Skip to main content

ອົງການສະວິດຄອນແທັກ ປະຈຳລາວ ຮ່ວມກັບ ມສ ວຽງຈັນ ຈັດງານແຂ່ງຂັນຄວາມຄິດສ້າງສັນດ້ານເຕັກໂນໂລຊີ ແລະ ການເຊື່ອມສານດິຈິຕອນ ເຂົ້າໃນການສຶກສາຍຸກໃໝ່

27/03/2026
ອົງການສະວິດຄອນແທັກ ປະຈຳລາວ ຈັດງານແຂ່ງຂັນຄວາມຄິດສ້າງສັນດ້ານເຕັກໂນໂລຊີ ແລະ ການເຊື່ອມສານດິຈິຕອນ ເຂົ້າໃນການສຶກສາຍຸກໃໝ່ ເມື່ອວັນທີ 25 ມີນາ 2026 ທີ່ໂຮງຮຽນ ມສ ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວົງສິນ ໄຊຍະວົງ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ມູຈີບູ ຮາຊານ ເຊຊານ ຜູ້ອໍານວຍການອົງການສະວິດຄອນແທກ ປະຈຳ ສປປ ລາວ, ທ່ານ ໂທມັດ ທຣຸບ ປະທານອົງການດາຣູ ປະເທດສະວິດເຊີແລນ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິ ການ ແລະ ກິລາແຂວງຊຽງຂວາງ, ອຸດົມໄຊ, ຄຳມ່ວນ, ນະຄອນຫຼວງວຽງຈັນ ແລະ ບັນດາຄູອາຈານ, ນ້ອງໆນັກຮຽນ, ຄູ່ຮ່ວມພັດທະນາ ແລະ ຜູ້ຕາງໜ້າຈາກອົງການສະວິດຄອນແທັກເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ວົງສິນ ໄຊຍະວົງ ໄດ້ກ່າວວ່າ: ງານແຂ່ງຂັນດັ່ງກ່າວ ເພື່ອຍົກລະດັບຄວາມຮູ້ດ້ານດີຈິຕອນໃຫ້ແກ່ໄວໜຸ່ມລາວ ແລະ ການເຜີຍແຜ່ວຽກງານດິຈິຕອນໃນຂະແໜງການສຶກສາ ແລະ ມີ ຄວາມສໍາຄັນຕໍ່ການພັດທະນາຊັບພະຍາກອນມະນຸດ, ແຜນພັດທະນາຂະແໜງການສຶກສາ ແລະ ກິລາ, ເປັນການສົ່ງເສີມວັດທະນະທຳແຫ່ງນະວັດຕະກຳ ໃນຂະແໜງການສຶກສາ, ການກ້າວໃຫ້ທັນກັບໂລກາວິວັດແຫ່ງເທັກໂນໂລຊີ ແລະ ພ້ອມທັງສ້າງຂີດຄວາມສາມາດດ້ານເຕັກໂນໂລຊີ ໃຫ້ແກ່ຄູອາຈານ, ນັກຮຽນ-ນັກສຶກສາ ແລະ ຜູ້ບໍລິຫານການສຶກສາ ຢູ່ບັນດາໂຮງຮຽນເປົ້າໝາຍໂຄງການ, ຊຶ່ງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໄດ້ຮັບການຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາຢ່າງຕໍ່ເນື່ອງ ແລະ ການປະຕິບັດກິດຈະກຳ ຢ່າງມີປະສິດທິຜົນເປັນກ້າວໆ ໂດຍສະເພາະອົງການສະວິດຄອນແທັກ ກໍຄືອົງການດາຣູ, ປະເທດສະວິດເຊີແລນ ທີ່ໄດ້ໃຫ້ກການສະໜັບສະໜັບສະໜູນໂຄງການສົ່ງເສີມທັກສະການນໍາໃຊ້ເທັກໂນໂລຊີ ຫຼື Digital Literacy Initiative ໄລຍະ2024-2026. ໂຄງການນີ້ໄດ້ສ້າງພື້ນຖານອັນສໍາຄັນ ແລະ ປະສົບຜົນສໍາເລັດໃນການສົ່ງເສີມຄວາມຮູ້ດ້ານດິຈິຕອນ ໃຫ້ແກ່ນ້ອງໆນັກຮຽນ ຢູ່ແຂວງຊຽງຂວາງ, ອຸດົມໄຊ ແລະ ຄໍາມ່ວນ, ປັດຈຸບັນ ໂລກກ້າວເຂົ້າສູ່ຍຸກເທັກໂນໂລຊີ-ດິຈິຕອນຢ່າງເຕັມຕົວ, ການກະກຽມຄວາມພ້ອມໃຫ້ນັກຮຽນ, ຄູອາຈານ ແລະ ຜູ້ບໍຫານການສຶກສາຂອງພວກເຮົາ ໃຫ້ມີທັກສະດ້ານເຕັກໂນໂລຊີ-ດິຈິຕອນ ແລະ ການຂຽນໂປຣແກຣມ (Coding) ແມ່ນສິ່ງຈໍາເປັນຢ່າງຍິ່ງ.
ການແຂ່ງຂັນໃນມື້ນີ້, ຈະເປັນການຍົກລະດັບຜູ້ຮຽນຮູ້ດ້ານນະວັດຕະກຳໃໝ່ໆ, ເປັນການປະເມີນຄືນໂຄງການທົດລອງກິດຈະກຳສົ່ງເສີມທັກສະການນໍາໃຊ້ເທັກໂນໂລຊີ-ດິຈິຕອນ ຢູ່ 3 ແຂວງ ຈຳນວນ 15 ທີມ, ທັງໝົດ 75 ນ້ອງ ເພື່ອນໍາສະເໜີຜົນງານທາງເຕັກໂນໂລຊີຜ່ານໂປຣເຈັກ Scratch ແລະ Micro:bit0 ພ້ອມທັງເປັນເວທີສະເຫຼີມສະຫຼອງຜົນງານດ້ານການຝຶກຝົນ, ການເຕົ້າໂຮມເອົານັກຮຽນ, ຄູ ອາຈານ, ພະນັກງານລັດ ແລະ ພາກທຸລະກິດ ເພື່ອມາຮ່ວມກັນແລກປ່ຽນຄວາມຮູ້, ແບ່ງປັນບົດຮຽນຈາກການດໍາເນີນສະໂມສອນຄວາມຄິດສ້າງສັນດ້ານເຕັກໂນໂລຊີ-ດິຈິຕອນ (Code Club) ແລະ ສົນທະນາກ່ຽວກັບອະນາຄົດຂອງການສຶກສາດ້ານເຕັກໂນໂລຊີ-ດິຈິຕອນໃນບ້ານເຮົາ. ນອກນັ້ນ, ຍັງເປັນໂອກາດດີທີ່ພວກເຮົາຈະໄດ້ຮ່ວມກັນຄົ້ນຄວ້າເຖິງບົດບາດຂອງເຕັກໂນໂລ ຊີ-ດິຈິຕອນໃໝ່ໆ ເຊັ່ນ AI, ລວມເຖິງສິ່ງທ້າທາຍ ແລະ ໂອກາດຕ່າງໆ ໃນການພັດທະນາວຽກງານເຕັກໂນໂລຊີ-ດິຈິຕອນ ຢູ່ສປປ ລາວ ອີກດ້ວຍ.
ການແຂ່ງຂັນດັ່ງກ່າວ, ມີ 2 ປະເພດ ປະເພດ1 Scratch: ມີ 6 ທີມເຂົ້າຮ່ວມ ຄື: DIY Team (ຫົວຂໍ້ ເກມ ຖາມ-ຕອບ) ແຂວງອຸດົມໄຊ; AMERIN Armerin Shoother ແຂວງຄໍາມ່ວນ; ນັກສືບຕົວຈິ່ວ ເກມຮັກສາສິ່ງແວດລ້ອມ ຊຽງຂວາງ; Adventure Team ເກມເກັບດາວ ອຸດົມໄຊ; Smart Innovative Thinking in Math precision match ຄໍາມ່ວນ ແລະ I am Advanture Gometry Dash ຊຽງຂວາງ. ປະເພດທີ2 Micro:bit: ມີ 9 ທີມເຂົ້າຮ່ວມ ຄື: AH (Help) Team ແຂນກົນເຄື່ອນຍ້າຍເຄື່ອງ ອຸດົມໄຊ, Pickbot Rover Pickbot Rover Helios ຄໍາມ່ວນ, Dogital five ລົດຍົກສິ່ງຂອງ (ຫຸ່ນຍົນ) ຊຽງຂວາງ, Fighter Team ເຮືອນອັດສະລິຍະ ອຸດົມໄຊ, Elden Ring Safty House ຄໍາມ່ວນ, P5 Innovators ເຮືອນ micro:bit ຊຽງຂວາງ, Rescue Bot ຫຸ່ນຍົນດັບເພີງ ອຸດົມໄຊ, Feeding Station ໃຫ້ອາຫານສັດອັດຕະໂນມັດ ຄໍາມ່ວນ ແລະ Traffic Master ໄຟຈະລາຈອນ ແຂວງຊຽງຂວາງ.
ຜ່ານການແຂ່ງຂັນດັ່ງກ່າວ, ອັນດັບທີ 1 ໄດ້ແກ່ທີມ AMERIN Armerin Shoother ແຂວງຄໍາມ່ວນ, ທີມ Dogital five ລົດຍົກສິ່ງຂອງ (ຫຸ່ນຍົນ) ແຂວງຊຽງຂວາງ, ທີມ P5 Innovators ເຮືອນ micro:bit ແຂວງຊຽງຂວາງ; ອັນດັບທີ 2 ທີມ I am Advanture Gometry Dash ແຂວງຊຽງຂວາງ, ທີມ AH (Help) Team ແຂນກົນເຄື່ອນຍ້າຍເຄື່ອງ ແຂວງອຸດົມໄຊ, ທີມ Fighter Team ເຮືອນອັດສະລິຍະ ແຂວງອຸດົມໄຊ ແລະ ອີກ 9 ທີມ ແມ່ນໄດ້ຮັບລາງວັນຊົມເຊີຍ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ