ປະກາດກົງຈັກການຈັດຕັ້ງ ຄະນະບໍລິຫານງານ ຄພລ ສະໄໝທີ V ຊຸດໃໝ່
03/08/2026

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີປະກາດກົງຈັກການຈັດຕັ້ງຄະນະບໍລິຫານງານ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ສະໄໝທີ V ຊຸດໃໝ່ ໂດຍແຕ່ງຕັ້ງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ສະໄໝທີ V ຊຸດໃໝ່ ຢ່າງເປັນທາງການ
ພິທີປະກາດກົງຈັກການຈັດຕັ້ງ ຄະນະບໍລິຫານງານ ຄພລ ສະໄໝທີ V ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 30 ກໍລະກົດ 2026 ທີ່ຫ້ອງປະຊຸມກະຊວງ ສສກ (ຕຶກເຂດສະໜາມກິລາເຈົ້າອານຸວົງ) ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ສສກ, ປະທານ ຄພລ ສະໄໝທີ V ພ້ອມດ້ວຍຄະນະບໍລິຫານງານ, ບັນດາສະຫະພັນກິລາຄົນພິການແຫ່ງຊາດ, ຫົວໜ້າຫ້ງການ ສສກ, ຫົວໜ້າ-ຮອງຫົວໜ້າກົມ, ພະນັກງານທີ່ກ່ຽວຂ້ອງ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ໄພວັນ ແທ່ງຄຳ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ ໄດ້ຜ່ານດຳລັດ ຮັບຮອງເອົາຄະນະບໍລິຫານງານ ຄພລ ຊຸດໃໝ່ ໃຫ້ຮູ້ວ່າ: ໂດຍອີງຕາມທຳມະນູນຂອງຄະນະກຳມະການພາຣາແລມປິກແຫ່ງຊາດລາວ ສະບັບລົງວັນທີ 12 ມີນາ 2024 ແລະ ແຜນການເຄື່ອນໄຫວຂອງຄະນະບໍລິຫານງານຊຸດທີ IV ເພື່ອຮັບຮອງເອົາຄະນະບໍລິຫານງານຊຸດໃໝ່ ຕາມດຳລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 201/ນຍ, ລົງວັນທີ 23 ມິຖຸນາ 2026 ໂດຍມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ສະໄໝທີ V.
ໃນພິທີ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານ ຄພລ ຊຸດໃໝ່ ສະແດງຄວາມຂອບໃຈ ແລະ ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນວ່າ ຈະສຸມທຸກກຳລັງແຮງ ສະຕິປັນຍາ ແລະ ເຫື່ອແຮງ ເພື່ອປະຕິບັດໜ້າທີ່ການເມືອງທີ່ພັກ ແລະ ລັດມອບໝາຍໃຫ້ຢ່າງມີປະສິດທິຜົນ ພ້ອມທັງສືບຕໍ່ສ້າງຜົນງານ ແລະ ພັດທະນາວົງການກິລາຄົນພິການລາວ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ ທັງດ້ານປະລິມານ ແລະ ຄຸນນະພາບ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ແລະ ຊີ້ນຳ 6 ດ້ານສຳຄັນ ເພື່ອເປັນທິດເຍືອງທາງໃຫ້ແກ່ຄະນະບໍລິຫານງານ ຕພລ ຊຸດໃໝ່ ຕ້ອງສຸມໃສ່ການພັດທະນານັກກິລາຄົນພິການແບບຢືນຢົງ, ປັບປຸງຍຸດທະສາດ ແລະ ວິໄສທັດ, ການປັບປຸງກົງຈັກການຈັດຕັ້ງສະຫະພັນກິລາ, ການເພີ່ມທະວີການຮ່ວມມືກັບອົງການຈັດຕັ້ງສາກົນ, ການຊອກຫາແຫຼ່ງທຶນ ແລະ ຜູ້ຊ່ຽວຊານ/ຄູຝຶກຕ່າງປະເທດ, ພ້ອມທັງການກະກຽມພື້ນຖານໂຄງລ່າງ ສະໜາມຝຶກຊ້ອມ ເພື່ອຮອງຮັບການເປັນເຈົ້າພາບ ແລະ ການສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນ ລະດັບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນກິລາຄົນພິການຫູໜວກ ອາຊີ-ປາຊີຟິກ ທີ່ປະເທດມາເລເຊຍ ແລະ ເອຊຽນພາຣາເກມ ຄັ້ງທີ V ທີ່ປະເທດຍີ່ປຸ່ນ ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນໃນທ້າຍປີ 2026 ນີ້.
ຄະນະບໍລິຫານ ຄພລ ສະໄໝທີ V ໂດຍມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ເປັນຮອງປະທານ-ເລຂາທິການ ຄພລ, ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ, ທ່ານ ນາງ ກອງມະນີ ວາດຕະນາ ຫົວໜ້າກົມການເງິນ ແລະ ແຜນການ, ທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ທັງສາມທ່ານເປັນຮອງປະທານ ຄພລ ສ່ວນທ່ານ ລັດຖະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ເປັນຮອງເລຂາທິການ ຄພລ. ນອກຈາກນັ້ນ, ກໍຍັງມີຄະນະກຳມະການອີກ 11 ທ່ານ.
ພາບ ແລະ ຂ່າວ ໂດຍ ສົງການ ພັນແພງດີ














