Skip to main content

ລາວ-ຫວຽດນາມ ລົງນາມບົດບັນທຶກຄວາມເຂົ້າໃຈ ວຽກງານການສຶກສາກ່ອນໄວຮຽນ

27/03/2026
ໃນຕອນເຊົ້າ ຂອງວັນທີ 26 ມິນາ 2026 ທີ່ນະຄອນໂຮຈີມິນ, ສສ ຫວຽດນາມ ໄດ້ມີພິທີລົງນາມ ບົດບັນທຶກຄວາມເຂົ້າໃຈຮ່ວມກັນ (MOU) ລະຫວ່າງ ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາ ແລະ ກິລາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ ນະຄອນໂຮຈີມິນ ສາທາລະນະລັດສັງຄົມນິຍົມຫວຽດນາມ, ຈັດຂຶ້ນທີ່ ໂຮງແຮມ ຄອນທີນັນໂທ ໄຊງ່ອນ, ນະຄອນໂຮຈີມິນ.
ໃນພິທີລົງນາມຄັ້ງນີ້, ຝ່າຍລາວ ແມ່ນ ທ່ານ ກິຄຳ ພີມບຸນຍໍ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ແລະ ຝ່າຍຫວຽດນາມ ແມ່ນ ທ່ານ ນາງ ເຈິ່ນ ທິເກ້ຈີ່ ຮອງຫົວໜ້າສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ ນະຄອນໂຮຈີມິນ ໂດຍການໃຫ້ກຽດເປັນສັກຂີພິຍານແລະ ເຂົ້າຮ່ວມຂອງທ່ານ ຮສ. ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ທ່ານ ພອນສີ ບຸນມີໄຊ ຫົວໜ້າກົງສູນໃຫ່ຍ ແຫ່ງ ສປປ ລາວ ປະຈໍານະຄອນໂຮ່ຈີມິນ ແລະ ແມ່ນທ່ານ ຮສ. ປອ. ໂຮ່ ດຶກ ຮຸ່ງ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກໍ່ສ້າງ ພ້ອມດ້ວຍຄະນະທັງສອງຝ່າຍ.
ການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເປັນອີກບາດກ້າວໜຶ່ງທີ່ສໍາຄັນໃນຂະແໜງການສຶກສາ ແລະ ຍັງເປັນການສ້າງສາຍການພົວພັນການຮ່ວມມື ທາງວິຊາການລະຫວ່າງສອງພາກສ່ວນ ໂດຍສຸມໃສ່ການພັດທະນາວຽກງານ ການສຶກສາກ່ອນໄວຮຽນ, ການແລກປ່ຽນບົດຮຽນທາງດ້ານວີຊາການ, ຄົ້ນຄ້ວາ, ພັດທະນາຫຼັກສູດ, ສື່ການຮຽນ-ການສອນ ພ້ອມທັງຍົກລະດັບຄຸນນະພາບການສຶກສາຂັ້ນພື້ນຖານ ໃນສະຖານການສຶກສາກ່ອນໄວຮຽນ.
ພາຍໃຕ້ການຄວາມຮ່ວມມື, ທັງສອງແມ່ນຈະໄດ້ມີການຊຸກຍູ້ກິດຈະກຳທາງດ້ານວິຊາການ, ສົ່ງເສີມການຮຽນຮູ້ຮ່ວມກັນ, ສ້າງນະວັດຕະກຳດ້ານການສອນ ແລະ ພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ ສອດຄ່ອງກັບທິດທາງການປະຕິຮູບການສຶກສາຂອງລາວໃນຍຸກໃໝ່.
ພິທີລົງນາມໃນຄັ້ງນີ້ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງຄວາມສໍາພັນອັນດີງາມ ແຕ່ຍັງສະທ້ອນໃຫ້ເຫັນເຖິງ ການຮ່ວມມືອັນແໜ້ນແຟ້ນລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ເທົ່ານັ້ນ, ແຕ່ຍັງເປັນພື້ນຖານສຳຄັນ ໃນການຮ່ວມກັນພັດທະນາຊັບພະຍາກອນມະນຸດ ແຕ່ເຍົາໄວ ໃຫ້ມີຄຸນະພາບ ມີປະສິດທິຜົນ ແລະ ຕອບສະໜອງຕໍ່ການພັດທະນາຊັບພະຍາກອນມະນຸດຂອງທັງສອງປະເທດໃນອະນາຄົດ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ