ເປີດຝຶກອົບຮົມການນຳໃຊ້ລະບົບໂມດູນ ເຂົ້າໃນການຈັດການຮຽນການສອນການສຶກສານອກໂຮງຮຽນ ເພື່ອຮອງຮັບສົກຮຽນ 2026-2027
10/08/2026

ໃນວັນທີ 4 ສິງຫາ 2026 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ກົມການສຶກສານອກໂຮງຮຽນ (ກສນ) ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ສູນພັດທະນາການສຶກສານອກໂຮງຮຽນ, ສູນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ສູນ ICT) ແລະ ຫ້ອງການຮ່ວມມືນານາຊາດເພື່ອການສຶກສາຜູ້ໃຫຍ່ເຢຍລະມັນ (DVV International) ປະຈຳ ລາວ ໄດ້ຈັດກອງປະຊຸມຝຶກອົບຮົມການນຳໃຊ້ແພຼັດຟອມໂມດູນ (Moodle) ເຂົ້າໃນການຈັດການຮຽນການສອນການສຶກສານອກໂຮງຮຽນ.
ກອງປະຊຸມຝຶກອົບຮົມຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີທົນ ດາວປະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ວິສັນ ສົມພົງ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ແລະ ທ່ານ ອູເວີ (Uwe) ຜູ້ອຳນວຍການຫ້ອງການ DVV International ປະຈຳ ລາວ, ມີຜູ້ຕາງໜ້າຈາກກົມການສຶກສານອກໂຮງຮຽນ, ຫ້ອງການ DVV, ສູນພັດທະນາການສຶກສານອກໂຮງຮຽນ, ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ພ້ອມດ້ວຍຄູ-ອາຈານ ແລະ ຜູ້ບໍລິຫານລະບົບ (Admins) ຈາກ 4 ສູນການສອນ ກສນ ເປົ້າໝາຍ ໃນນະຄອນຫຼວງວຽງຈັນ ໄດ້ແກ່ ເມືອງນາຊາຍທອງ, ເມືອງສີໂຄດຕະບອງ, ເມືອງໄຊທານີ ແລະ ວິທະຍາໄລສິລະປະແຫ່ງຊາດ.
ຈຸດປະສົງການຝຶກອົບຮົມ ແມ່ນເພື່ອເສີມສ້າງຂີດຄວາມສາມາດໃຫ້ຜູ້ບໍລິຫານລະບົບ ແລະ ຄູສອນການສຶກສານອກໂຮງຮຽນ ໃນການນຳໃຊ້ແພຼັດຟອມໂມດູນ ເຂົ້າໃນການຈັດການຮຽນການສອນແບບປະສົມປະສານ (Blended Learning) ຄວບຄູ່ກັບການຮຽນ-ການສອນແບບເຊິ່ງໜ້າ ເພື່ອຮອງຮັບການເປີດສົກຮຽນໃໝ່ 2026-2027 ທີ່ຈະມາເຖິງ. ທັງນີ້, ແພຼັດຟອມໂມດູນ ເປັນລະບົບຄຸ້ມຄອງການຮຽນ-ການສອນມາດຕະຖານສາກົນ ທີ່ມີຄວາມສະຖຽນ, ປອດໄພ ແລະ ຖືກນຳໃຊ້ຢ່າງກວ້າງຂວາງທົ່ວໂລກ ເຊິ່ງຈະເຂົ້າມາທົດແທນລະບົບ EdApp ເພື່ອໃຫ້ການຄຸ້ມຄອງຂໍ້ມູນການຮຽນ-ການສອນ ຢູ່ພາຍໃຕ້ຄວາມຮັບຜິດຊອບ ແລະ ການດູແລຂອງກະຊວງສຶກສາທິການ ແລະ ກິລາ ໂດຍກົງ.
ຕະຫຼອດໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ, ແລກປ່ຽນບົດຮຽນ ແລະ ຝຶກປະຕິບັດຕົວຈິງໃນການນຳໃຊ້ແພຼັດຟອມ ຈາກທີມງານວິທະຍາກອນຜູ້ມີປະສົບການ ເຊິ່ງຖືເປັນກ້າວສຳຄັນໃນການຍົກລະດັບການສຶກສາດິຈິຕອນ ແລະ ການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ.












