Skip to main content
19/11/2025 | ສຶກສາ

ໂຮງຮຽນສາມັນກິນນອນຊົນເຜົ່າແຂວງຜົ້ງສາລີ ໄດ້ຮັບຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກ

ໃນຕອນເຊົ້າວັນທີ 17 ພະຈິກ 2025 ຢູ່ທີ່ໂຮງຮຽນສາມັນກິນນອນຊົນເຜົາແຂວງຜົ້ງສາລີ ໄດ້ຈັດພິທີມອບຮັບເຄື່ອງຊ່ວຍເຫຼືອຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໂດຍໃຫ້ກຽດກ່າວມອບຂອງ ທ່ານ ບຸນສາລີ ຈິດດາພອນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ກ່າວຮັບຂອງ ທ່ານ ສະກຸນໄທ ແສງເດືອນ ຜູ້ອໍານວຍການໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ຕະຫຼອດຮອດຄູ-ອານຈານ ແລະ ນ້ອງນັກຮຽນຕາງໜ້າເຂົ້າຮ່ວມເປັນສັກຂີພະຍານ. ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ ເປັນເຄື່ອງທີ່ໄດ້ຮັບອຸປະຖໍາຈາກ ອົງການຢູນີເຊັບ (UNICEF) ຊຶ່ງປະກອບມີເຄື່ອງອຸປະໂພກ ແລະ ບໍລິໂພກຄື: ຢາຖູແຂ້ວ, ແປງຖູແຂ້ວ, ສະບູກ້ອນ, ຖັງນໍ້າ (ຮ້ອນ-ເຢັນ), ຢາສະຜົມ, ເຈວລ້າງມື, ນໍ້າຢາລ້າງຈານ, ຟອຍລ້າງຖ້ວຍ, ຖົງມືຢາງ, ແຟັບຊັກເຄື່ອງ, ນໍ້າຢາລ້າງຫ້ອງນໍ້າ, ແປງລ້າງຫ້ອງນໍ້າ, ຟອຍປັດເຮືອນ, ຖັງໃສ່ຂີ້ເຫຍື້ອ, ຖົງໃສ່ຂີ້ເຫຍື້ອ ແລະ ຜ້າແຊັດໂຕ ລວມທັງໝົດ 8.563 ຢ່າງ. ໂອກາດນີ້, ທ່ານຜູ້ອໍານວຍການໂຮງຮຽນ ໄດ້ກ່າວສະແດງຄວາມຮູ້ບຸນຄຸນ […]

19/11/2025 | ສຶກສາ

ສກຂ ຜົ້ງສາລີ ສ້າງຄວາມເຂັ້ມແຂງໃຫ້ຜູ້ດູແລເດັກ ກ່ຽວກັບການນໍາໃຊ້ຄູ່ມືການສອນຜ່ານການຫຼິ້ນ

ໃນລະຫວ່າງ ວັນທີ 14-18 ພະຈິກ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຜົ້ງສາລີ ໄດ້ຈັດກອງປະຊຸມຝຶກອົບຮົມໃຫ້ຜູ້ດູແລເດັກ ກ່ຽວກັບການນໍາໃຊ້ຄູມືການຮຽນ ການສອນຜ່ານການຫຼິ້ນເຂົ້າໃນການຈັດຕັ້ງກຸ່ມພັດທະນາເດັກໃນຊຸມຊົນສໍາລັບເປົ້າໝາຍ 2 ເມືອງຄື: ເມືອງຂວາ ແລະ ເມືອງສໍາພັນ ໂດຍໃຫ້ກຽດເຂົ້າຮ່ວເປັນປະທານຂອງ ທ່ານ ສອນ ທອງປະເສີດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ບຸນຮຽງ ສີງວົງສາ ຫົວໜ້າພະແນກອະນຸບານສຶກສາ ພ້ອມດ້ວຍແຂກຂັ້ນກະຊວງ-ຂັ້ນແຂວງ ຕະຫຼອດຮອດພະນັກງານວິຊາການຂັ້ນເມືອງ ແລະ ຄູສອນ-ຜູ້ດູແລເດັກເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມໄດ້ທົບທວນຄືນພາບລວມຂອງການຈັດຕັ້ງປະຕິບັດກຸ່ມພັດທະນາເດັກໃນຊຸມຊົນ, ກິດຈະກໍາການຮຽນ ການສອນ ແລະ ສົ່ງເສີມວິທີການຮຽນໃນຫ້ອງ, ໄດ້ສົນທະນາແລກປ່ຽນບົດຮຽນ ຢ່າງເປັນຂະບວນຟົດຟື້ນ ແລະ ສ້າງສັນ ກ່ຽວກັບເນື້ອໃນບັນດາເອກະສານຄື: ຄວາມສໍາຄັນຂອງການຫຼິ້ນ, ລະດັບການຫຼິ້ນຂອງເດັກນ້ອຍ, ກິດຈະກໍາຜ່ານການຫຼິ້ນໃນຫ້ອງຮຽນ, ວິທີການນໍາໃຊ້ຄູ່ມືການຮຽນ ການສອນຜ່ານການຫຼິ້ນ, ການນໍາໃຊ້ປຶ້ມຕິດຕາມ, ການນໍາໃຊ້ອຸປະກອນ, ປະຕິບັດຕົວຈິງກ່ຽວກັບວິທີການຫຼິ້ນໃນແຕ່ລະແບບໃນປຶ້ມຄູ່ມື. ໃນໂອກາດນີ້, ປະທານກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ເຂົ້າຮ່ວມກອງປະຊຸມແຕ່ລະພາກສ່ວນທີ່ຮ່ວມກັນຈັດຕັ້ງປະຕິບັດດ້ວຍຄວາມພະຍາຍາມສູງ […]

18/11/2025 | ສຶກສາ

ສະຫຼອງ ຄົບຮອບ 50 ປີ “ການເຊື່ອມໂຍງ ແລະ ການພັດທະນາ ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດານັງ”

ໃນວັນທີ 15 ພະຈິກ 2025, ການນຳຂັ້ນສູງຂອງແຂວງສາລະວັນ ນຳພາໂດຍ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ທ່ານ ສຸນີ ນາມມະບົວລີ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ ແລະ ທີມງານ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງ ຄົບຮອບ 50 ປີ ຂອງການເຊື່ອມໂຍງ ແລະ ການພັດທະນາມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດານັງ ແລະ ການມອບ-ຮັບ ໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ແຂວງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ທີ່ນະຄອນດານັງ ສສ ຫວຽດນາມ. ໃນໄລຍະຜ່ານມາ ເຖິງປັດຈຸບັນ ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດານັງ ໄດ້ປະກອບສ່ວນສໍາຄັນເຂົ້າໃນການບຳລຸງ ກໍ່ສ້າງຊັບພະຍາກອນມະນຸດໃຫ້ບັນດາທ້ອງຖິ່ນ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດ້ວຍ 3 ດ້ານພື້ນຖານ ຄື: ບຳລຸງກໍ່ສ້າງຊັບພະຍາກອນມະນຸດດ້ານພາສາຫວຽດນາມ […]

14/11/2025 | ສຶກສາ

ປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ສກຂ ຊຽງຂວາງ ຜູ້ໃໝ່

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຊຽງຂວາງ ຜູ້ໃໝ່ ໄດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 14 ພະຈິກ 2025 ທີ່ຫ້ອງວ່າການແຂວງຊຽງຂວາງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາພາ ພິລາວົງ ຄະນະປະຈໍາພັກແຂວງຊຽງຂວາງ, ມີຄະນະນໍາພ້ອມດ້ວຍພະນັກງານຫ້ອງວ່າການແຂວງ, ພະແນກ ສກຂ, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ວິທະຍາໄລເຕັກນິກ-ວິຊາຊີບ ແບບປະສົມແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ຄໍາສີ ວິໄລສັກ ຮອງຄະນະຈັດຕັ້ງແຂວງຊຽງຂວາງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກ ສກຂ, ສະບັບເລກທີ 1149/ຊຂ, ລົງວັນທີ 31 ຕຸລາ 2025 ຂອງທ່ານເຈົ້າແຂວງຊຽງຂວາງ ຊຶ່ງໄດ້ຕົກລົງແຕ່ງຕັ້ງທ່ານ ຄໍາສອນ ແສນທະວົງ ຫົວໜ້າຂະແໜງການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ຂຶ້ນເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜູ້ໃໝ່ ພ້ອມທັງເຮັດໜ້າທີ່ຕາມພາລະບົດບາດນັບແຕ່ມື້ປະກາດແຕ່ງຕັ້ງເປັນຕົ້ນໄປ.   ໂດຍ: ຂ່າວສານພະແນກ ສກຂ  

14/11/2025 | ສຶກສາ

ນັກຮຽນແຂວງຜົ້ງສາລີ 25 ນ້ອງ ໄດ້ຮັບການຊ່ວຍເຫຼືອທຶນການສຶກສາ ຈາກໂຄງການທຶນການສຶກສາມິດຕະພາບຢູນນານ-ລາວ

ໃນຕອນເຊົ້າວັນທີ 12 ພະຈິກ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບທຶນການສຶກສາໃຫ້ແກ່ນ້ອງນັກຮຽນ ເປັນກຽດມອບໂດຍ ທ່ານ ຢາງ ປິ່ງ ຮອງຫົວໜ້າຫ້ອງການຕົວແທນການຄ້າແຂວງຢູນນານ ປະຈໍາລາວ ແລະ ກ່າວຮັບໂດຍ ທ່ານ ພອນໄຊ ອ່ອນສາ ກໍາມະການປະຈໍາພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ, ມີແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງ, ພ້ອມດ້ວຍຕົວແທນຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ. ການມອບ-ຮັບທຶນຊ່ວຍເຫຼືອການສຶກສາຄັ້ງນີ້ ມີນັກຮຽນໄດ້ຮັບທຶນທັງໝົດ 25 ນ້ອງ, ຍິງ 8 ນ້ອງ ຊຶ່ງໄດ້ຄັດເລືອກຈາກບັນດາໂຮງຮຽນພາຍໃນ 7 ເມືອງທົ່ວແຂວງຜົ້ງສາລີ ແລະ ມູນຄ່າໄດ້ຮັບການຊ່ວຍເຫຼືອແມ່ນ 1.500 ຢວນ/ຄົນ ລວມທັງໝົດເທົ່າກັບ 37.500 ຢວນ (ສະກຸນເງິນ ສປ ຈີນ). ໃນໂອກາດນີ້, ທ່ານ ພອນໄຊ ອ່ອນສາ ໄດ້ລາຍງານສະພາບລວມ ກ່ຽວກັບວຽກງານສຶກສາ ແລະ ກິລາໂດຍຫຍໍ້ […]

14/11/2025 | ສຶກສາ

ສສຊ ສະເໜີລັດຖະບານ ບັນຈຸຫຼັກສູດການຮຽນການສອນໃຫ້ຄົນພິການ, ເບິ່ງຄືນການຂຸດຄົ້ນແຮ່ທາດ

ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 11 ພະຈິກຜ່ານມາ ໂດຍການເປັນປະທານຂອງທ່ານ ປອ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາເເຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ແຕ່ລະເຂດເລືອກຕັ້ງ ໄດ້ສືບຕໍ່ຄົ້ນຄວ້າ, ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານ ທີ່ສະເໜີໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເພື່ອຮັບປະກັບເຮັດໃຫ້ບົດລາຍງານສະບັບນີ້ ມີເນື້ອໃນຄົບຖ້ວນ, ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ເເລະ ປະສິດທິຜົນຫຼາຍຂຶ້ນກວ່າເກົ່າ; ການປະກອບຄໍາເຫັນສ່ວນໃຫຍ່ ເເມ່ນເປັນໄປຕາມຄຳເຫັນເຈາະຈີ້ມຂອງປະທານກອງປະຊຸມ ລວມເຖິງບັນດາຄໍາສະເໜີຂອງປະຊາຊົນທີ່ສາມາດຮວບຮວມໄດ້. ທ່ານ ນິສິດ ເເກ້ວປັນຍາ ສສຊ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ສະເໜີໃຫ້ລັດຖະບານປັບປຸງບາງເນື້ອໃນຂອງບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະເນື້ອໃນທີ່ເວົ້າເຖິງການຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມຢູ່ລາວເຮົາ ເຫັນວ່າຍັງບໍ່ທັນສອດຄ່ອງກັບສະພາບເງື່ອນໄຂຕົວຈິງເທົ່າທີ່ຄວນ. ທ່ານ ນາງ ມະນີວັນ ເຍຍປາວເຮີ ສສຊ ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ສະເໜີໃຫ້ລັດຖະບານກໍານົດເເຜນພັດທະນາວຽກງານການສຶກສາ ຕິດພັນກັບເເຜນພັດທະນາປົກປ້ອງສັງຄົມເເຫ່ງຊາດ ໃຫ້ເປັນອັນລະອຽດຈະເເຈ້ງໃນປີຕໍ່ໆໄປ ໂດຍສະເພາະການບັນຈຸຫຼັກສູດການຮຽນການສອນໃຫ້ຄົນພິການ ພ້ອມທັງເອົາໃຈໃສ່ພັດທະນາສີມືເເຮງງານໄປນໍາ ເພື່ອເຮັດໃຫ້ເຂົາເຈົ້າສາມາດສ້າງອາຊີບ […]

14/11/2025 | ສຶກສາ

ສສກ ຊີ້ແຈ້ງການຈັດສັນງົບປະມານ-ການປັບປຸງລະບົບການສຶກສາ ມາເປັນ 6+3+3

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈ້ງຫຼາຍບັນຫາກ່ຽວກັບການຈັດສັນງົບປະມານ,ເພື່ອໃຫ້ໂຮງຮຽນຮຽນລັດມີຄຸນນະພາບ ແລະ ດຶງດູດ ໃຫ້ນັກຮຽນມາຮຽນເພີ່ມຂຶ້ນ, ການປະຕິບັດລະບົບການສຶກສາ ທີ່ປ່ຽນຈາກ 5+4+3 ມາເປັນ 6+3+3 ເຂົ້າໃນຂະແໜງສຶກສາທິການ ແລະ ກິລາຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຊີ້ແຈ້ງວ່າ: ໃນຊຸມປີຜ່ານມາ ລັດຖະບານ ໄດ້ຈັດສັນເພີ່ມງົບປະມານ 215.30 ຕື້ກີບ ເຂົ້າໃນ ວຽກບູລິມະສິດຕ່າງໆ ເປັນຕົ້ນແມ່ນເພີ່ມອັດຕາເງິນອາຫານທ່ຽງໃນໂຮງຮຽນໃຫ້ນັກຮຽນປະຖົມທີ່ຢູ່ເຂດຫ່າງໄກສອກຫຼີກ ຈາກ 1,000 ກີບ ມາເປັນ 5,000 ກີບ/ຄົນ/ມື້, ຈໍານວນ: 127.65 ຕື້ກີບ ເພື່ອເສີມສ້າງໃຫ້ນ້ອງນັກຮຽນ ໄດ້ຮັບໂພຊະນາການທີ່ດີ […]

12/11/2025 | ສຶກສາ

ສະຫາຍ ທອງລຸນ ສີສຸລິດ ໂອ້ລົມຫຼານນ້ອຍເຍົາວະຊົນທັນວາ ໂອກາດຮ່ວມຕັ້ງຄ້າຍທົ່ວປະເທດ ຄັ້ງທີ 6

ວັນທີ​ 12​ ພະຈິກ​ 2025​ນີ້, ສະຫາຍ​ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,  ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມຫຼານນ້ອຍເຍົວວະຊົນທັນວາທົ່ວປະເທດໃນໂອກາດທີ່ເຂົ້າຮ່ວມງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ທົ່ວປະເທດ ຄັ້ງທີ 6 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບຈັດຂຶ້ນວັນທີ 10-12ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ນະຄອນຫຼວງວຽງຈັນ. ການລົງໄປພົບປະຄັ້ງນີ້ຖືກຕ້ອນຮັບໂດຍ ສະຫາຍ ທອງລີ ສີສຸລິດ​ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິ ວັດລາວ, ມີ ສະຫາຍ ອານຸພາບ​ ຕຸນາລົມ ເລຂາຄະນະພັກປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ສະຫາຍ ຮສ.ປອ ທອງສະລິດ​ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ​, ພ້ອມດ້ວຍບັນດາເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງ ແລະ ແຂວງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ​ ໄດ້ສະແດງຄວາມດີໃຈທີ່ເຫັນຫຼານນ້ອຍເຍົາວະຊົນມີຄວາມຍິ້ມແຍ້ມແຈ່ມໃສເຫັນໄດ້ຜູ້ທີ່ເປັນອະນາຄົດທີ່ດີຂອງປະເທດຊາດ ພ້ອມທັງເນັ້ນໃຫ້ພວກຫຼານນ້ອງ ເອົາໃຈໃສ່ຫຼາຍບັນຫາທີ່ຝາກໄວ້ກັບເຍົາວະຊົນຄົນຮຸ່ນໃໝ່ […]