ສະຫາຍ ທອງລຸນ ສີສຸລິດ ໂອ້ລົມຫຼານນ້ອຍເຍົາວະຊົນທັນວາ ໂອກາດຮ່ວມຕັ້ງຄ້າຍທົ່ວປະເທດ ຄັ້ງທີ 6

ວັນທີ 12 ພະຈິກ 2025ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມຫຼານນ້ອຍເຍົວວະຊົນທັນວາທົ່ວປະເທດໃນໂອກາດທີ່ເຂົ້າຮ່ວມງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ທົ່ວປະເທດ ຄັ້ງທີ 6 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບຈັດຂຶ້ນວັນທີ 10-12ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ນະຄອນຫຼວງວຽງຈັນ.
ການລົງໄປພົບປະຄັ້ງນີ້ຖືກຕ້ອນຮັບໂດຍ ສະຫາຍ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິ ວັດລາວ, ມີ ສະຫາຍ ອານຸພາບ ຕຸນາລົມ ເລຂາຄະນະພັກປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງ ແລະ ແຂວງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມດີໃຈທີ່ເຫັນຫຼານນ້ອຍເຍົາວະຊົນມີຄວາມຍິ້ມແຍ້ມແຈ່ມໃສເຫັນໄດ້ຜູ້ທີ່ເປັນອະນາຄົດທີ່ດີຂອງປະເທດຊາດ ພ້ອມທັງເນັ້ນໃຫ້ພວກຫຼານນ້ອງ ເອົາໃຈໃສ່ຫຼາຍບັນຫາທີ່ຝາກໄວ້ກັບເຍົາວະຊົນຄົນຮຸ່ນໃໝ່ ເປັນຜູ້ສືບທອດພາລະ ກິດຂອງຊາດ ເປັນຕົ້ນ ໃຫ້ເອົາໃຈໃສ່ການສຶກສາຮໍ່າຮຽນໃຫ້ມີຄວາມຮູ້ ຄວາມສາມາດ ແລະ ເປັນຄົນດີຂອງຄອບ ຄົວສັງຄົມ ແລະ ປະເທດຊາດ.














