Skip to main content

ພະນັກງານພະແນກໂຄສະນາ-ຂ່າວສານ ຮັບການຍົກລະດັບການນໍາໃຊ້ AI ເຂົ້າໃນການຜະລິດຂ່າວ

10/08/2026
ໃນຕອນເຊົ້າວັນທີ 3 ສິງຫາ 2026 ທີ່ຫ້ອງປະຊຸມ ຊັ້ນສອງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ພະແນກໂຄສະນາ-ຂ່າວສານ, ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດຊຸດຝຶກອົບຮົມ ການຍົກລະດັບວິຊາສະເພາະ ແລະ ການນໍາໃຊ້ AI ເຂົ້າໃນການຜະລິດຂ່າວ ໃຫ້ພະນັກງານ-ວິຊາການ ເພື່ອຍົກລະດັບທັກສະໃຫ້ບຸກຄະລາກອນ ສູ່ການຜະລິດເນື້ອຫາດິຈິຕອນທີ່ທັນສະໄໝ, ວ່ອງໄວ ແລະ ມີປະສິດທິພາບສູງ ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ອຸດົມ ສິງດາລາ ຮອງຜູ້ອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າຂະແໜງ, ຄະນະຮັບຜິດຊອບ, ວິທະຍາກອນ ແລະ ພະນັກງານ-ວິຊາການພາຍໃນພະແນກຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ອຸດົມ ສິງດາລາ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະວິຊາຊີບຂອງບຸກຄະລາກອນສື່ມວນຊົນ ໃຫ້ທັນກັບການຂະຫຍາຍຕົວຢ່າງໄວວາຂອງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ດິຈິຕອນ ເຊິ່ງເຕັກໂນໂລຊີປັນຍາປະດິດ ຫຼື AI (Artificial Intelligence) ໄດ້ກາຍເປັນເຄື່ອງມືທີ່ທັນສະໄໝ ແລະ ມີປະສິດທິພາບສູງ. ທັງນີ້, ພະແນກໂຄສະນາ-ຂ່າວສານ ມີພາລະບົດບາດເປັນກະບອກສຽງອັນແຫຼມຄົມ ໃນການເຜີຍແຜ່ຂໍ້ມູນຂ່າວສານ, ແນວທາງນະໂຍບາຍຂອງພັກ, ຍຸດທະສາດ ແລະ ຜົນງານທາງດ້ານການສຶກສາ, ວິທະຍາສາດ ແລະ ກິລາ. ດັ່ງນັ້ນ, ຂໍຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານສຸມສະຕິປັນຍາ ເກັບກ່ຽວຄວາມຮູ້ ແລະ ທັກສະ AI ໄປຜັນຂະຫຍາຍນໍາໃຊ້ເຂົ້າໃນການຜະລິດສື່ຕົວຈິງ ເຊັ່ນ: ໂທລະພາບ, ວິທະຍຸ, ໜັງສືພິມ, ວາລະສານ ແລະ ສື່ອອນລາຍ ຂອງກະຊວງສຶກສາທິການ ແລະ ກິລາ ໃຫ້ມີຄຸນນະພາບ, ໜ້າສົນໃຈ ແລະ ທັນເວລາ.
ສຳລັບການຝຶກອົບຮົມຄັ້ງນີ້ ແມ່ນມີທັງໝົດ 6 ຫົວຂໍ້ຫຼັກ ຄື: ການຄວາມເຂົ້າໃຈບົດບາດ AI, ການວິເຄາະຂໍ້ມູນ ແລະ ການວາງແຜນເນື້ອຫາ; ການຮຽນຮູ້ LLMs ເພື່ອຂຽນຂ່າວ, ສະຫຼຸບ, ຮຽບຮຽງ ແລະ ກວດແກ້ອັກສອນ; ການໃຊ້ AI ຜະລິດພາບປະກອບຂ່າວ ແລະ ອິນໂຟກຣາບຟິກໃຫ້ໜ້າສົນໃຈ; ການປ່ຽນຂໍ້ຄວາມເປັນສຽງບັນຍາຍ ແລະ ສຽງໂຄສະນາປະຊາສໍາພັນ; ການວາງໂຄງເລື່ອງ, ສ້າງພາບເຄື່ອນໄຫວ ແລະ ວິດີໂອສື່ສານການສຶກສາ; ການຕັດຕໍ່ວິດີໂອ ດ້ວຍແອັບພລິເຄຊັນ CapCut Pro.
ຢ່າງໃດກໍຕາມ, ໃນຕອບບ່າຍຂອງດຽວກັນ ທ່ານ ນາງ ມະໂນລີ ດົງວັນ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຍັງໄດ້ໃຫ້ກຽດເຂົ້າຮ່ວມຕິດຕາມບັ້ນຝຶກອົບຮົມດັ່ງກ່າວ ພ້ອມມີຄຳເຫັນຊີ້ນຳບາງຕອນວ່າ: ພະແນກໂຄສະນາ-ຂ່າວສານ ມີບົດບາດເປັນກະບອກສຽງທີ່ສຳຄັນຂອງກະຊວງການສຶກສາທິການ ແລະ ກິລາ ກໍຄືຂອງ ພັກ-ລັດ. ເນື້ອໃນຂໍ້ມູນຂ່າວສານທີ່ຖືກເຜີຍແຜ່ອອກໄປນັ້ນ ລ້ວນແຕ່ມີອິດທິພົນ ແລະ ສົ່ງຜົນໂດຍຕົ່ງຕໍ່ສັງຄົມ, ຜູ້ຮັບຊົມ ແລະ ຜູ້ຟັງໃນວົງກວ້າງ; ວຽກງານສື່ມວນຊົນໃນຍຸກປັດຈຸບັນ ແມ່ນມີການປ່ຽນແປງຢ່າງວ່ອງໄວທຸກໆ ວິນາທີ ແລະ ເກີດຂຶ້ນຕະຫຼອດ 24 ຊົ່ວໂມງ ສະນັ້ນ, ເພື່ອຮັບມືກັບປະລິມານຂໍ້ມູນຂ່າວສານທີ່ມະຫາສານ ແລະ ເຮັດໃຫ້ການລາຍງານຂ່າວທັນສະພາບການ, ການນຳໃຊ້ເຕັກໂນໂລຊີປັນຍາປະທິດ (AI) ເຂົ້າມາຊ່ວຍໃນການປະຕິບັດງານ ຈຶ່ງເປັນສິ່ງທີ່ຈຳເປັນຫຼາຍ. AI ຈະຊ່ວຍເພີ່ມປະສິດທິພາບ, ຄວາມໄວ ແລະ ປະລິມານການຜະລິດຂ່າວໃຫ້ເພີ່ມຂຶ້ນຫຼາຍເທົ່າຕົວ ພາຍໃນເວລາອັນຈຳກັດ ເພື່ອໃຫ້ວຽກງານຂ່າວສານຂອງເຮົາສາມາດກ້າວທັນກັບບັນດາກະຊວງອື່ນໆ, ທຽບທັນລະດັບພາກພື້ນອາຊຽນ ແລະ ສາກົນ.
ເພື່ອໃຫ້ການຫັນເປັນທັນສະໄໝເກີດຜົນເປັນຈິງ, ທ່ານຮອງຜູ້ອຳນວຍການ ສວສ ໄດ້ເນັ້ນໜັກ 2 ບັນຫາ ຄື: ດ້ານວິຊາການ ທີມງານຕ້ອງໄດ້ເລັ່ງສຶກສາ, ຄົ້ນຄວ້າ ແລະ ທົດລອງນຳໃຊ້ AI ເຂົ້າໃນຮູບແບບຕ່າງໆ ເຊັ່ນ: ການສ້າງເນື້ອຫາ ແລະ ການໃຫ້ AI ອ່ານຂ່າວ ເພື່ອສ້າງຄວາມຊຳນານ ແລະ ສະແດງໃຫ້ເຫັນຄວາມກ້າວໜ້າຢ່າງເປັນຮູບປະທຳ; ດ້ານນໂຍບາຍ ເມື່ອຜົນການທົດລອງມີຄວາມພ້ອມ ຈຶ່ງຈະໄດ້ສັງລວມ ແລະ ນຳສະເໜີຕໍ່ຄະນະນຳຂັ້ນສູງ ເພື່ອພິຈາລະນາຊີ້ນຳດ້ານນໂຍບາຍ ແລະ ສະໜັບສະໜູນການນຳໃຊ້ຢ່າງເປັນທາງການ. ພ້ອມນັ້ນ, ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຄວາມເອົາໃຈໃສ່ ແລະ ຄວາມພະຍາຍາມຂອງທີມງານນັກຂ່າວທຸກທ່ານ ທີ່ໄດ້ເປີດຮັບ ແລະ ຮຽນຮູ້ນຳໃຊ້ເຕັກໂນໂລຊີໃໝ່ໆ ພ້ອມທັງເຊື່ອໝັ້ນວ່າ ໃນໄລຍະການຝຶກອົບຮົມນີ້, ທີມງານນັກຂ່າວຈະສາມາດເກັບກ່ຽວບົດຮຽນໃໝ່ໆ, ສ້າງສັນຜົນງານຂ່າວທີ່ມີຄຸນນະພາບ ແລະ ສະຫຼຸບເປັນບົດລາຍງານທີ່ສົມບູນແບບ ເພື່ອສະເໜີຕໍ່ຄະນະນຳ, ອັນຈະເປັນບາດກ້າວສຳຄັນໃນການປະຕິວັດວຽກງານຂ່າວສານການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ກ້າວໜ້າຢ່າງແຂງແຮງ.
ສຳລັບການຝຶກອົບຮົມຄັ້ງນີ້ ແມ່ນຈະດຳເນີນເປັນເວລາ 5 ວັນ ລະຫວ່າງວັນທີ 3-7 ສິງຫາ 2026 ຈຶ່ງຈະສຳເລັດ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ພາບໂດຍ: ການຈະນາ ວົງປັນຍາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ