ປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ສກຂ ຊຽງຂວາງ ຜູ້ໃໝ່

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຊຽງຂວາງ ຜູ້ໃໝ່ ໄດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 14 ພະຈິກ 2025 ທີ່ຫ້ອງວ່າການແຂວງຊຽງຂວາງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາພາ ພິລາວົງ ຄະນະປະຈໍາພັກແຂວງຊຽງຂວາງ, ມີຄະນະນໍາພ້ອມດ້ວຍພະນັກງານຫ້ອງວ່າການແຂວງ, ພະແນກ ສກຂ, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ວິທະຍາໄລເຕັກນິກ-ວິຊາຊີບ ແບບປະສົມແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ຄໍາສີ ວິໄລສັກ ຮອງຄະນະຈັດຕັ້ງແຂວງຊຽງຂວາງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກ ສກຂ, ສະບັບເລກທີ 1149/ຊຂ, ລົງວັນທີ 31 ຕຸລາ 2025 ຂອງທ່ານເຈົ້າແຂວງຊຽງຂວາງ ຊຶ່ງໄດ້ຕົກລົງແຕ່ງຕັ້ງທ່ານ ຄໍາສອນ ແສນທະວົງ ຫົວໜ້າຂະແໜງການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ຂຶ້ນເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜູ້ໃໝ່ ພ້ອມທັງເຮັດໜ້າທີ່ຕາມພາລະບົດບາດນັບແຕ່ມື້ປະກາດແຕ່ງຕັ້ງເປັນຕົ້ນໄປ.
ໂດຍ: ຂ່າວສານພະແນກ ສກຂ













