Skip to main content

ເມືອງເຟືອງ-ໝື່ນ ຄື 2 ໃນ 11 ເມືອງທົ່ວແຂວງວຽງຈັນ ເອົາໃຈໃສ່ຈັດການສອນບໍາລຸງຄືນ ວິຊາພາສາລາວ ແລະ ຄະນິດສາດ ຊັ້ນປະຖົມ ໄລຍະພັກສິ້ນປີຮຽນ 2025-2026

13/08/2026
ຫ້ອງການສຶກສາທິການ ແລະ ກິລາ ເມືອງເຟືອງ ແລະ ເມືອງໝື່ນ ຄື 2 ໃນ 11 ເມືອງທົ່ວແຂວງວຽງຈັນ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຈັດການຮຽນການສອນບໍາລຸງຄືນ ວິຊາພາສາລາວ ແລະ ວິຊາຄະນິດສາດ ໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ (ປ.1-ປ.5) ໃນໄລຍະພັກສິ້ນປີຮຽນ ສົກຮຽນ 2025-2026 ຕາມແຈ້ງການຂອງທາງພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ.
ໃນລະຫວ່າງວັນທີ 6-7 ສິງຫາ ຜ່ານມາ, ທີມງານໂຄສະນາຂ່າວສານ ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ລົງຕິດຕາມ ແລະ ຖ່າຍທໍາເກັບຂໍ້ມູນການຈັດການຮຽນການສອນບໍາລຸງຄືນ ວິຊາພາສາລາວ ແລະ ວິຊາຄະນິດສາດ ໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ (ປ.1-ປ.5) ໃນໄລຍະພັກສິ້ນປີຮຽນ ສົກຮຽນ 2025-2026 ທີ່ເມືອງເຟືອງ (ວັນທີ 6 ສິງຫາ) ໂດຍມີ ທ່ານ ອິດສະລະ ທໍາມະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໃຫ້ກຽດຕ້ອນຮັບ ແລະ ສໍາພາດ ແລະ ໄດ້ສືບຕໍ່ລົງຕິດຕາມ ແລະ ຖ່າຍທໍາທີ່ເມືອງໝື່ນ (ວັນທີ 7 ສິງຫາ) ໂດຍມີ ທ່ານ ໂຊຢຸດ ດາວວິຈິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໃຫ້ກຽດຕ້ອນຮັບ ແລະ ໃຫ້ສໍາພາດກ່ຽວກັບວຽກງານດັ່ງກ່າວ.
ການລົງຕິດຕາມ ແລະ ຖ່າຍທໍາເກັບຂໍ້ມູນໃນຄັ້ງນີ້, ແມ່ນເພື່ອເປັນການຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດການສອນບໍາລຸງຄືນ ວິຊາພາສາລາວ ແລະ ຄະນິດສາດ ໃຫ້ແກ່ນັກຮຽນຊັ້ນປະຖົມ (ປ.1-ປ.5) ໃນໄລຍະພັກສິ້ນປີຮຽນ ສົກຮຽນ 2025-2026 ເຊິ່ງສາມາດສະຫຼຸບຜົນໄດ້ຮັບຈາກທັງ 2 ເມືອງ ໄດ້ຄື: ການເລືອກເອົາວິຊາພາສາລາວ ແລະ ຄະນິດສາດ ມາບໍາລຸງຄືນນີ້ ເປັນການແກ້ໄຂຊ່ອງຫວ່າງທາງການຮຽນຂອງນັກຮຽນຢ່າງຖືກຈຸດ, ເນັ້ນໃສ່ການຍົກລະດັບການອ່ານ, ການຂຽນ ແລະ ການຄິດໄລ່ ໃຫ້ເປັນພື້ນຖານທີ່ເຂັ້ມແຂງ. ໂຄງການນີ້, ສອດຄ່ອງກັບນະໂຍບາຍຂອງກະຊວງສຶກສາທິການ ແລະ ກິລາ ເຖິງວ່າຈະມີສິ່ງທ້າທາຍດ້ານເວລາ ແລະ ຄວາມພ້ອມຂອງນັກຮຽນບາງສ່ວນ, ແຕ່ຫ້ອງການ ສກມ ໄດ້ກຽມເອກະສານ ແລະ ປະສານງານກັບອົງການປົກຄອງທ້ອງຖິ່ນຢ່າງຊິດໃກ້ ເພື່ອໃຫ້ໂຄງການບັນລຸຜົນຕາມຄາດໝາຍ, ທາງໂຮງຮຽນໄດ້ກຽມຄວາມພ້ອມດ້ານຫ້ອງຮຽນ, ອຸປະກອນການຮຽນການສອນ ແລະ ຈັດຕາຕະລາງຮຽນທີ່ເໝາະສົມກັບຈໍານວນຄູ ແລະ ນັກຮຽນ ປ.1-ປ.5, ມີການມອບໝາຍວຽກໃຫ້ຄູປະຈໍາການຢ່າງຈະແຈ້ງ ແລະ ສິ່ງສໍາຄັນແມ່ນໄດ້ມີການປະເມີນຜົນຂອງນັກຮຽນກ່ອນ ແລະ ຫຼັງການຮຽນ, ໂດຍສະເພາະກຸ່ມນັກຮຽນທີ່ຮຽນຊ້າ ຫຼື ຄິດເລກບໍ່ເກັ່ງ ແມ່ນໄດ້ສອນເສີມເປັນລາຍບຸກຄົນ. ນອກຈາກນີ້, ຍັງໄດ້ແນະນໍາຜູ້ປົກຄອງ ເພື່ອໃຫ້ຊ່ວຍຕິດຕາມ ແລະ ຝຶກສອນນັກຮຽນຢູ່ເຮືອນຕື່ມອີກ.
ພ້ອມດຽວກັນນີ້, ຄູສອນ ວິຊາພາສາລາວ ແລະ ຄະນິດສາດ ຍັງໄດ້ແບ່ງປັນຄວາມຮູ້ສຶກ ແລະ ເຕັກນິກການສອນວ່າ: ການສອນໃນໄລຍະພັກສິ້ນປີຮຽນນີ້, ຕ່າງຈາກການສອນປົກກະຕິ ເພາະພວກເຮົາເນັ້ນການຈັດກິດຈະກໍາ “ຮຽນຄວບຄູ່ການຫຼິ້ນ” ໃຊ້ເກມການສອນ, ການຮ້ອງເພງ ແລະ ເລົ່ານິທານ ເພື່ອໃຫ້ວິຊາພາສາລາວ ແລະ ຄະນິດສາດ ມີຊີວິດຊີວາ ແລະ ບໍ່ໃຫ້ເດັກນ້ອຍເກີດຄວາມເບື່ອໜ່າຍ. ສິ່ງທີ່ພູມໃຈທີ່ສຸດ ແມ່ນໄດ້ເຫັນການປ່ຽນແປງຂອງນັກຮຽນ ຈາກຄົນທີ່ອ່ານບໍ່ໄດ້ ຫຼື ຄິດເລກບໍ່ເປັນ ມາອ່ານໄດ້ ແລະ ຄິດໄລ່ເປັນຫຼາຍຂຶ້ນ, ພ້ອມທັງໄດ້ຝາກເຖິງຜູ້ປົກຄອງໃຫ້ເຫັນຄວາມສໍາຄັນຂອງ 2 ວິຊານີ້ ເພາະເປັນກະແຈສໍາຄັນໃນການຮຽນຮູ້ວິຊາອື່ນໆຕໍ່ໄປ.
ຈາກການລົງເກັບຂໍ້ມູນ ແລະ ສໍາພາດທັງ 2 ເມືອງ (ເມືອງເຟືອງ ແລະ ເມືອງໝື່ນ) ເຫັນໄດ້ວ່າ: ໂຄງການສອນບໍາລຸງຄືນໃນໄລຍະພັກສິ້ນປີຮຽນ ສົກຮຽນ 2025-2026 ນີ້, ບໍ່ພຽງແຕ່ຊ່ວຍຍົກລະດັບຄວາມຮູ້ດ້ານອ່ານ-ຂຽນ ແລະ ຄິດໄລ່ຂອງນັກຮຽນເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ການປະສານງານລະຫວ່າງໂຮງຮຽນ, ຄູອາຈານ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ປົກຄອງ ແລະ ຊຸມຊົນ. ທຸກພາກສ່ວນມີຄວາມຄາດຫວັງວ່າ ນັກຮຽນຈະມີຄວາມພ້ອມຢ່າງເຕັມຮ້ອຍ ເພື່ອກ້າວເຂົ້າສູ່ສົກຮຽນໃໝ່ 2026-2027 ຢ່າງມີຄຸນນະພາບ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ