Skip to main content
20/11/2023 | ສຶກສາ

ໜ່ວຍງານວິຊາການຂະແໜງການຍ່ອຍທີ 6 ຫາລືການຄົ້ນຄວ້າ ປະເມີນຜົນການສຶກສາ

ໜ່ວຍງານວິຊາການຂະແໜງການຍ່ອຍທີ 6 ໄດ້ຈັດກອງປະຊຸມວຽກງານການຄົ້ນຄວ້າ ແລະ ປະເມີນຜົນການສຶກສາ ເມື່ອວັນທີິ 20 ພະຈິກ 2023 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ພິມພາ ອຸດທະຈັກ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ແລະ ທ່ານ ມາຍເຄີນ ດາເບິນ ນັກເສດຖະສາດຈາກທະນາຄານໂລກ, ພ້ອມດ້ວຍຮອງຫົວໜ້າກົມ, ຜູ້ອໍານວຍການສູນ, ພະແນກ, ພະນັກງານວິຊາການ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມທາງເຊິ່ງໜ້າ ແລະ ຜ່ານລະບົບທາງໄກ. ໃນກອງປະຊຸມ, ທ່ານ ຮສ.ປອ ອານຸລົມ ວິໄລພອນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ແມ່ນໄດ້ຮັບຟັງການນໍາສະເໜີກ່ຽວກັບພາລະບົດບາດໜ້າທີ່ຫຼັກຂອງໜ່ວຍງານວິຊາການຂະແໜງການຍ່ອຍ 6: ການຄົ້ນຄວ້າ ແລະ ປະເມີນຜົນການສຶກສາ, ຮັບຟັງການນໍາສະເໜີ ຫຼື ເຜີຍແຜ່ກ່ຽວກັບກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຈາກຜູ້ຕາງໜ້າກອງທຶນພັດທະນາວິທະຍາສາດ […]

15/11/2023 | ສຶກສາ

ຫຼາຍພາກສ່ວນຂຶ້ນກັບ ສສກ ເຊື່ອມຊຶມຜົນກອງປະຊຸມຄົບຄະນະກາງສະໄໝ ຄະນະບໍລິຫານງານສູນກາງພັກ ສະໄໝ XI

ພະນັກງານ-ສະມາຊິກພັກຈາກ 6 ພາກສ່ວນ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ (ສສກ) ປະກອບມີ ກົມອາຊີວະສຶກສາ, ສະຖາບັນພັດທະນາອາຊີວະສຶກສາ ຫຼື ສພອ, ວິທະຍາໄລເຕັກນິກສັບພະວິຊາ, ວິທະຍາໄລເຕັກນິກປາກປ່າສັກ, ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ວິທະຍາໄລເຕັກນິກ ກະສິກຳ ດົງຄຳຊ້າງ ຈຳນວນ 250 ສະຫາຍ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI. ກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 10 ພະຈິກ ຜ່ານມາ ທີ່ສະໂມສອນ ວິທະຍາໄລເຕັກນິກສັບພະວິຊາ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ຮສ.ປອ ບຸນເສັງ ຄຳມຸນຕີ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ສະຖາບັນພັດທະນາອາຊີວະສຶກສາ, ສະຫາຍ ວິໄລພອນ ພົມມະຫາໄຊ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ວິທະຍາໄລ ເຕັກນິກສັບພະວິຊາ, ສະຫາຍ ສາຍຄຳ ພັນທະວົງ […]

15/11/2023 | ສຶກສາ

ສສກ ຮັບຮອງມາດຕະຖານການສອນຊັ້ນປະຖົມສຶກສາ ສະບັບປັບປຸງ

ພາຍຫຼັງການປະຕິຮູບຫຼັກສູດການຮຽນການສອນຊັ້ນປະຖົມສຶກສາ ແລະ ການທົບທວນປັບປຸງຫຼັກສູດຊັ້ນປະຖົມສຶກສາສຳເລັດນັບແຕ່ຂັ້ນ ປ.1-ປ.5, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ປັບປຸງມາດຕະຖານການສອນຊັ້ນປະຖົມສຶກສາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນ ສາຫະລັດອາເມຣິການ (USAID) ໂດຍຜ່ານແຜນງານບີຄວາ. ອີງຕາມການລາຍງານຂອງແຜນງານບີຄວາ ເມື່ອວັນທີ 15 ພະຈິກ 2023 ໃຫ້ຮູ້ວ່າ: ມາດຕະຖານການສອນຊັ້ນປະຖົມສຶກສາ ໄດ້ຮັບການອະນຸມັດໂດຍຄະນະລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເມື່ອວັນທີ 3 ພະຈິກ ຜ່ານມາ ຊຶ່ງປັດຈຸບັນ ກົມ​ສ້າງ​ຄູ ກຳລັງ​ກະກຽມວາງ​ແຜນ​ຈັດ​ກອງ​ປະຊຸມເຜີຍແຜ່ມາດຕະຖານດັ່ງກ່າວ​ ໂດຍຄາດວ່າ ຈະຈັດຂຶ້ນໃນເດືອນມັງກອນ 2024  ແລະ ຈະມີຄະນະນຳຂັ້ນ​ສູງ​ຈາກ​ບັນດາ​ກົມ​ກ່ຽວຂ້ອງ​ຂອງ​ກະຊວງ​ສຶກສາ​ທິການ ແລະ ກິລາ ​ພ້ອມດ້ວຍຜູ້ຕາງໜ້າຂັ້ນແຂວງ ​ເພື່ອ​ເຜີຍແຜ່ ແລະ ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຜີຍ​ແຜ່ ​ແລະ ການຈັດຕັ້ງປະຕິບັດ​ມາດ​ຕະຖານດັ່ງກ່າວ. ມາດຕະຖານການສອນຊັ້ນປະຖົມສຶກສາ ໄດ້ກໍານົດພື້ນຖານທີ່ຊັດເຈນຂອງຄວາມຄາດຫວັງສໍາລັບການປະຕິບັດການພັດທະນາວິຊາຊີບ ແລະ ການສອນຂອງຄູສອນຊັ້ນປະຖົມສຶກສາ. ການປະຕິບັດທີ່ດີທີ່ສຸດຂອງສາກົນຊີ້ໃຫ້ເຫັນວ່າ ຄູສອນຊັ້ນປະຖົມຕ້ອງການມາດຕະຖານການສິດສອນທີ່ຊັດເຈນ ທີ່ເຊື່ອມຕໍ່ໂດຍກົງກັບຫຼັກສູດທີ່ເຂົາເຈົ້າຈະສອນ. ມາດຕະຖານສະບັບປັບປຸງນີ້, ແມ່ນມີຄວາມເຊື່ອມໂຍງກັນລະຫວ່າງຫຼັກສູດຊັ້ນປະຖົມສຶກສາ […]

15/11/2023 | ສຶກສາ

ເປີດໂຄງການອົບຮົມຄູລາວ 1 ພັນຄົນ ພາຍໃຕ້ທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ

ພິທີເປີດຊຸດຝຶກອົບຮົມຄູ ແລະ ຜູ້ບໍລິຫານໂຮງຮຽນ ທີ່ຢູ່ຊົນນະບົດຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດ ຈໍານວນ 1.000 ຄົນ ຢູ່ ສປປ ລາວ ພາຍໃຕ້ທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໄດ້ຈັດຂຶ້ນ ເມື່ອວັນທີ 13 ພະຈິກ ຜ່ານມາ ທີ່ສະຖາບັນຜູ້ບໍລິຫານການສຶກສາ (ຫຼັກ 8) ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຈ້າວ ເວີນຢູ ທີ່ປຶກສາດ້ານເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ນາງ ກູ້ ສຽວຈິ່ງ ເລຂາຄະນະພັກ ຮອງຫົວໜ້າບັນນາທິການ ບໍລິສັດ ສໍານັກພິມຈໍາໜ່າຍດ້ານການສຶກສາ ນະຄອນຊຽງໄຮ້ ຈໍາກັດ ແລະ ທ່ານ ນາງ […]

14/11/2023 | ສຶກສາ

ສະພາການສຶກສາຊັ້ນສູງແຫ່ງຊາດ ພິຈາລະນາ ຮັບຮອງຕຳແໜ່ງວິຊາການຄູຂັ້ນ ສຈ ແລະ ຮສ

ສະພາການສຶກສາຊັ້ນສູງແຫ່ງຊາດ ໄດ້ຈັດກອງປະຊຸມສະໄໝສາມັນເທື່ອທີ 1 ປະຈຳປີ 2023 ເພື່ອເປັນການປຶກສາຫາລືພິຈາລະນາ ແລະ ຮັບຮອງຕຳແໜ່ງວິຊາການຄູຂັ້ນສາດສະດາຈານ (ສຈ) ແລະ ຮອງສາດສະດາຈານ (ຮສ) ຂອງສະຖານການສຶກສາຊັ້ນສູງ ພ້ອມທັງສະຫຼຸບສະພາບລວມທີ່ພົ້ນເດັ່ນຂອງວຽກງານໃນປັດຈຸບັນ ແລະ ແຜນຕໍ່ໜ້າ ແນໃສ່ເຮັດໃຫ້ວຽກງານເປັນໄປຕາມແຜນການ ແລະ ໄດ້ຮັບໝາກຜົນທີ່ດີຂຶ້ນ. ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 14 ພະຈິກ 2023 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະພາການສຶກສາຊັ້ນສູງແຫ່ງຊາດ, ມີທ່ານ ຮສ.ປອ ກອງສີ ແສງມະນີ ຮອງປະທານສະພາການສຶກສາຊັ້ນສູງແຫ່ງຊາດ, ອະດີດຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄະນະກຳມະການສະພາການສຶກສາຊັ້ນສູງແຫ່ງຊາດ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: […]

14/11/2023 | ສຶກສາ

ທີມງານໜັງສືພິມສຶກສາ ແລະ ກິລາ ພົບປະແລກປ່ຽນບົດຮຽນການບໍລິຫານຄຸ້ມຄອງສື່ອອນລາຍ-ເວັບໄຊ ກັບໜັງສືພິມປະຊາຊົນ ແລະ ຂປລ

ທີມງານໜັງສືພິມສຶກສາ ແລະ ກິລາ ລາຍວັນ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ນໍາໂດຍ ທ່ານ ສຸກສາຄອນ ສີປະເສີດ ຜູ້ອໍານວຍການ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບການບໍລິຫານ-ຄຸ້ມຄອງສື່ສັງຄົມອອນລາຍ ແລະ ເວັບໄຊ ກັບໜັງສືພິມປະຊາຊົນ ທີ່ບ້ານໂພນປາເປົ້າ ເມືອງສີສັດຕະນາກ ແລະ ສໍານັກຂ່າວສານປະເທດລາວ (ຂປລ) ທີ່ສໍານັກຂ່າວສານປະເທດລາວ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2023 ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ນາງ ປານີ ປັນຍາທິບ ຮອງຫົວໜ້າບັນນາທິການ ໜັງສືພິມປະຊາຊົນ ແລະ ທ່ານ ນາງ ສີວັນໄຊ ສີພັນຄໍາ ຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ, ມີບັນດາຄະນະນໍາທັງສາມພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດພົບປະແລກປ່ຽນບົດຮຽນນຳສອງພາກສ່ວນດັ່ງກ່າວ, ທ່ານ ສຸກສາຄອນ […]

14/11/2023 | ສຶກສາ

ຄະນະນຳ ວລ ເຕັກນິກ ສັບພະວິຊາ-ບີເອັມແຊັດ ຫາລືສືບຕໍ່ການຮ່ວມມືສ້າງບຸກຄະລາກອນ

ຄະນະນໍາ ວິທະຍາໄລ (ວລ) ເຕັກນິກ ສັບພະວິຊາ ແລະ ກະຊວງຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ ຫຼື ບີເອັມແຊັດ (BMZ) ຈາກປະເທດເຢຍລະມັນ ໄດ້ພົບປະຫາລື ແລະ ຕິດຕາມບັນດາໂຄງການທີ່ໃຫ້ການສະໜັບສະໜູນຈາກໂຄງການ ຈີໄອແຊັດ ໂດຍສະເພາະການຊ່ວຍເຫຼືອວຽກງານການປັບປຸງຫຼັກສູດ ປະລິນຍາຕີ ທາງດ້ານທີ່ດິນ ທີ່ກຳລັງຈັດຕັ້ງປະຕິບັດໃນປັດຈຸບັນ, ຝຶກອົບຮົມໂປຣແກຣມຄອມພິວເຕີ, ຝຶກອົບຮົມການນຳໃຊ້ໂດຣນ ແລະ ອື່ນໆ. ພິທີພົບປະຫາລືລະຫວ່າງ 2 ຝ່າຍດັ່ງກ່າວ, ໄດ້ມີເມື່ອວັນທີ 8 ພະຈິກ ຜ່ານມາ ທີ່ວິທະຍາໄລ ເຕັກນິກ ສັບພະວິຊາ ນໍາໂດຍທ່ານ ວິໄລພອນ ພົມມະຫາໄຊ ຜູ້ອຳນວຍການວິທະຍາໄລເຕັກນິກສັບພະວິຊາ ແລະ ທ່ານ ນາງ ມີຊາເອລາ ເຮັນນິງ ຮອງຫົວໜ້າພະແນກອາຊີຕາເວັນອອກສ່ຽງໃຕ້ ກະຊວງຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ ປະເທດເຢຍລະມັນ, ມີບັນດາຄະນະ ແລະ ພະນັກງານຄູອາຈານ ຕະຫຼອດຮອດນັກສຶກສາເຂົ້າຮ່ວມ. ໂອກາດນີ້, ທ່ານ […]

13/11/2023 | ສຶກສາ

ຄຊພຊ ທົບທວນຄືນການພັດທະນາຊັບພະຍາກອນມະນຸດ ປີ 2022 ພ້ອມວາງແຜນຕໍ່ໜ້າ

ກອງປະຊຸມ ຄັ້ງທີ XI ຂອງຄະນະກໍາມະທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ (ຄຊພຊ) ເພື່ອທົບທວນຄືນການພັດທະນາຊັບພະຍາກອນມະນຸດ ປະຈຳປີ 2022 ແລະ ວາງການຈັດຕັ້ງປະຕິບັດ ປີ 2023 ໄດ້ໄຂຂຶ້ນເມື່ອວັນທີ 7 ພະຈິກ ຜ່ານມາ ທີ່ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມາທິການແຫ່ງຊາດ ເພື່ອພັດທະນາຊັບພະຍາກອນມະນຸດ, ມີຄະນະປະທານ, ບັນດາ​ກໍາມະການຂອງ​ ຄຊພຊ ຂັ້ນສູນກາງ ແລະ ຂັ້ນແຂວງ/ນະຄອນຫຼວງ ແລະ ກອງເລຂາ ຄະນະກໍາມາທິການແຫ່ງຊາດ ກໍຄື ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ:  ກອງ​ປະ​ຊຸມ​ຄະນະກຳມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ ຄັ້ງທີ X ປະຈໍາປີ 2023 ໄດ້​ດຳ​ເນີນດ້ວຍຜົນສໍາເລັດຕາມ​ເນື້ອ​, ຈຸດປະສົງ​ […]