Skip to main content

ເມືອງໄຊພູທອງ ເຊື່ອມຊຶມເອກະສານສຳຄັນ ພ້ອມປະກາດແຕ່ງຕັ້ງຄະນະຜູ້ອຳນວຍການ ແລະ ພະນັກງານນຳພາ-ຄຸ້ມຄອງ ຂະແໜງການສຶກສາ

17/08/2026
ໃນລະຫວ່າງວັນທີ 11-13 ສິງຫາ 2026 ນີ້ ຢູ່ສະໂມສອນ ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສຳຄັນ ແລະ ທິດທາງແຜນການດຳເນີນງານຂອງຂະແໜງ ການສຶກສາ ແລະ ກິລາ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ພົມມາ ສົງວິໄລ ປະທານຄະນະກຳມະການປົກຄອງເມືອງໄຊພູທອງ ແລະ ທ່ານ ສຸກັນ ບຸດຕາລາສີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ. ມີບັນດາຫົວໜ້າ-ຮອງຫົວໜ້າໜ່ວຍງານ, ຄະນະຜູ້ອຳນວຍການໂຮງຮຽນອະນຸບານ, ປະຖົມ, ມັດທະຍົມ ພ້ອມດ້ວຍຄູ-ອາຈານ ແລະ ຄູປ້ອງກັນຊາດ ທົ່ວເມືອງໄຊພູທອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ບັນດາຜູ້ແທນເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຫຼາຍສະບັບ ເຊັ່ນ: ມະຕິກອງປະຊຸມໃຫຍ່, ທິດທາງຍຸດທະສາດການພັດທະນາການສຶກສາ ແລະ ກິລາ, ກົດລະບຽບຂອງພະນັກງານ-ລັດຖະກອນຄູ ສະບັບປັບປຸງໃໝ່ ແລະ ຄຳສັ່ງຂອງຂັ້ນເທິງ; ນິຕິກຳ ແລະ ຄຳແນະນຳກ່ຽວກັບການຄຸ້ມຄອງຄູ-ອາຈານ, ຈັນຍາບັນຄູ ແລະ ການຄຸ້ມຄອງສະຖານການສຶກສາ; ການປະເມີນຜົນການຮຽນ-ການສອນ, ການແກ້ໄຂ ແລະ ຫຼຸດຜ່ອນອັດຕາການປະລະການຮຽນຂອງນັກຮຽນ, ການຍົກລະດັບຄຸນນະພາບການສຶກສາ; ຂໍ້ຕົກລົງວ່າດ້ວຍກອງທຶນສະຫວັດດີການຄູແຫ່ງຊາດ ສະບັບເລກທີ 8000/ສສກ, ລົງວັນທີ 12 ທັນວາ 2022.
ຈາກນັ້ນ, ທ່ານ ສົມພົງ ອິນທິລາດ ຫົວໜ້າໜ່ວຍງານຈັດຕັ້ງ-ພະນັກງານ ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ໄຊພູທອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ປະທານຄະນະກຳມະການປົກຄອງເມືອງໄຊພູທອງ ສະບັບເລກທີ 336/ປຄມ.ຊທ, ລົງວັນທີ 19 ພຶສະພາ 2026 ວ່າດ້ວຍການແຕ່ງຕັ້ງ ຜູ້ອຳນວຍການ, ຮອງຜູ້ອຳນວຍການໂຮງຮຽນ ແລະ ຫົວໜ້າ-ຮອງຫົວໜ້າໜ່ວຍງານ ບາງແຫ່ງພາຍໃນເມືອງໄຊພູທອງ ດັ່ງນີ້: ທ່ານ ວິໄລພອນ ໂຊກອຳນວຍ ຮອງຜູ້ອຳນວຍການໂຮງຮຽນປະຖົມບ້ານຄຳຊັນ ຂຶ້ນເປັນ ຜູ້ອຳນວຍການໂຮງຮຽນປະຖົມບ້ານຄຳຊັນ; ທ່ານ ບຸນເຖົາ ສັກທະນົງແສງ ຮອງຜູ້ອຳນວຍການໂຮງຮຽນປະຖົມບ້ານຫົວຫາດ ຂຶ້ນເປັນ ຜູ້ອຳນວຍການໂຮງຮຽນປະຖົມບ້ານຫົວຫາດ; ທ່ານ ນາງ ຄຳມະນີ ສຸວັນນະສານ ຄູສອນໂຮງຮຽນປະຖົມບ້ານນາບໍ່ ຂຶ້ນເປັນ ຜູ້ອຳນວຍການໂຮງຮຽນປະຖົມບ້ານນາບໍ່; ທ່ານ ແກ້ວອຸດອນ ເທບບົວເຮືອງ ຮອງຫົວໜ້າໜ່ວຍງານກິດຈະກຳນັກຮຽນ ຂຶ້ນເປັນ ຫົວໜ້າໜ່ວຍງານກິດຈະກຳນັກຮຽນ; ທ່ານ ບຸນໃໝ່ ຟອງສະໝຸດ ຄູສອນໂຮງຮຽນປະຖົມບ້ານໂພນທາດ ຂຶ້ນເປັນ ຜູ້ອຳນວຍການໂຮງຮຽນປະຖົມບ້ານໂພນທາດ; ທ່ານ ກອນ ພິມມະຈັກ ວິຊາການ ໜ່ວຍງານຈັດຕັ້ງ-ພະນັກງານ ສກມ ຂຶ້ນເປັນ ຮອງຫົວໜ້າໜ່ວຍງານຈັດຕັ້ງ-ພະນັກງານ ສກມ ໄຊພູທອງ; ທ່ານ ສີວອນ ເຂັມມະລາດ ຄູສອນໂຮງຮຽນປະຖົມບ້ານຄຳຊັນ ຂຶ້ນເປັນ ຮອງຜູ້ອຳນວຍການໂຮງຮຽນປະຖົມບ້ານຄຳຊັນ; ທ່ານ ນາງ ບົນນະພາ ຈັນທະມົນຕີ ຄູສອນໂຮງຮຽນປະຖົມບ້ານຫົວຫາດ ຂຶ້ນເປັນ ຮອງຜູ້ອຳນວຍການໂຮງຮຽນປະຖົມບ້ານຫົວຫາດ; ທ່ານ ນາງ ຈັນລະຄອນ ສຸວັນດາລາ ຄູສອນໂຮງຮຽນປະຖົມບ້ານດົງໝາກໄຟ ຂຶ້ນເປັນ ຮອງຜູ້ອຳນວຍການໂຮງຮຽນປະຖົມບ້ານດົງໝາກໄຟ; ທ່ານ ນາງ ເດືອນເພັນ ສົງວິໄລ ຄູສອນໂຮງຮຽນປະຖົມບ້ານມ່ວງໄຂ່ ຂຶ້ນເປັນ ຮອງຜູ້ອຳນວຍການໂຮງຮຽນປະຖົມບ້ານມ່ວງໄຂ່.
ໃນຕອນທ້າຍ, ທ່ານ ພົມມາ ສົງວິໄລ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳໃຫ້ຄະນະຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ຄູປ້ອງກັນຊາດທຸກທ່ານ ຈົ່ງນຳເອົາເນື້ອໃນເອກະສານທີ່ໄດ້ເຊື່ອມຊຶມໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢູ່ສະຖານການສຶກສາຂອງຕົນໃຫ້ເກີດຜົນເປັນຮູບປະທຳ, ມຸ່ງເນັ້ນການຍົກລະດັບຄຸນນະພາບການສຶກສາພາຍໃນເມືອງໃຫ້ມີບາດກ້າວຂະຫຍາຍຕົວດີຂຶ້ນເລື້ອຍໆ.
ພາບ-ຂ່າວ: ຮ້ອຍໂທ ຄຳແພງເພັດ ຂັນຕິວົງ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ