ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລພະລັງງານໄຟຟ້າສົງຊິ້ງ ສປ ຈີນ ສຳເລັດຝຶກອົບຮົມພາສາຈີນ-ເຕັກນິກວິຊາການ
27/03/2026

ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລພະລັງງານໄຟຟ້າສົງຊິ້ງ (ວພຟສ) ສປ ຈີນ ຈັດຝຶກອົບຮົມໄລຍະສັ້ນ ໃນລະຫວ່າງວັນທີ 15-22 ມີນາ 2026 ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປີດດພິທີຂອງທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ທ່ານ ສຈ.ປອ ຈົງເຫວີຍ ເລຂາຄະນະພັກວິທະຍາໄລພະລັງງານໄຟຟ້າສົງຊິ້ງ (ວພຟສ), ມີຄະນະອຳນວຍການສະຖາບັນຂົງຈື ແລະ ຄະນະອ້ອມຂ້າງ, ແຂກຖືກເຊີນ ຕະຫຼອດຮອດນັກສຶກສາຈາກຄະນະວິສະວະກໍາສາດ ແລະ ສະຖາບັນຂົງຈື ມຊ ເຂົ້າຮ່ວມ.
ໃນໄລຍະການຝຶກອົບຮົມ ນັກສຶກສາໄດ້ມີການຝຶກເຕັກນິກດ້ານການໄຟຟ້າພື້ນຖານເຊັ່ນ: ການຕໍ່ໄຟ, ປ່ຽນຫຼອດໄຟ, ການປ່ຽນອຸປະກອນໄຟຟ້າໃນຄົວເຮືອນຊີວິດປະຈໍາວັນຕ່າງໆ. ນອກຈາກນັ້ນ, ຍັງມີການທັດສະນະສຶກສາ ແລະ ກິດຈະກໍາແລກປ່ຽນວັດທະນະທໍາລະຫວ່າງນັກສຶກສາ ລາວ-ຈີນ, ຊຶ່ງການຝຶກອົບຮົມແມ່ນໄດ້ດຳເນີນໄປເປັນເວລາ 8 ວັນ, ໂດຍມີນັກສຶກສາຈາກຄະນະວິສະວະກໍາສາດ ແລະ ສະຖາບັນຂົງຈືເຂົ້າຮ່ວມ, ສຳລັບ 3 ວັນ 15-17 ມີນາ ແມ່ນຝຶກຢູ່ທີ່ສະຖາບັນຂົງຈື ມຊ ໂດຍສອນດ້ານທິດສະດີ ແລະ 5 ວັນ ແຕ່ວັນທີ 18-22 ມີນາ ແມ່ນພາກຈັດຕັ້ງປະຕິບັດຕົວຈິງ ໄດ້ໄປຝຶກອົບຮົມທີ່ມະຫາວິທະຍາໄລພະລັງງານໄຟຟ້າ ສົງຊິ້ງ ສປ ຈີນ.
ໃນວັນທີ 22 ມີນາ ແມ່ນໄດ້ມີພິທີປິດຊຸດຝຶກອົບຮົມ ແລະ ມອບໃບຢັ້ງຢືນໃຫ້ແກ່ສໍາມະນາກອນ ທີ່ມະຫາວິທະຍາໄລພະລັງງານໄຟຟ້າ ສົງຊິ້ງ ສປ ຈີນ ໂດຍທ່ານ ຄໍາຮຸ່ງ ຈັນທະວົງ ຫົວໜ້າສະຖາບັນ ສະຖາບັນຂົງຈື ມຊ ໄດ້ເດີນທາງເຂົ້າຮ່ວມ, ມີທ່ານ ເສີນຊ້າວໝິ້ນ ຮອງຜູ້ອໍານວຍການໃຫຍ່ ວິທະຍາໄລພະລັງງານໄຟຟ້າສົງຊິ້ງ ພ້ອມດ້ວຍຄະນະ, ຊຶ່ງການເດີນທາງເຂົ້າຮ່ວມໃນຄັ້ງນີ້, ທ່ານ ຄໍາຮຸ່ງ ຈັນທະວົງ ໄດ້ພົບປະກັບ ທ່ານຮອງອະທິການ, ຫົວໜ້າຫ້ອງການພົວພັນຕ່າງປະເທດ ແລະ ຄະນະບໍດີຄະນະວິສະວະກໍາສາດ ວພຟສ ເພື່ອປືກສາຫາລືການຮ່ວມມືໃນອະນາຄົດ ໂດຍສະເພາະການແລກປ່ຽນນັກສຶກສາ, ການສ້າງຫຼັກສູດ ພາສາຈີນ+ເຕັກນິກວິຊາຊີບ ຮ່ວມກັນ ຕະຫຼອດຮອດການແລກປ່ຽນນັກສຶກສາຕ່າງປະເທດຕ່າງໆ.
ໃນພິທີ, ທ້າວ ຈັນທະວົງ ພັນວິໄລ ນັກສຶກສາພາກວິຊາໄຟຟ້າ ຄະນະວິສະວະກໍາສາດ ຕາງໜ້າຂຶ້ນກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງພະນັກງານຄູ-ອາຈານທີ່ໄດ້ໃຫ້ການສິດສອນຊ່ວຍເຫຼືອ ພິເສດແມ່ນທາງ ວພຟສ ແລະ ມຊ ໄດ້ໃຫ້ໂອກາດໄດ້ມາຮໍ່າຮຽນເອົາເຕັກໂນໂລຊີໃໝ່ໆ ແລະ ເປີດໂລກະທັດພວກເຮົາທີ່ຍັງບໍ່ເຄີຍເຫັນເຕັກນິກວິທະຍາສາດອັນທັນສະໄໝຄືແນວນີ້. ຫຼັງຈາກນັ້ນນັກສຶກສາຈີນກໍໄດ້ມາອວຍພອນ ແລະ ສົ່ງຄະນະນັກສຶກສາລາວດ້ວຍຄວາມຮັກແພງ ແລະ ມິດໄມຕີຢ່າງອົບອຸ່ນ.
ຂໍ້ມູນຂ່າວ: ສະຖາບັນຂົງຈື














