Skip to main content

ສະຖາບັນຣັຕນະ ບໍລິຫານທຸລະກິດ ແຂ່ງຂັນສິລະປະນັກສຶກສາ ປະຈຳສົກຮຽນ 2025-2026

06/04/2026
ສະຖາບັນຣັຕນະ ບໍລິຫານທຸລະກິດ ໄດ້ຈັດງານແຂ່ງຂັນສິລະປະນັກສຶກສາ ປະຈຳສົກຮຽນ 2025-2026 ໃນວັນທີ 3 ເມສາ 2026 ທີ່ສະຖາບັນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ສົມພັດ ຣັຕນະສິມ ປະທານສະພາບໍລິຫານສະຖາບັນຣັຕນະ ບໍລິຫານທຸລະກິດ ແລະ ທ່ານ ບຸນເທືອງ ມູນລາສີ ຜູ້ອຳນວຍການສະຖາບັນຣັຕນະ ບໍລິຫານທຸລະກິດ, ມີແຂກຖືກເຊີນ, ບັນດາຄູ-ອາຈານ ແລະ ນ້ອງນັກສຶກສາ ເຂົ້າຮວ່ມຢ່າງເປັນຂະບວນຟົດຟື້ນ.
ໃນພິທີ, ທ່ານ ບຸນເທືອງ ມູນລາສີ ໄດ້ກ່າວໃຫ້ຮູ້ວ່າ: ງານໃນມື້ນີ້ ແມ່ນເປັນກິດຈະກຳປະຈຳປີ ຂອງສະຖາບັນຣັຕນະ ບໍລິຫານທຸລະກິດ ເພື່ອຈັດຕັ້ງປະຕິບັດຕາມ 5 ຫຼັກມູນການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ແລະ ເພື່ອເປັນການຮັກສາມູນເຊື້ອສິລະປະ-ວັດທະນະທຳ ອັນດີງາມຂອງຊາດລາວເຮົາໃຫ້ໝັ້ນຄົງຕະຫຼອດໄປ. ໃນການແຂ່ງແມ່ນຈະແບ່ງອອກເປັນ 2 ລາຍການຄື: ຮ້ອງເພງ ແລະ ຟ້ອນ, ມີຕົວແທນນັກສຶກສາແຕ່ລະຫ້ອງ, ແຕ່ລະຊັ້ນທີ່ມີຄວາມມັກ, ມີຫົວຄິດປະດິດສ້າງ ແລະ ມີພອນສະຫວັນ ໃນການສະແດງສິລະປະ ທັງນີ້, ນັກສຶກສາທີ່ເຂົ້າຮ່ວມການແຂ່ງຂັນແມ່ນຈະມີທັງເປັນບຸກຄົນ ແລະ ເປັນທີມ ເພື່ອຊີງລາງວັນຂອງທ່ານປະທານສະພາບໍລິຫານສະຖາບັນຂອງພວກເຮົາ. ນອກຈາກນັ້ນ, ນັກສຶກສາທີ່ໄດ້ຜ່ານການສະແດງໃນຄັ້ງນີ້ ຈະໄດ້ກາຍເປັນຕົວແທນໃຫ້ກັບສະຖາບັນ ເພື່ອໄປແຂ່ງຂັນສິລະປະ ກັບສະຖາບັນການສຶກສາແຫ່ງອື່ນ ທັງພາຍໃນ ແລະ ຕ່າງປະເທດ. ສະນັ້ນ, ຈິ່ງຮຽກຮ້ອງມາຍັງນັກສະແດງທຸກທ່ານ ຈົ່ງຕັ້ງໃຈສະແດງໃຫ້ສຸດຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຕົນເປັນຢ່າງສູງ ປະຕິບັດຕາມລະບຽບຂອງຄະນະກຳມະການຈັດການແຂ່ງຂັນໄດ້ວາງອອກທຸກປະການ.
ສຳລັບການແຂ່ງຂັນຮ້ອງເພງ ແລະ ຟ້ອນ ແມ່ນຈະໄດ້ລາງວັນດັ່ງນີ້: ປະເພດຮ້ອງເພງແມ່ນຈະມີຢູ່ 4 ປະເພດຄື: ຮ້ອງເພງສະຕິງ, ເພງລູກທົ່ງ, ເພງສາກົນ ແລະ ເພງຈີນ ມີ 3 ລາງວັນຄື: ອັນດັບທີ 1 ຈະໄດ້ຮັບທຶນການສຶກສາ 800,000 ກີບ, ອັນດັບທີ 2 ຈະໄດ້ຮັບທຶນການສຶກສາ 500,000 ກີບ ແລະ ລາງວັນຊົມເຊີຍ ຈະໄດ້ຮັບທຶນການສຶກສາ 300,000 ກີບ; ບົດຟ້ອນແມ່ນຈະໄດ້ຮັບ 2 ລາງວັນຄື: ອັບທີ 1 ຈະໄດ້ຮັບທຶນການສຶກສາ 10,000,000 ກີບ ແລະ ອັນດັບທີ 2 ຈະໄດ້ຮັບທຶນການສຶກສາ 8,000,000 ກີບ.
ຜ່ານການແຂ່ງຂັນຜົນປະກົດວ່າ: ປະເພດຮ້ອງເພງ ສະຕິງ ອັນດັບທີ 1 ນາງ ຊາຣາ ເວດດາລາ ຫ້ອງ A22 ປີ1, ອັນດັບທີ 2 ນາງ ມິລິນດາ ຄຸນພອນສະຫວັນ ຫ້ອງ A26 ປີ 2, ແລະ ລາງວັນຊົມເຊີຍແມ່ນ ນາງ ເມລິສາ ໂສພາສຸກ ຫ້ອງ Hall B ປີ 2 ແລະ ນາງ ປຸ້ຍ ຄຳບານ ຫ້ອງ C43 ປີ1; ປະເພດຮ້ອງເພງ ລູກທົ່ງ ອັນດັບທີ 1 ຕົກເປັນຂອງ ທ້າວ ອານຸຊາ ຄຳພິລາວົງ ຫ້ອງ A25 ປີ2, ອັນດັບທີ 2 ນາງ ນິລາວັນ ທຸມມາວັນ ຫ້ອງ A13 ປີ1 ແລະ ລາງວັນຊົມເຊີຍ ນາງ ແສງທອງ ແກ້ວບຸນທອງ ຫ້ອງ A22 ປີ1 ແລະ ນາງ ວອນ ພອນວັນເພັດ ຫ້ອງ Hall B ປີ2; ປະເພດເພງສາກົນ ອັນດັບທີ 1 ນາງ ດາລາວອນ ເສືອອຸລາດ ຫ້ອງ C32 ປີ3, ອັບດັບທີ 2 ນາງ ສິລິພອນ ສິດທິສັກ ຫ້ອງ C32 ປີ3 ແລະ ລາງວັນຊົມເຊີຍ ທ້າວ ແສງຈັນ ສີສົມສັກ ຫ້ອງ B34 ປີ1 ແລະ ນາງ ພິມທັນວາ ອຸດຕະມະວັງໂສ ຫ້ອງ A25 ປີ2; ປະເພດຮ້ອງເພງຈີນ ອັບດັບທີ 1 ທ້າວ ໄຊພອນ ເລີ່ມພະຈັນ ຫ້ອງ D21 ປີ1 ແລະ ອັນດັບທີ 2 ນາງ ທິບໄກສອນ ວົງວິໄລ D21 ປີ1; ປະເພດບົດຟ້ອນ ອັນດັບທີ 1 ໄດ້ແກ່ບົດຟ້ອນ “ສືບສິນຖິ່ນພື້ນບ້ານຫັດຖະກຳຈັກສານຄູ່ຕຳນານລາຍງ້າວແຂວງວຽງຈັນ” ໂດຍການລວມຕົວຂອງນັກສຶກສາຫ້ອງ ປີ1 ແລະ ປິ4. ສ່ວນອັນດັບທີ 2 ແມ່ນມີ 2 ລາງວັນໄດ້ແກ່ບົດຟ້ອນ “ມໍລະດົກພູມປັນຍາມະຫາກຳຫັດຖະກຳລາວ” ແລະ ບົດຟ້ອນ “ບຸນເກີຣະ ເຜົ່າກຶມມຸ” ໂດຍການລວມຕົວຂອງນັກສຶກສາຫ້ອງ ປີ1 ແລະ ປີ4.
ພາບ-ຂ່າວໂດຍ: ການຈະນາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ