Skip to main content

ນັກຮຽນແຂວງຜົ້ງສາລີ 25 ນ້ອງ ໄດ້ຮັບການຊ່ວຍເຫຼືອທຶນການສຶກສາ ຈາກໂຄງການທຶນການສຶກສາມິດຕະພາບຢູນນານ-ລາວ

14/11/2025

ໃນຕອນເຊົ້າວັນທີ 12 ພະຈິກ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບທຶນການສຶກສາໃຫ້ແກ່ນ້ອງນັກຮຽນ ເປັນກຽດມອບໂດຍ ທ່ານ ຢາງ ປິ່ງ ຮອງຫົວໜ້າຫ້ອງການຕົວແທນການຄ້າແຂວງຢູນນານ ປະຈໍາລາວ ແລະ ກ່າວຮັບໂດຍ ທ່ານ ພອນໄຊ ອ່ອນສາ ກໍາມະການປະຈໍາພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ, ມີແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງ, ພ້ອມດ້ວຍຕົວແທນຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ການມອບ-ຮັບທຶນຊ່ວຍເຫຼືອການສຶກສາຄັ້ງນີ້ ມີນັກຮຽນໄດ້ຮັບທຶນທັງໝົດ 25 ນ້ອງ, ຍິງ 8 ນ້ອງ ຊຶ່ງໄດ້ຄັດເລືອກຈາກບັນດາໂຮງຮຽນພາຍໃນ 7 ເມືອງທົ່ວແຂວງຜົ້ງສາລີ ແລະ ມູນຄ່າໄດ້ຮັບການຊ່ວຍເຫຼືອແມ່ນ 1.500 ຢວນ/ຄົນ ລວມທັງໝົດເທົ່າກັບ 37.500 ຢວນ (ສະກຸນເງິນ ສປ ຈີນ).

ໃນໂອກາດນີ້, ທ່ານ ພອນໄຊ ອ່ອນສາ ໄດ້ລາຍງານສະພາບລວມ ກ່ຽວກັບວຽກງານສຶກສາ ແລະ ກິລາໂດຍຫຍໍ້ ພ້ອມທັງຕີລາຄາສູງ ແລະ ສະແດງຄວາມຂອບໃຈມາຍັງຜູ້ອຸປະຖໍາຊ່ວຍເຫຼືອທຸກພາກສ່ວນ ແລະ ທ່ານຍັງໄດ້ກ່າວອີກວ່າ ພະແນກສຶກສາທິການ ແລະ ກິລາແຂວງພວກເຮົາສຂໍສະແດງຄວາມຮູ້ບຸນຄຸນຢ່າງສູງ ຕໍ່ມາຍັງຜູ້ໃຫ້ການຊ່ວຍເຫຼືອແຕ່ລະພາກສ່ວນ; ພວກເຮົາຈະນໍາເອົາສາຍສໍາພັນ ລະຫວ່າງ ແຂວງຜົ້ງສາລີ-ແຂວງຢູນນານ ປະກອບສ່ວນເຂົ້າໃນການເສີມຂະຫຍາຍມູນເຊື້ອການພົວພັນຮ່ວມມື ຂອງສອງພັກ-ສອງລັດ ແລະ ສອງຊາດລາວ-ຈີນ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ-ລາວ ໃຫ້ນັບມື້ເຂົ້າສູ່ລວງເລິກ.

ພ້ອມດຽວກັນນີ້, ໃນພິທີຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງຜົ້ງສາລີ ໃຫ້ແກ່ໂຄງການທຶນການສຶກສາມິດຕະພາບຢູນນານ-ລາວ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນອຸປະຖໍາເງິນຊ່ວຍເຫຼືອການສຶກສາໃຫ້ແກ່ນັກຮຽນດີເດັ່ນ ແລະ ຖານະຄອບຄົວທຸກຍາກ.

 

ຂ່າວໂດຍ: ຄໍາວອນ (ສກຂ ຜົ້ງສາລີ)

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ