Skip to main content

ພະນັກງານ ແລະ ຄູ-ອາຈານ ຈາກວິທະຍາໄລເຕັກນິກວິຊາຊີບ 12 ແຫ່ງ ທົ່ວປະເທດ ໄດ້ຮັບການຝຶກອົບຮົມ “ພື້ນຖານການປະກອບກິດຈະການ”

13/08/2026
ໃນວັນທີ 12 ສິງຫາ 2026 ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ໄດ້ມີພິທີເປີດກອງປະຊຸມຝຶກອົບຮົມໃນຫົວຂໍ້ “ພື້ນຖານການປະກອບກິດຈະການ” (Basic of Entrepreneurship) ໃຫ້ແກ່ຄູ-ອາຈານ ຂະແໜງອາຊີວະສຶກສາ ຈາກພະແນກສຶກສາທິການ ແລະ ກິລາແຂວງ ແລະ ວິທະຍາໄລເຕັກນິກວິຊາຊີບ 12 ແຫ່ງ ທົ່ວປະເທດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຜູ້ອໍານວຍການສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ມີຄະນະຄູຝຶກ, ພະນັກງານ ແລະ ຄູຝຶກຈາກ 12 ແຂວງ ລວມທັງໝົດ 35 ທ່ານ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ສຸດສາຍໃຈ ດວງສະຫວັນ ໄດ້ກ່າວວ່າ: ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຫຼາຍ ເພື່ອໃຫ້ຄະນະບໍລິຫານ ແລະ ຄູສອນ ຂອງວິທະຍາໄລເຕັກນິກວິຊາຊີບ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມສໍາຄັນຂອງວຽກງານສົ່ງເສີມການສຶກສາຜູ້ປະກອບກິດຈະການໃນສະຖານການສຶກສາ, ພ້ອມທັງຍົກລະດັບຄວາມຮູ້-ຄວາມເຂົ້າໃຈກ່ຽວກັບການປະກອບກິດຈະການ ເພື່ອໃຫ້ຄູ-ອາຈານ ສາມາດນໍາເອົາບົດຮຽນ ແລະ ແນວຄວາມຄິດດັ່ງກ່າວໄປສິດສອນຕໍ່ໃຫ້ນ້ອງນັກຮຽນ-ນັກສຶກສາໃນຂົງເຂດຂອງຕົນເອງ.
ການປູກຈິດສໍານຶກ ແລະ ສ້າງແນວຄວາມຄິດການປະກອບກິດຈະການໃຫ້ແກ່ນັກຮຽນ-ນັກສຶກສາ ເປັນກິດຈະກໍາທີ່ມີຄວາມສໍາຄັນຫຼາຍໃນຂະແໜງອາຊີວະສຶກສາ. ທັງນີ້, ກໍເພື່ອເປັນການເປີດທາງເລືອກໃໝ່ໃນການປະກອບອາຊີບພາຍຫຼັງຮຽນຈົບ, ຊ່ວຍຫຼຸດຜ່ອນບັນຫາການຫວ່າງງານ, ສະກັດກັ້ນປາກົດການຫຍໍ້ທໍ້ໃນສັງຄົມ ແລະ ສົ່ງເສີມໃຫ້ມີຜູ້ປະກອບກິດຈະການໃໝ່ທີ່ເປັນໄວໜຸ່ມເພີ່ມຂຶ້ນ, ເຊິ່ງສອດຄ່ອງກັບທິດທາງແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ.
ການຝຶກອົບຮົມດັ່ງກ່າວ, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ໃນການປະກອບກິດຈະການ ແລະ ຜູ້ປະກອບກິດຈະການ, ທັກສະ ແລະ ຄຸນສົມບັດຂອງເຈົ້າຂອງທຸລະກິດ, ແນວຄວາມຄິດໃນການເຮັດທຸລະກິດ, ວົງຈອນຄວາມສໍາເລັດ, ຮຽນຮູ້ກ່ຽວກັບແຜນການຕະຫຼາດ, ຄິດກ່ຽວກັບລູກຄ້າ, ບັນຫາ ແລະ ວິທີແກ້ໄຂບັນຫາ, ແບ່ງປັນສິ່ງທີ່ໄດ້ຮຽນຮູ້, ລັກສະນະເດັ່ນຂອງສິນຄ້າ, ຊ່ອງທາງການເຂົ້າຫາລູກຄ້າ, ການປະເມີນທຶນລົງທຶນໃນການເລີ່ມຕົ້ນທຸລະກິດ, ທຶນຄົງທີ່ ແລະ ທຶນໝູນວຽນ, ຄາດຄະເນລາຍຮັບ ແລະ ລາຍຈ່າຍ, ການປະເມີນກໍາໄລຄາດຄະເນ ຈາກການລົງທຶນ ແລະ ແຜນເງິນສົດ, ແຜນວາດທຸລະກິດ, ແຜນທຸລະກິດ, ແບ່ງກຸ່ມຂຽນແຜນທຸລະກິດ, ກໍານົດຫົວຂໍ້ຂຽນແຜນທຸລະກິດ, ຂຽນແຜນທຸລະກິດ ແລະ ປຶກສາຫາລືແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ.
ສຳລັບກອງປະຊຸມໃນຄັ້ງນີ້, ມີພະນັກງານ ແລະ ຄູ-ອາຈານ ຈາກວິທະຍາໄລເຕັກນິກວິຊາຊີບ 12 ແຫ່ງ ທົ່ວປະເທດ ຄື: ຈາກແຂວງຜົ້ງສາລີ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ຊຽງແຂວງ, ຫຼວງນ້ຳທາ, ວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈໍາປາສັກ, ເຊິ່ງກອງປະຊຸມແມ່ນຈະດຳເນີນໄປເປັນເວລາ 3 ວັນ ແຕ່ວັນທີ 12-14 ສິງຫາ 2026.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ