ສສກ ຈັດກອງປະຊຸມຈັດສັນ, ຖອນຄືນ, ສະສາງ ແລະ ປະກອບລົດຂອງລັດ ພາຍໃນສຳນັກກະຊວງ
10/08/2026

ໃນວັນທີ 4 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຈັດສັນ, ຖອນຄືນ, ສະສາງ ແລະ ປະກອບລົດ ພາຍໃນສຳນັກກະຊວງສຶກສາທິການ ແລະ ກິລາ ຂຶ້ນຢ່າງເປັນທາງການ, ໃຫ້ກຽດເປັນປະທານ ແລະ ກ່າວເປີດໂດຍ ທ່ານ ເຈັດຊິ້ງ ອິນທະວົງ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີຄະນະຮັບຜິດຊອບຈັດສັນ, ຖອນຄືນ, ສະສາງ ແລະ ປະກອບລົດ, ບັນດາຫົວໜ້າ/ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສຳນັກພິມສຶກສາ, ສູນ, ພະນັກງານອາວຸໂສບຳນານ ພ້ອມດ້ວຍຜູ້ຕາງໜ້າຈາກກົມຄຸ້ມຄອງຊັບສິນແຫ່ງລັດ ກົມພາສີ ກະຊວງການເງິນ, ກົມພິທີການ-ບໍລິຫານ ແລະ ການເງິນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດກອງປະຊຸມໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພື່ອເປັນບ່ອນອີງໃຫ້ແກ່ ຫ້ອງການ, ບັນດາກົມ, ສະຖາບັນ, ສຳນັກພິມສຶກສາ ແລະ ສູນ ພາຍໃນສຳນັກກະຊວງສຶກສາທິການ ແລະ ກິລາ ໃນການກຳນົດຫຼັກການ, ເປົ້າໝາຍ, ເງື່ອນໄຂ ແລະ ຂັ້ນຕອນການສະສາງ-ຖອນຄືນລົດຂອງລັດ. ທັງນີ້, ກໍເພື່ອໃຫ້ສອດຄ່ອງ ແລະ ເປັນການຈັດຕັ້ງປະຕິບັດຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 0589/ກງ, ລົງວັນທີ 15 ກຸມພາ 2024 ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ລົງວັນທີ 28 ທັນວາ 2023 ໃຫ້ປາກົດຜົນເປັນຮູບປະທຳ.

ໃນໂອກາດນີ້, ທ່ານ ເຈັດຊິ້ງ ອິນທະວົງ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ໄດ້ຫ້າງຫາກະກຽມຄວາມພ້ອມ ແລະ ປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງຢ່າງມີຄວາມຮັບຜິດຊອບສູງ. ພ້ອມນັ້ນຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມ ຈົ່ງພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ມີຄຳເຫັນຢ່າງເລິກເຊິ່ງ ເພື່ອໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນ, ຄົບຖ້ວນ ແລະ ສາມາດນຳເອົາເນື້ອໃນຜົນໄດ້ຮັບໄປຈັດຕັ້ງປະຕິບັດໃນວຽກງານຕົວຈິງ ໃຫ້ສອດຄ່ອງກັບນະໂຍບາຍ, ກົດໝາຍ ແລະ ລະບຽບການຂອງລັດຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມເປົ້າໝາຍ.
ຫຼັງຈາກນັ້ນ, ທ່ານ ນາງ ສົມສະຫວັນ ຫຼວງມະໄຊ ຕາງໜ້າຈາກກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 1460/ກງ, ລົງວັນທີ 10 ພຶດສະພາ 2025 ວ່າດ້ວຍການສະສາງລົດຂອງລັດ ໃຫ້ພະນັກງານບຳນານ ແລະ ພະນັກງານປະຈຳການ ກະຊວງສຶກສາທິການ ແລະ ກິລາ (ຊຸດທີ 02); ຂໍ້ຕົກລົງ ເຊິ່ງຂໍ້ຕົກລົງດັ່ງກ່າວ ໄດ້ອະນຸມັດໃຫ້ສະສາງລົດຂອງລັດ ໃຫ້ແກ່ພະນັກງານບຳນານ ແລະ ພະນັກງານປະຈຳການ ຂອງກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ເອົາໄປໃຊ້ໃນໄລຍະຜ່ານມາ ດ້ວຍການຂາຍນະໂຍບາຍ ແລະ ໂອນກຳມະສິດໃຫ້ຢ່າງຂາດຕົວ ຈຳນວນ 35 ທ່ານ ຕາມການສະເໜີຂອງຫ້ອງການ ກະຊວງສຶກສາທິການ ແລະ ກິລາ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ













