮັບແມ່ນ ທ່ານ ພູວັນ ແກ້ວວົງເງິນ ຮັກສາການຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນໂພນທອງ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ […]