Skip to main content
27/11/2023 | ສຶກສາ

ຄພສກ ກຸ່ມ 2 ເລົ່າຄືນມູນເຊື້ອ 2 ວັນປະຫວັດສາດ ພ້ອມເຜີຍແຜ່ເອກະສານ ກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ

ຄະນະພັກກະຊວງສຶກສາທິການ ແລະ ກິລາ (ຄພສກ) ກຸ່ມ 2 ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດສຳຄັນ ແລະ ກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງຮາກຖານພັກ ທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ (ສສກ) ເມື່ອວັນທີ 23 ພະຈິກ 2023 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ຂັນທະລີ ສີຣິພົງພັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີີ ຄະນະປະຈຳພັກ, ຄະນະພັກ, ເລຂາຄະນະພັກຮາກຖານຫ້ອງການ, ກົມກວດກາ, ກົມແຜນການ, ສຳນັກພິມສຶກສາ ແລະ ກິລາ, ບໍລິສັດລັດວິສາຫະກິດໂຮງພິມສຶກສາ ແລະ ບໍລິສັດລັດວິສາຫະກິດອຸປະກອນການສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສໍາລັບຄະນະຮັບຜິດຊອບກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂອງພັກ ທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໄດ້ແບ່ງອອກເປັນ 5 […]
24/11/2023 | ສຶກສາ

ສກຂ ຈຳປາສັກ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກຜູ້ໃໝ່

ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຈຳປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕຳແໜ່ງບໍລິຫານປະເພດ IV ໃນວັນທີ 22 ພະຈິກ 2023 ທີ່ພະແນກດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວທອງ ສຸວັນນະສານ ຄະນະປະຈຳພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ພ້ອມດ້ວຍຄະນະຈັດຕັ້ງແຂວງ, ພະແນກພາຍໃນແຂວງ, ຄະນະກວດກາພັກ-ລັດແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 9 ຕົວເມືອງ 1 ນະຄອນ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງພະແນກ ແລະ ຜູ້ໄດ້ຮັບການແຕ່ງຕັ້ງຢ່າງພ້ອມພຽງ. ໂດຍປະຕິບັດຕາມຂໍ້ຕົກລົງຂອງເຈົ້າແຂວງຈຳປາສັກ ສະບັບເລກທີ 1280/ຈຂ, ຈສ ລົງວັນທີ 02 ພະຈິກ 2023 ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ໂດຍອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015, ໜັງສືສະເໜີຂອງຄະນະຈັດຕັ້ງແຂວງ […]
23/11/2023 | ສຶກສາ

ກພສ-2 ວລ ສະຫຼຸບການປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023

ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ (ກພສ) ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບວິທະຍາໄລ (ວລ) ພະລະສຶກສາ ແລະ ວິທະຍາໄລ ສິລະປະສຶກສາ ຈັດພິທີສະຫຼຸບຂະບວນການແຂ່ງຂັນຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປະຈຳປີ 2023 ເມື່ອວັນທີ 17 ພະຈິກ ຜ່ານມາ ທີ່ສະໂມສອນວິທະຍາໄລສິລະປະສຶກສາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ມີທ່ານ ນາງ ກິດຕະກອນ ຈັນທະມາລິນ ຜູ້ອຳນວຍການ ວິທະຍາໄລ ພະລະສຶກສາ ແລະ ທ່ານ ນາງ ວອນມະນີ ຊິງເລືອງທາ ຜູ້ອຳນວຍການ ວິທະຍາໄລ ສິລະປະສຶກສາ ພ້ອມດ້ວຍບັນດາຮອງຫົວໜ້າກົມ, ຄະນະອຳນວຍການ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານ ຄູອາຈານ ແລະ ນ້ອງນັກສຶກສາເຂົ້າຮ່ວມ. ໂອກາດນີ້, ທ່ານ […]
21/11/2023 | ສຶກສາ

ຮອງອຳນວຍການ ສວສ ຕິດຕາມການອົບຮົມຄູສອນ ນຳໃຊ້ປຶ້ມຄູ່ມືຄູ ມ.4 ແລະ ມ.7 ສູນທີ 1

ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ລົງຕິດຕາມ ແລະ ໃຫ້ທິດຊີ້ນຳໃຫ້ແກ່ບັນດາຄູຝຶກ ແລະ  ຄູສອນ ທີ່ມາຈາກໂຮງຮຽນທົດລອງຂອງໂຄງການ 6 ເມືອງໃນ 4 ແຂວງພາກເໜືອ (ແຂວງຫຼວງພະບາງ, ຫົວພັນ, ຫຼວງນໍ້າທາ ແລະ ອຸດົມໄຊ) ໃນການຝຶກອົບຮົມການນຳໃຊ້ປຶ້ມຄູ່ມືຄູ ຂັ້ນ ມ.4 ແລະ ມ.7 ສະບັບໃໝ່ ສໍາລັບສູນທີ 1 ທີ່ວິທະຍາໄລຄູ ຫຼວງພະບາງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃນວັນທີ 20-24 ພະຈິກ 2023. ໃນໂອກາດດັ່ງກ່າວ, ທ່ານ ອຸທິິດ ທິບມະນີ ໄດ້ໃຫ້ທິດຊີ້ນຳແກ່ຄູຝຶກທີ່ມາຈາກສູນກາງ ແລະ ຄູສອນທີ່ມາຈາກໂຮງຮຽນທົດລອງຂອງໂຄງການ 6 ເມືອງ ໃນ 4  ແຂວງພາກເໜືອ ໂດຍໃຫ້ພ້ອມກັນຮຽນຮູ້ວິທີການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ແລະ ຮູ້ວິທີການກະກຽມບົດສອນສຳລັບຂັ້ນ ມ.4 […]
20/11/2023 | ສຶກສາ

ຄຊກມດ-ອຸຍນິເຊັບ ສະຫຼອງວັນເດັກໂລກ ພ້ອມຫາລືແຫ່ງຊາດກ່ຽວກັບໄວໜຸ່ມລາວທົ່ວປະເທດ

ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ອົງການ ອຸຍນິເຊັບ ໄດ້ຈັດກອງປະຊຸມຕົວແທນເດັກ ແລະ ສະເຫຼີມສະຫຼອງວັນເດັກໂລກ ພ້ອມທັງປຶກສາຫາລືແຫ່ງຊາດກ່ຽວກັບໄວໜຸ່ມລາວທົ່ວປະເທດ ເມື່ອວັນທີ 18 ພະຈິກ 2023 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການ ຄຊກມດ, ມີທ່ານ ນາງ  ເພຍ ເຣເບວໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ,  ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ, ອົງການຈັດຕັ້ງສາກົນ, ຕົວແທນເດັກ ແລະ ໄວໜຸ່ມລາວຈາກ 18 ແຂວງທົ່ວປະເທດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ແມ່ນເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງວັນເດັກສາກົນ ປະຈຳປີ 2023 ເປັນການສະເຫຼີມສະຫຼອງຄົບຮອບ 50 ປີ ຂອງການຮ່ວມມືກັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍນິເຊັບ. ໃນກອງປະຊຸມ ໄວໜຸ່ມທີ່ເຂົ້າຮ່ວມໄດ້ສົນທະນາ […]
20/11/2023 | ສຶກສາ

ສວສ ຍົກລະດັບຄູສອນ ນຳໃຊ້ປຶ້ມຄູ່ມືຄູ ມ.4 ແລະ ມ.7 ສູນທີ 1 ໂຮງຮຽນທົດລອງ 6 ເມືອງ ພາກເໜືອ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມຄູສອນກ່ຽວກັບການນຳໃຊ້ປື້ມຄູ່ມືຄູ ຂັ້ນ ມ.4 ແລະ ມ.7 ສໍາລັບສູນທີ 1 ຈາກໂຮງຮຽນທົດລອງທີ່ມາຈາກ 6 ເມືອງ ໃນ 4 ແຂວງພາກເໜືອ ເມື່ອວັນທີ 20 ພະຈິກ 2023 ທີ່ວິທະຍາໄລຄູ ຫຼວງພະບາງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີທ່ານ ທອງທໍ່ ຄຸນສະຫວັດ ຮອງຜູ້ອໍານວຍການວິທະຍາໄລຄູ ຫຼວງພະບາງ, ພ້ອມດ້ວຍຜູ້ອຳນວຍການ-ຮອງອຳນວຍການສູນ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າຫ້ອງການຄຸ້ມຄອງໂຄງການ, ທີ່ປຶກສາພາຍໃນ ແລະ ຕ່າງປະເທດ, ພະນັກງານອາວຸໂສບຳນານ, ກົມສາມັນສຶກສາ, ກົມສ້າງຄູ, ຄູຝຶກ ແລະ ຄູສອນຈາກສະຖາບັນ, ວິທະຍາໄລຄູ, ມສ ວຽງຈັນ, ຄູສອນຈາກໂຮງຮຽນທົດລອງຂອງໂຄງການ 6 ເມືອງໃນ 4 […]
20/11/2023 | ສຶກສາ

ໜ່ວຍງານວິຊາການຂະແໜງການຍ່ອຍທີ 6 ຫາລືການຄົ້ນຄວ້າ ປະເມີນຜົນການສຶກສາ

ໜ່ວຍງານວິຊາການຂະແໜງການຍ່ອຍທີ 6 ໄດ້ຈັດກອງປະຊຸມວຽກງານການຄົ້ນຄວ້າ ແລະ ປະເມີນຜົນການສຶກສາ ເມື່ອວັນທີິ 20 ພະຈິກ 2023 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ພິມພາ ອຸດທະຈັກ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ແລະ ທ່ານ ມາຍເຄີນ ດາເບິນ ນັກເສດຖະສາດຈາກທະນາຄານໂລກ, ພ້ອມດ້ວຍຮອງຫົວໜ້າກົມ, ຜູ້ອໍານວຍການສູນ, ພະແນກ, ພະນັກງານວິຊາການ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມທາງເຊິ່ງໜ້າ ແລະ ຜ່ານລະບົບທາງໄກ. ໃນກອງປະຊຸມ, ທ່ານ ຮສ.ປອ ອານຸລົມ ວິໄລພອນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ແມ່ນໄດ້ຮັບຟັງການນໍາສະເໜີກ່ຽວກັບພາລະບົດບາດໜ້າທີ່ຫຼັກຂອງໜ່ວຍງານວິຊາການຂະແໜງການຍ່ອຍ 6: ການຄົ້ນຄວ້າ ແລະ ປະເມີນຜົນການສຶກສາ, ຮັບຟັງການນໍາສະເໜີ ຫຼື ເຜີຍແຜ່ກ່ຽວກັບກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຈາກຜູ້ຕາງໜ້າກອງທຶນພັດທະນາວິທະຍາສາດ […]
15/11/2023 | ສຶກສາ

ຫຼາຍພາກສ່ວນຂຶ້ນກັບ ສສກ ເຊື່ອມຊຶມຜົນກອງປະຊຸມຄົບຄະນະກາງສະໄໝ ຄະນະບໍລິຫານງານສູນກາງພັກ ສະໄໝ XI

ພະນັກງານ-ສະມາຊິກພັກຈາກ 6 ພາກສ່ວນ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ (ສສກ) ປະກອບມີ ກົມອາຊີວະສຶກສາ, ສະຖາບັນພັດທະນາອາຊີວະສຶກສາ ຫຼື ສພອ, ວິທະຍາໄລເຕັກນິກສັບພະວິຊາ, ວິທະຍາໄລເຕັກນິກປາກປ່າສັກ, ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ວິທະຍາໄລເຕັກນິກ ກະສິກຳ ດົງຄຳຊ້າງ ຈຳນວນ 250 ສະຫາຍ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI. ກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 10 ພະຈິກ ຜ່ານມາ ທີ່ສະໂມສອນ ວິທະຍາໄລເຕັກນິກສັບພະວິຊາ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ຮສ.ປອ ບຸນເສັງ ຄຳມຸນຕີ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ສະຖາບັນພັດທະນາອາຊີວະສຶກສາ, ສະຫາຍ ວິໄລພອນ ພົມມະຫາໄຊ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ວິທະຍາໄລ ເຕັກນິກສັບພະວິຊາ, ສະຫາຍ ສາຍຄຳ ພັນທະວົງ […]