ສສກ ຮ່ວມກັບລັດຖະບານອົດສະຕຣາລີ ເລີ່ມສຶກສາຄົ້ນຄວ້າກ່ຽວກັບການຮຽນຮ່ວມຂອງນັກຮຽນພິການ ຢູ່ ແຂວງຊຽງຂວາງ
17/08/2026

ໃນວັນທີ 17 ສິງຫາ 2026, ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ຈັດກອງປະຊຸມແນະນຳຂັ້ນເລີ່ມຕົ້ນ ເພື່ອນຳສະເໜີການສຶກສາຄົ້ນຄວ້າກ່ຽວກັບການຮຽນຮ່ວມສຳລັບຄົນພິການ ດ້ວຍການນຳໃຊ້ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນທີ 14: ການຊ່ວຍເຫຼືອເດັກທີ່ມີຄວາມຫຍຸ້ງຍາກໃນການຮຽນ ແລະ ວິດີໂອສຳລັບການພັດທະນາຄູ ຕອນທີ 29, ໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ແລະ ທ່ານ ນາງ ເຣເບັກກ້າ ແມັກຮິວ ຫົວໜ້າແຜນງານບີຄວາ. ມີຕາງໜ້າຈາກກົມ, ວິທະຍາໄລຄູເປົ້າ ໝາຍ 3 ແຫ່ງຄື: ຫຼວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ, ຜູ້ຊ່ຽວຊານວຽກງານສຶກສາ ແລະ ອົງການຈັດຕັ້ງຄົນພິການເຂົ້າຮ່ວມ.
ການສຶກສາຄົ້ນຄວ້າດັ່ງກ່າວ ຈະໄດ້ດຳເນີນກໍລະນີສຶກສາຂະໜາດນ້ອຍຂອງໂຮງຮຽນປະຖົມ ໃນ ເມືອງຄູນ, ແຂວງຊຽງຂວາງ ຕະຫຼອດສົກຮຽນ 2026–2027, ຈະມີນັກຮຽນທີ່ມີຄວາມພິການ 18 ຄົນເຂົ້າຮ່ວມ, ພ້ອມດ້ວຍຄູໃນໂຮງຮຽນ ແລະ ຊຸມຊົນຂອງໂຮງຮຽນເພື່ອຄົ້ນຫາບັນດາຫຼັກຖານ ການດຳເນີນງານກ່ຽວກັບວິທີການທີ່ເຮັດໄດ້ດີຈາກຊຸດອຸປະກອນຊ່ວຍເຫຼືອຄູໂມດູນທີ 14 ໃນສະພາບແວດລ້ອມຫ້ອງຮຽນຕົວຈິງ ແລະ ສິ່ງທີ່ຊ່ວຍຄູໃຫ້ນຳໃຊ້ໄດ້ຢ່າງຕໍ່ເນື່ອງ.
ໂອກາດນີ້, ທ່ານ ປອ ລຳພູນ ຫຼວງໄຊ ກ່າວວ່າ: ເຄື່ອງມືໃໝ່ນີ້ຖືກອອກແບບມາເພື່ອຊ່ວຍໃຫ້ຄູປະຈຳຫ້ອງສາມາດສັງເກດ, ປະເມີນ ແລະ ຊ່ວຍເຫຼືອນັກຮຽນທີ່ມີຄວາມພິການ ຫຼື ມີຄວາມຫຍຸ້ງຍາກໃນການຮຽນຮູ້ໄດ້ຢ່າງມີປະສິດທິພາບ ແລະ ສາມາດປະຕິບັດໄດ້ຈິງໃນຫ້ອງຮຽນ, ທັງເປັນການວາງແຜນການສອນໃຫ້ເໝາະສົມກັບຄວາມຕ້ອງການຂອງເດັກແຕ່ລະຄົນການຄົ້ນຄວ້າທົດລອງຢູ່ແຂວງຊຽງຂວາງຄັ້ງນີ້ ເປັນບາດກ້າວສຳຄັນໃນການຮຽນຮູ້ ແລະ ປັບປຸງເຄື່ອງມືໃຫ້ສອດຄ່ອງກັບສະພາບການສອນຕົວຈິງ ເພື່ອໃຫ້ເດັກທຸກຄົນໄດ້ຮັບໂອກາດເຂົ້າເຖິງການສຶກສາຢ່າງເທົ່າທຽມ.
ຂະນະດຽວກັນ, ທ່ານ ນາງ ເຣເບັກກ້າ ແມັກຮິວ ໄດ້ກ່າວຕື່ມວ່າ: ເມື່ອເດັກພິການໄດ້ຮັບການສຶກສາ ແລະ ເຂົ້າເຖິງທັກສະພື້ນຖານ, ເຂົາເຈົ້າຈະສາມາດເຕີບໃຫຍ່ເປັນພະລັງສຳຄັນໃຫ້ແກ່ຄອບຄົວ ແລະ ສັງຄົມ. ລັດຖະບານອົດສະຕຣາລີ ມີຄວາມພູມໃຈ ແລະ ມຸ່ງໝັ້ນທີ່ຈະສືບຕໍ່ເຄື່ອນໄຫວຮ່ວມກັບ ສສກ ເພື່ອພັດທະນາການສຶກສາຮຽນຮ່ວມໃຫ້ຍືນຍົງ.
ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນທີ 14 ແນະນໍາທີການ ທີ່ໃຊ້ໄດ້ຕົວຈິງແກ່ຄູ ເພື່ອຊ່ວຍເຫຼືອນັກຮຽນທີ່ມີຄວາມຫຍຸ້ງຍາກໃນການຮຽນໃນການສອນແຕ່ລະວັນ. ເອກະສານໄດ້ລວມມີ ເຄື່ອງມືທີ່ໃຊ້ໄດ້ງ່າຍ ທີ່ຊ່ວຍຄູໃຫ້ສັງເກດເຫັນຄວາມຕ້ອງການຄວາມຊ່ວຍເພື່ອໃຫ້ນັກຮຽນສາມາດຮຽນຮູ້, ສາມາດວາງແຜນການສອນສຳລັບບຸກຄົນ ແລະ ດັດປັບການສອນໃນຫ້ອງຮຽນຕາມວິທີທີ່ປະຕິບັດໄດ້ຈິງ ແລະ ງ່າຍຕໍ່ການນຳໃຊ້. ວິດີໂອ ພັດທະນາຄູທີ 29 ເປັນວິດີໂອເສີມທີ່ໄດ້ສະແດງໃຫ້ເຫັນສິ່ງທີ່ເກີດຂຶ້ນໃນຫ້ອງຮຽນທີ່ສາມາດສັງເກດເຫັນໄດ້ ເຊິ່ງອາດຈະຊີ້ບອກວ່າ ເດັກມີຄວາມພິການ ແລະ ຄູສາມາດຮຽນຮູ້ກ່ຽວກັບວິທີການ ທີ່ສາມາດນຳໃຊ້ ເຄື່ອງມືປະເມີນຄວາມຫຍຸ້ງຍາກຂອງໃນການຮຽນຮູ້ ສຳລັບຄູ. ວິດີໂອດັ່ງກ່າວໄດ້ຮັບການອອກແບບມາ ເພື່ອຊ່ວຍຄູໃນການສັງເກດລັກສະນະທ່າທາງຢ່າງລະອຽດ ແລະ ປະຕິບັດຂັ້ນຕອນຕໍ່ໄປ ເພື່ອເຂົ້າໃຈ ແລະ ຮູ້ວິທີປະຕິບັດເພື່ອຊ່ວຍຕອບສະໜອງຄວາມຕ້ອງການການຮຽນຮູ້ຂອງເດັກແຕ່ລະຄົນໃຫ້ດີຂຶ້ນ.
ການສຶກສາຄົ້ນຄວ້ານີ້ ຈະໃຊ້ຮູບແບບການຮຽນຮູ້ແບບປະສົມປະສານ ແລະ ອີງໃສ່ກໍລະນີສຶກສາ ລວມມີການສັງເກດການສອນໃນຫ້ອງຮຽນ, ຄູຕື່ມແບບຟອມ, ແຜນການຮຽນຮູ້, ຂໍ້ມູນການຕິດຕາມປະເມີນຜົນ, ການສຳພາດ ແລະ ການສົນທະນາກຸ່ມ ທີ່ເນັ້ນເຖິງ ວິທີ່ເພື່ອຊ່ວຍໃຫ້ເຂົ້າໃຈວິທີທີ່ຄູນຳໃຊ້ເຄື່ອງມືໃນການຈັດຕັ້ງປະຕິບັດ. ການສຶກສາ ຄົ້ນຄວ້ານີ້ຍັງຈະສຶກສາເຖິງ ການມີສ່ວນຮ່ວມຂອງພໍ່ແມ່, ການໄດ້ຮັບຄຳແນະນຳ ແລະ ການສະໜັບສະໜູນທີ່ມີຢູ່ຜ່ານລະບົບຂອງໂຮງຮຽນ ແລະ ຂັ້ນເມືອງ.
ພາບ-ຂ່າວ: ບົວລະພາ















